Kung Fu Panda 4 ເປີດຕົວແຮງ 58,3 ລ້ານໂດລາ! ແຕ່ບໍ່ເຂົ້າລາວ


Variety ໄດ້ລາຍງານວ່າ ‘Kung Fu Panda 4’ ເຮັດລາຍໄດ້ເປີດຕົວອາທິດທຳອິດໃນອາເມຣິກາ ໄປຮອດ 58,3 ລ້ານໂດລາ ເຊິ່ງເປັນລາຍໄດ້ເປີດຕົວສູງເປັນອັນດັບຕົ້ນໆຂອງແຟຣນຊາຍ ໂດຍ 3 ພາກກ່ອນໜ້ານີ້ເຮັດລາຍໄດ້ໄປ 60 ລ້ານໂດລາ, 47.6 ລ້ານໂດລາ ແລະ 41 ລ້ານໂດລາ ຕາມລຳດັບ.

ໃນສ່ວນຂອງລາຍໄດ້ທົ່ວໂລກໃນອາທິດທຳອິດນັ້ນໄປຮອດເຖິງ 80.53 ລ້ານໂດລາ ຈາກທຶນປະມານ 85 ລ້ານໂດລາ ໂດຍມີການຄາດການວ່າຈະເຮັດລາຍໄດ້ຜ່ານຈຸດກຸ້ມທຶນປະມານ 400 ລ້ານໂດລາ ໂດຍມີຄວາມເປັນໄປໄດ້ວ່າຮູບເງົາເລື່ອງ ‘Kung Fu Panda 4’ ຈະເຮັດລາຍໄດ້ລວມ 633 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/