Crypto ແຊງໜ້າແຮ່ເງິນ! Bitcoin ຂຶ້ນເປັນສິນຊັບທີ່ມີມູນຄ່າຕະຫຼາດຫຼາຍທີ່ສຸດໃນໂລກເປັນອັນດັບທີ 8


ຫຼັງຈາກທີ່ລາຄາ Bitcoin ເພີ່ມຂຶ້ນສູງກວ່າ 72,000 ໂດລາ ເຮັດສະຖິຕິສູງສຸດໃໝ່ເປັນປະຫວັດສາດອີກຄັ້ງ ເພື່ອຕອກຍ້ຳກະແສຕະຫຼາດ bull ຂອງ crypto ເຖິງແມ່ນວ່າປາກົດການ Halving ຈະຍັງມາບໍ່ທັນຮອດກໍຕາມ. ໃນຂະນະທີ່ຂຽນ, ລາຄາຂອງ Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 72,084 ໂດລາ, ເຊິ່ງເພີ່ມຂຶ້ນ 1.55% ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ coinmarketcap.

ໃນຂະນະນີ້, ມູນຄ່າຕະຫຼາດຂອງ Bitcoin ໄດ້ລື່ນກາຍ 1.4 ພັນຕື້ໂດລາ, ທໍາລາຍສະຖິຕິສູງສຸດຕະຫຼອດການ ແລະ ແຊງໜ້າສິນຊັບຄື ແຮ່ເງິນທີ່ມີມູນຄ່າຕະຫຼາດປະມານ 1.38 ພັນຕື້ໂດລາ, ອີງຂໍ້ມູນຈາກ Companiesmarketcap.

ເຫດການດັ່ງກ່າວໄດ້ເຮັດໃຫ້ Bitcoin ຂຶ້ນມາເປັນສິນຊັບທີ່ມີມູນຄ່າຕະຫຼາດຫຼາຍສຸດອັນເປັນດັບທີ 8 ຂອງໂລກ, ຖັດຈາກຍັກໃຫຍ່ດ້ານເຕັກໂນໂລຊີ Google ເຊິ່ງມີມູນຄ່າຕະຫຼາດ 1.688 ພັນຕື້ໂດລາ ແລະ​ ​ຍັງ​ຢູ່​ໄກ​ຈາກ​ຄູ່​ແຂ່ງ​ຕະຫຼອດ​ການຄື ຄໍາ​, ເຊິ່ງ​ມີມູນຄ່າຕະຫຼາດຫຼາຍເຖິງ 14.6 ພັນ​ຕື້ໂດລາ​.

ມູນຄ່າຂອງ Bitcoin ແມ່ນໄດ້ເພີ່ມຂຶ້ນຫຼັງຈາກທີ່ປະສົບຜົນສຳເລັດໃນອາທິດທີ່ຜ່ານມາຈາກກອງທຶນແລກປ່ຽນ Bitcoin (ETFs). ອີງຕາມຂໍ້ມູນຈາກການຄົ້ນຄວ້າ BitMEX, ກອງທຶນເຫຼົ່ານີ້ໄດ້ມີເມັດເງິນໄຫຼເຂົ້າຫຼາຍກ່ວາ  2.2 ຕື້ໂດລາໃນວັນທີ 8 ມີນາທີ່ຜ່ານມາ. Bitcoin ETF ຂອງ BlackRock ມີສິນຊັບພາຍໃຕ້ການບໍລິຫານຫຼາຍກວ່າ 13.5 ຕື້ໂດລາ, ອີງຕາມການລາຍງານຂອງ iShares Bitcoin Trust.

ຢ່າງໃດກໍຕາມ, ໃນຂະນະທີ່ລາຄາຂອງ Bitcoin ເພີ່ມຂຶ້ນ, ມັນກໍໄດ້ເຮັດໃຫ້ altcoins ເຊັ່ນ Ethereum (ETH) ແລະ Binance Coin (BNB) ມີລາຄາເພີ່ມຂຶ້ນຕາມ. ໂດຍລາຄາ ETH ໄດ້ເພີ່ມຂຶ້ນມາແຕະລະດັບ 4,000 ໂດລາ, ເຊິ່ງເພີ່ມຂຶ້ນ 1,6%, ແລະ BNB ເພີ່ມຂຶ້ນເຖິງ 530 ໂດລາ, ເຊິ່ງເພີ່ມຂຶ້ນ 5,6% ອີງຕາມຂໍ້ມູນຈາກ CoinGecko.

ທີ່ມາ:

cryptobriefing

companiesmarketcap

BitMEXResearch

coingecko

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/