ກາເຟຫວຽດນາມດັງໄກ! ມີສ່ວນແບ່ງໃນຕະຫຼາດ ເບວຢຽມຫຼາຍກວ່າ 20%


ອີງຕາມການລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ເບວຢຽມ ລາຍງານວ່າ ສ່ວນ​ແບ່ງ​ຕະຫຼາດ​ກາ​ເຟຂອງ​ຫວຽດນາມ ​ໃນ​ການ​ນຳ​ເຂົ້າ​ຈາກ​ຕະຫຼາດ​ນອກ​ສະຫະພາບຢູໂຣບ​ທັງ​ໝົດ​ຂອງ​ເບວຢຽມ ​ເພີ່ມ​ຂຶ້ນ​ຈາກ 17,13% ​ໃນ​ປີ 2022 ຂຶ້ນ​ເປັນ 20,08% ​ໃນ​ປີ 2023. ຄາດວ່າຈະເຕີບໂຕຕື່ມອີກໃນປີ 2024.

ອີງຕາມການລາຍງານ ເບວຢຽມ ມີການນຳເຂົ້າກາເຟ 288,510 ໂຕນຈາກຕະຫຼາດທີ່ບໍ່ແມ່ນສະຫະພາບຢູໂຣບໃນປີ 2023, ດ້ວຍມູນຄ່າທັງຫມົດເກືອບ  1,22 ຕື້ໂດລາສະຫະລັດ ເຊິ່ງ​​ຫຼຸດ​ລົງ​ຂອງ​ປະ​ລິ​ມານ ປະມານ 26,9% ແລະ ມີມູນຄ່າຫຼຸດລົງ ເກືອຍ 31% ໃນປີ 2022.

ລາຄານໍາເຂົ້າກາເຟຈາກຕະຫຼາດທີ່ບໍ່ແມ່ນສະຫະພາບຢູໂຣບໃນປີ 2023 ສະເລ່ຍຢູ່ທີ່ 3.876 ຢູໂຣຕໍ່ໂຕນ, ເຊິ່ງສະແດງໃຫ້ເຫັນເຖິງການຫຼຸດລົງ 5.6% ຈາກ 2022. ໃນບັນດາຕະຫຼາດທີ່ບໍ່ແມ່ນສະຫະພາບ ຢູໂຣບ, ລາຄາສະເລ່ຍຂອງກາເຟນໍາເຂົ້າຈາກຮອນດູຣັສຫຼຸດລົງ 14.4% ເຖິງ 5.172 ຢູໂຣ​ຕໍ່​ໂຕນ, ຈາກ​ຫວຽດ​ນາມ ຫຼຸດ​ລົງ 2,7% ມາ​ເປັນ 2,391 ຢູໂຣຕໍ່​ໂຕນ.

ໃນປີ 2023 ຜູ້ສະໜອງກາເຟຫຼັກໆໃຫ້ກັບ ເບວຢຽມ ທີ່ບໍ່ແມ່ນຕະຫຼາດຢູໂຣບ ໄດ້ແກ່ ບຣາຊິວ, ຫວຽດນາມ, ຮອນດູຣັສ, ໂຄລອມເບຍ ແລະ ເປຣູ

ຕາມ​ຂໍ້​ມູນ​ຂອງ​ກົມ​ພາສີ​ຫວຽດນາມ, ການ​ສົ່ງ​ອອກ​ກາ​ເຟຂອງ​ຫວຽດນາມ​ບັນລຸ​ປະມານ 398.820 ​ໂຕນ​ໃນ 2 ​ເດືອນ​ຕົ້ນ​ປີ 2024, ດ້ວຍ​ມູນ​ຄ່າ 1,25 ຕື້ ໂດລາສະຫະລັດ.  ເຊິ່ງຄິດເປັນ​ປະລິມານ​ການ​ເພີ່ມ​ຂຶ້ນ 16,4% ​ແລະ ມີມູນຄ່າ​ເພີ່ມ​ຂຶ້ນ​ 68,0% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023.

ລາຄາ​ກາ​ເຟ​ສົ່ງ​ອອກ​ສະ​ເລ່ຍ​ຂອງ​ຫວຽດນາມ​ໃນ 2 ​ເດືອນ​ຕົ້ນ​ປີ 2024 ບັນລຸ 3.146 ​ໂດ​ລາ​ສະຫະລັດ​ຕໍ່​ໂຕນ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ​ເພີ່ມ​ຂຶ້ນ 44,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023.

vietnamnews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/