ການຈັດຕັ້ງ ງານວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ໃນການສະໜັບສະໜູນ ປະທານອາຊຽນຂອງ ສປປ ລາວ


ໃນວັນທີ 12 ກຸມພາ, ທີ່ ນະຄອນຫຼວງພະບາງ – ສູນພະລັງງານອາຊຽນ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ມີຄວາມຍິນດີແຈ້ງເຖິງ ການວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ທີ່ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ໃນວັນທີ 25-27 ກັນຍາ 2024. ການວາງສະແດງຈະມີຄວາມສອດຄ່ອງກັບຄຳຂວັນການເປັນປະທານອາຊຽນໃນປີນີ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ເນັ້ນໜັກເຖິງຄວາມສຳຄັນສູງສຸດຂອງການຮ່ວມມືພາກພື້ນໃນການຊຸກຍູ້ການເຊື່ອມຈອດ ແລະ ຄວາມເຂັ້ມແຂງທາງດ້ານພະລັງງານ.

ທ່ານ ດຣ ອາຄົມເດດ ວົງໄຊ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສ ປະຈຳ ສປປ ລາວ ສະແດງຄວາມດີໃຈໃນການເປັນເຈົ້າພາບ ຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ໃນ ສປປ ລາວ ພ້ອມທັງເປັນໄລຍະການເປັນປະທານອາຊຽນ. ທ່ານກ່າວວ່າ “ພວກເຮົາຮູ້ສຶກເປັນກຽດ ໃນການວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ໃນປີນີ້. ເຊິ່ງເປັນການຢັ້ງຢືນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວໃນການພັດທະນາການຮ່ວມມືກັບພາກພື້ນໃນຂົງເຂດພະລັງງານ. ພາຍໃຕ້ຄຳຂວັນ ‘ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ’, ພວກເຮົາມີຈຸດປະສົງໃນການສ້າງຄວາມເຂັ້ມແຂງການເຊື່ອມຈອດໃນອາຊຽນ, ສົ່ງເສີມການຮ່ວມມືເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ເພີ່ມຄວາມເຂັ້ມແຂງທາງດ້ານພະລັງງານໃນພາກພື້ນ”

ການວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ຈະຖືກຈັດຂຶ້ນພ້ອມກັບ ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 (AMEM-42) ແລະ ກອງປະຊຸມສາກົນອາຊຽນທາງດ້ານພະລັງງານ ແລະ ສິ່ງແວດລ້ອມ ຄັ້ງທີ 4 (AICEE). ທີ່ຈະປະກອບດ້ວຍຫຼາຍລາຍການ, ລວມເວທີເສວະນາລະດັບສູງ ແລະ ການສົນທະນາ ລັດຖະມົນຕີ-ປະທານກຳມະການບໍລິຫານ, ເປັນເວທີໃຫ້ແກ່ບັນດາ ຜູ້ນຳດ້ານຄວາມຄິດ, ຜູ້ສ້າງນະໂຍບາຍ ແລະ ຜູ້ຊ່ຽວຊານທາງດ້ານການອຸດສາຫະກຳໃນການປຶກສາຫາລືຕໍ່ສິ່ງທ້າທາຍ ແລະ ໂອກາດສຳຄັນທາງດ້ານພະລັງງານໃນພາກພື້ນອາຊຽນ.

ທ່ານ ດຣ ນູກິ ອັກຍາ ອຸຕະມະ, ປະທານບໍລິຫານ ສູນພະລັງງານອາຊຽນ ໄດ້ເນັ້ນໜັກຕື່ມວ່າ ຄວາມມຸ່ງໝັ້ນຂອງສູນພະລັງງານອາຊຽນໃນການສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວຜ່ານ ການຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24). ທ່ານກ່າວວ່າ “ພວກເຮົາຢຶດໝັ້ນໃນຄວາມຕັ້ງໃຈທີ່ຈະສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ. ບໍ່ພຽງແຕ່ການສະໜັບສະໜູນບູລິມະສິດທາງດ້ານພະລັງງານ, ແຕ່ການຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ແຕ່ຈະຊຸກຍູ້ໃຫ້ເປົ້າໝາຍໃນພາກພື້ນຂອງ ໃນແຜນປະຕິບັດງານອາຊຽນ ວ່າດ້ວຍການຮ່ວມມືທາງດ້ານພະລັງງານ (APAEC)  ໄລຍະ II: 2021-2025 ໂດຍຜ່ານການຊຸກຍູ້ການຮ່ວມມື ແລະ ສະແດງສິ່ງປະດິດສ້າງລະຫວ່າງພາກລັດ, ເອກະຊົນ, ວິຊາການ”

ໃນການວາງສະແດງຄັ້ງທີ 24 ທີ່ໃກ້ເຂົ້າມາ, ສູນພະລັງງານອາຊຽນຢືນຢັນ ຕໍ່ຄວາມມຸ່ງໝັ້ນໃນການ ສ້າງພູມສັນຖານພະລັງງານທີ່ກ້າວໜ້າ ແລະ ເຊື່ອມຈອດກັນໃນພາກພື້ນອາຊຽນ. ນອກເໜືອຈາກຮູບແບບການວາງສະແດງແບບດັ້ງເດີມ, ສູນພະລັງງານອາຊຽນຈະເຮັດໃຫ້ ການຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ເປັນຕົວກະຕຸ້ນໃຫ້ເກີດມີການຮ່ວມມື, ນະວັດຕະກຳ ແລະ ຄວາມເຂັ້ມແຂງ.

ກ່ຽວກັບ ສູນພະລັງງານອາຊຽນ

ສູນພະລັງງານອາຊຽນ ສ້າງຕັ້ງຂຶ້ນໃນວັນທີ 1 ມັງກອນ 1999, ເປັນອົງການຈັດຕັ້ງລະຫວ່າງລັດຖະບານຂອງ ປະຊາຄົມ ອາຊີ ຕາເວັນອອກສຽງໃຕ້ (ASEAN) ເຊິ່ງເປັນຕົວແທນຜົນປະໂຫຍດຂອງສະມາຊິກອາຊຽນ 10 ປະເທດ (AMS) ໃນຂະແໜງພະລັງງານ, ສູນພະລັງງານອາຊຽນ ສະໜັບສະໜູນການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ ວ່າດ້ວຍການຮ່ວມມືທາງດ້ານພະລັງງານ (APAEC), ເປັນກົດບັດໃນການຮ່ວມມືທີ່ດີຂຶ້ໄປສູ່ການຍົກລະດັບພະລັງງານ. ສູນດັ່ງກ່າວໄດ້ຮັບການຊີ້ນຳໂດຍຄະນະບໍລິຫານອາວຸໂສດ້ານພະລັງງານຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ຜູ້ຕາງໜ້າຈາກກອງເລຂາອາຊຽນໃນຖານະທີ່ເປັນອະດີດສະມາຊິກ.

ສາມພາລະບົດບາດທີ່ສຳຄັນຂອງການ ສູນພະລັງງານອາຊຽນ:

  • ເປັນຄັງຄວາມຄິດທາງດ້ານພະລັງງານອາຊຽນ ເພື່ອໃຫ້ການຊ່ວຍເຫຼືອ ປະເທດສະມາຊິກອາຊຽນໂດຍການກຳນົດ ແລະ ນຳສະເໜີວິທີແກ້ໄຂທີ່ເປັນນະວັດຕະກຳຕໍ່ກັບສິ່ງທ້າທາຍທາງດ້ານພະລັງງານອາຊຽນໃນດ້ານນະໂຍບາຍ, ຂອບເຂດກົດໝາຍ ແລະ ກົດລະບຽບ ແລະ ເຕັກໂນໂລຊີ
  • ເປັນຕົວເລັ່ງໃນການຮວບຮວມ ແລະ ເສີມສ້າງຄວາມເຂັ້ມແຂງໃນການຮ່ວມມື ແລະ ຟື້ນຟູດ້ານພະລັງງານອາຊຽນ ໂດຍການຈັດຕັ້ງປະຕິບັດໂຄງການກ່ຽວການສ້າງຄວາມອາດສາມາດ ແລະ ໂຄງການຊ່ວຍເຫຼືອປະເທດສະມາຊິກອາຊຽນໃນການພັດທະນາຂະແໜງພະລັງງານຂອງເຂົາ.
  • ເປັນສູນຂໍ້ມູນພະລັງງານ ແລະ ສູນຄວາມຮູ້ຂອງອາຊຽນເພື່ອສະໜອງ ບ່ອນເກັບຂໍ້ມູນຄວາມຮູ້ສຳຄັນປະເທດສະມາຊິກອາຊຽນ

ການຮັກສາການປັບປຸງຂອງພາກພື້ນ ແບບຍືນຍົງ ແລະ ບໍ່ເປັນອັນຕະລາຍຕໍ່ລະບົບນິເວດແມ່ນຂໍ້ຄຳນຶງພື້ນຖານຂອງຂະແໜງພະລັງງານຂອງອາຊຽນ. ເປັນເຈົ້າພາບໂດຍກະຊວງພະລັງງານ ແລະ ບໍ່ແຮ່ຂອງອິນໂດເນເຊຍ, ຫ້ອງການຂອງສູນພະລັງງານອາຊຽນຕັ້ງຢູ່ຈາກາຕາ, ປະເທດອິນໂດເນເຊຍ. ເຂົ້າເບິ່ງເວັບໄຊສູນພະລັງງານ: aseanenergy.org

ກ່ຽວກັບຜູ້ຈັດງານ ໄດອັນດຣາ ໂປຣໂມຊິນໂດ

ໄດອັນດຣາ ໂປຣໂມຊິນໂດ (Dyandra Promosindo)  ແມ່ນຜູ້ຈັດງານມືອາຊີບ (PEO) ໃນອິນໂດເນເຊຍ, ແລະ ຍັງແມ່ນບໍລິສັດໃນເຄືອຂອງ PT Dyandra Media International, Tbj (DYAN). ຕັ້ງແຕ່ສ້າງຕັ້ງມາໃນປີ 1994, Dyandra Promosindo ໄດ້ສ້າງສັນຜົນງານການຈັດວາງສະແດງອັນເປັນທີ່ປະທັບໃຈໃນທົ່ວອິນໂດເນເຊຍ. Dyandran Promosindo ໄດ້ຈັດງານວາງສະແດງມາຫຼາຍກວ່າ 850 ງານ ທັງໃນຈາກາຕ້າ, ສຸຣາບາຢາ, ຢົກຢາກາຕ້າ, ມາກັດສາ, ເມດານ ແລະ ຫຼາຍໆເມືອງໃຫຍ່ໃນອິນໂດເນເຊຍ.

ຈົນເຖິງປັດຈຸບັນ, Dyandra Promosido ກຳລັງດູແລອິກ 11ບໍລິສັດຍ່ອນທີ່ມີສ່ວນຮ່ວມໃນການຈັດງານ/ງານວາງສະແດງ, ໂຄສະນາງານຄອນເສີດ ແລະ ບໍລິສັດດີຈິຕອນ. ສິບເອັດບໍລິສັດຍ່ອຍລວມມີ ບໍລິສັດ PT Dyandra Communication (Dyacomm), ບໍລິສັດ PT Fasen Creative Quality (Quad), ບໍລິສັດ PT Visicita Imaji Semesta (Visicomm), ບໍລິສັດ PT Idea Besar Komunika (Ideacomm), ບໍລິສັດ PT Visi Sarana Media Digital (Underlined), ບໍລິສັດ PT Dyan Mas Entertainment (DME Asia), ແລະ ບໍລິສັດ PT Dyandra Global Edutain

ແຕ່ລະປີມີຜູ້ມາວາງສະແດງຫຼາຍກວ່າ 1000 ຫົວໜ່ວຍ, ລວມທັງຜູ້ວາງສະແດງຈາກຕ່າງປະເທດ, Dyandra Promosido ໄດ້ສະແດງໃຫ້ເຫັນວ່າ ຕົນເອງມີຄວາມໜ້າເຊື່ອຖືຕໍ່ກັບຄູ່ຮ່ວມມືໄດ້ເປັນຢ່າງດີ ໃນຂະນະທີ່ພັດທະນະຕົນເອງໂດຍຄຳນຶງເຖິງວັດທະນະທຳການຈັດງານທີ່ດີຂຶ້ນໃນອິນໂດເນເຊຍ. Dyandra Promosido ໄດ້ຈັດງານວາງສະແດງຫຼາຍປະເພດເຊັ່ນ: ງານວາງສະແດງ B2B, ງານວາງສະແດງ B2C, ຄອນເສີດ ແລະ ເທສະການດົນຕີ, ກອງປະຊຸມລະດັບໂລກ ແລະ ກອງປະຊຸມສຸດຍອດ.

Dyandra Promosindo ເປັນຜູ້ຈັດງານມືອາຊີບຜູ້ທຳອິດໃນອິນໂດເນເຊຍ ທີ່ໄດ້ຮັບໃບຢັ້ງຢືນມາດຕະຖານສາກົນ ISO 9001:2008 ດ້ານລະບົບຄຸນະພາບການຈັດການ. ການວາງສະແດງທີ່ຈັດໂດຍ Dyandra Promosindo ໃນດ້ານອື່ນໆແມ່ນມີ ການວາງສະແດງລົດຍົນສາກົນອິນໂດເນເຊຍ, ການວາງສະແດງເຟີນິເຈີສາກົນ ອິນໂດເນເຊຍ, ການພົບປະແວດວົງສະມາຄົມນຳມັນເຊື້ອໄຟອິນໂດເນເຊຍ, ກອງປະຊຸມສຸດຍອດ & ວາງສະແດງການຄ້າອີເລກໂຕຣນິກອິນໂດເນເຊຍ, ການວາງສະແດງໂທລະສັບອິນໂດເນເຊຍ, ກອງປະຊຸມ ການວາງສະແດງແຟຣນຊາຍ, ໃບຢັ້ງຢືນດຳເນີນວຽກ ແລະ ຮູບແບບທຸລະກິດສາກົນ, ການວາງສະແດງການທ່ອງທ່ຽວກາຣູດາອິນໂດເນເຊຍ ແລະ ອື່ນໆອີກ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/