ຫວຽດ​ນາມ​ຕິດ​ອັນ​ດັບ​ທີ 5 ໃນ​ອາ​ຊີ​ທີ່​ມີ​ປະ​ຊາ​ກອນ​ຮັ່ງ​ມີ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ຄາດ​ວ່າ​ຈະ​ບັນ​ລຸ 1,000 ຄົນ​ໃນ​ປີ 2028


Knight Frank ທີ່ປຶກສາດ້ານອະສັງຫາລິມະຊັບເປີດເຜີຍວ່າ ຫວຽດ​ນາມໄດ້ມີກຸ່ມ​ປະ​ຊາ​ກອນ​ທີ່ຢູ່ໃນ​ລະ​ດັບ​ຄວາມ​ຮັ່ງ​ມີ​ສູງ (ultra-high-net-worth) ໂດຍມີຊັບສິນສຸດທິຫຼາຍກວ່າ 30 ລ້ານໂດລາສະຫະລັດ, ສົ່ງຜົນໃຫ້ປະເທດຫວຽດນາມກາຍເປັນອັນດັບ 5 ໃນພາກພື້ນອາຊີປາຊີຟິກສຳລັບການຂະຫຍາຍຕົວທີ່ໄວທີ່ສຸດ ແລະ ຄາດວ່າຈຳນວນກຸ່ມປະຊາກອນດັ່ງກ່າວຈະເພີ່ມຂຶ້ນ 30% ຈາກ 752 ຄົນເປັນ 1,000 ຄົນໃນປີ 2028, ແຊງໜ້າເກົາຫຼີໃຕ້ (29,5%), ຮ່ອງກົງ (22,4%) ແລະ ສິງກະໂປ (15,7%).

ໃນປີ 2023, ຈຳນວນ​ຄົນ​ຮັ່ງມີ​ຂອງ​ຫວຽດນາມ​ເພີ່ມ​ຂຶ້ນ 2,4% ຂຶ້ນ​ເປັນ 752 ຄົນ, ​ໃນ​ຂະນະ​ທີ່​ໄທ​ເພີ່ມ​ຂຶ້ນ 0,8%, ​ແຕ່​ອັດຕາ​ເພີ່ມ​ຂຶ້ນ​ຂອງ​ຫວຽດນາມ​ຍັງ​ຕ່ຳ​ກວ່າ​ມາ​ເລ​ເຊຍ (4,3%), ອິນ​ໂດ​ເນ​ເຊຍ (4,2%) ​ແລະ ສິງກະ​ໂປ (4%)

ໃນລາຍ​ງານ​ຍັງໄດ້ລະບຸ​ວ່າ ຈຳນວນ​ປະຊາກອນທີ່​ຮັ່ງມີ​ລະດັບ​ສູງ​ໃນ​ທົ່ວ​ໂລກ​ໄດ້​ເພີ່ມ​ຂຶ້ນ 4,2% ​ໃນ​ປີ​ກາຍ​ນີ້​ເປັນ 626,619 ຄົນ ຫຼື ເທົ່າກັບວ່າມີບັນດານັກລົງທຶນທີ່ຮັ່ງມີເກີດຂຶ້ນໃໝ່​ເກືອບ 70 ຄົນ​ໃນ​ທຸກໆ​ມື້, ​ໂດຍໃນ​ນັ້ນ, ​ອາຊີ​ເປັນ​ພາກ​ພື້ນ​ທີ່ອັດຕາການ​ເຕີບ​ໂຕ​ໄວ​ທີ່​ສຸດ​ທີ່ 38,3% ​ແລະ ຄາດ​ວ່າ​ຈະ​ສືບ​ຕໍ່​ເຕີບ​ໂຕ​ໄວ​ທີ່​ສຸດໃນອີກ 5 ປີ​ຂ້າງ​ໜ້າ, ດ້ວຍ​ຈຳ​ນວນ​ຄົນ​ທີ່​ຮັ່ງ​ມີ​ສູງ​ເຖິງ 228,849 ຄົນ​ໃນ​ປີ 2028.

ໃນຂະນະທີ່ບົດລາຍງານ Luxury Investment Index ຂອງ Knight Frank ໄດ້ລະບຸວ່າ ໃນລະຫວ່າງປີ 2018 – 2022 , ຍອດການນຳເຂົ້າສິນຄ້າທີ່ມີລາຄາແພງຕໍ່ປີຂອງຫວຽດນາມກໍໄດ້ມີການເຕີບໂຕຂຶ້ນເຊັ່ນກັນ, ໂດຍຫວຽດນາມໄດ້ນຳເຂົ້າເຄື່ອງປະດັບ 8%, ລົດໃຫຍ່ 26%, ໄວນ໌ 6% ແລະ ໂມງ 8%.

ໂດຍສາເຫດຫຼັກໆທີ່ເຮັດໃຫ້ຈຳນວນມະຫາເສດຖີຫວຽດນາມເພີ່ມຂຶ້ນແມ່ນໄດ້ແກ່:

ເສດຖະກິດຫວຽດນາມມີການເຕີບໂຕຢ່າງຕໍ່ເນື່ອງ

  • ​ເສດຖະກິດ​ຫວຽດນາມ​ໄດ້​ເຕີບ​ໂຕ​ສະ​ເລ່ຍ​ແຕ່ 6-7% ຕໍ່​ປີ​ໃນໄລຍະ 10 ປີຜ່ານມາ ແລະ ຄາດວ່າ 2023 ວ່າຈະເຕີບໂຕ 6.5%
  • ຫວຽດນາມ​ແມ່ນ​ໜຶ່ງ​ໃນປະເທດທີ່​ມີ​ເສດຖະກິດ​​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ອາຊີ

ການລົງທຶນຈາກຕ່າງປະເທດ

  • ປະເທດຫວຽດ​ນາມ​ດູດ​ນັກ​ລົງ​ທຶນ​ຈາກຕ່າງ​ປະ​ເທດ​ໃຫ້ເຂົ້າມາລົງທຶນໃນປະເທດຕົນເອງຫຼາຍ​ຂຶ້ນ
  • ໃນປີ 2023, ຫວຽດນາມ ​ໄດ້​ຮັບ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) 36.6 ຕື້ໂດລາ
  • FDI ຊ່ວຍສ້າງ​ວຽກ​ເຮັດ​ງານ​ທໍາ ​ແລະ ​ສົ່ງ​ເສີມ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ

ການຂະຫຍາຍຕົວຂອງຕະຫຼາດຮຸ້ນ

  • ດັດຊະນີ VN ຂອງຫວຽດນາມ ເພີ່ມຂຶ້ນ 14.4% ໃນປີ 2023
  • ຕະ​ຫຼາດ​ຫຼັກ​ຮຸ້ນຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ​ຕະ​ຫຼາດ​ຫຼັກ​ຮຸ້ນ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ​ທີ່​ສຸດ​ໃນ​ອາ​ຊີ
  • ການຂະຫຍາຍຕົວຂອງຕະຫຼາດຮຸ້ນຊ່ວຍສ້າງຄວາມຮັ່ງມີໃຫ້ແກ່ນັກລົງທຶນ

ນະໂຍບາຍຂອງລັດຖະບານ

  • ລັດຖະບານ​ຫວຽດນາມ ມີ​ນະ​ໂຍບາຍ​ຊຸກຍູ້​ການ​ລົງທຶນ ​ແລະ ການ​ຄ້າ
  • ລັດຖະບານຫວຽດນາມມີການປັບປຸງສະພາບແວດລ້ອມທາງທຸລະກິດ
  • ນະໂຍບາຍຂອງລັດຖະບານຊ່ວຍສ້າງໂອກາດທາງທຸລະກິດໃໝ່

ໂຄງສ້າງປະຊາກອນ

  • ຫວຽດ​ນາມມີ​ປະ​ຊາ​ກອນ​ໄວ​ໜຸ່ມ​ຫຼາຍ
  • ປະຊາກອນໄວໜຸ່ມແມ່ນກໍາລັງແຮງງານທີ່ສັກກະຍະພາບ
  • ແຮງງານທີ່ມີສັກກະຍະພາບຈະຊ່ວຍຂັບເຄື່ອນເສດຖະກິດ.

ທັງນີ້, ບໍລິສັດ New World Wealth ຍັງໄດ້ຄາດການວ່າ ຫວຽດນາມຈະ​ມີ​ຄວາມ​ຮັ່ງມີ​ເພີ່ມ​ຂຶ້ນ 125% ​ໃນ 10 ປີ​ຕໍ່ໜ້າ, ​ໃນ​ນັ້ນ​ມີ​ການ​ເຕີບ​ໂຕ​ສູງ​ສຸດ​ໃນ​ດ້ານ GDP ຕໍ່​ຫົວ​ຄົນ ​ແລະ ຈຳນວນ​ມະຫາ​ເສດຖີອີກດ້ວຍ.

ທີ່ມາ:

facebook

e.vnexpress

vietnam.vn

forbes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/