ກອງທັບສະຫະລັດອາເມຣິກາເຜີຍໂສມ “B-21 Raider” ເຮືອບິນຖິ້ມລະເບີດແບບຫາຍຕົວຮຸ່ນໃໝ່ຫຼ້າສຸດ ລາຄາລໍາລະ 700 ລ້ານໂດລາ

ກອງທັບສະຫະລັດອາເມຣິກາ

ສຳນັກຂ່າວ BBC ລາຍງານວ່າ ກອງທັບສະຫະລັດອາເມຣິກາໄດ້ອອກມາເຜີຍໂສມເຮືອບິນຖິ້ມລະເບີດແບບຫາຍຕົວຮຸ່ນໃໝ່ຫຼ້າສຸດທີ່ມີຊື່ວ່າ B-21 Raider ຫຼືເອີ້ນວ່າ B-21 ເຊິ່ງເຮືອບິນຮຸ່ນໃໝ່ຂອງກອງທັບສະຫະລັດອາເມຣິກາມີລາຄາປະມານລຳລະ 700 ລ້ານໂດລາ ແລະເປັນເຮືອບິນຮຸ່ນຖິ້ມລະເບີດຮຸ່ນໃໝ່ໃນຮອບ 30 ປີຂອງກອງທັບ ພ້ອມກັນນັ້ນມີການລາຍງານວ່າ ຂະບວນການຜະລິດຂອງເຮືອບິນຖິ້ມລະເບີດ B-21 ເກືອບທັງໝົດແມ່ນຍັງເປັນຄວາມລັບຢູ່.

ກອງທັບສະຫະລັດອາເມຣິກາ

ໂດຍພິທີການເປີດຕົວເຮືອບິນຖິ້ມລະເບີດ B-21 Raider ມີຂຶ້ນທີ່ໂຮງງານຂອງບໍລິສັດ Northrop Grumman ໃນເມືອງ ປາມເດລ ລັດແຄລິຟໍເນຍ ເມື່ອວັນສຸກທີ 2 ທັນວາທີ່ຜ່ານມາຕາມເວລາທ້ອງຖິ່ນ.

ທາງດ້ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດອາເມຣິກາ ໄດ້ອອກມາກ່າວດ້ວຍຄວາມພາກພູມໃຈວ່າ ເຮືອບິນຖິ້ມລະເບີດຮຸ່ນໃໝ່ B-21 ນີ້ມີຄວາມກ້າວໜ້າທີ່ເໜືອກວ່າບັນດາເຮືອບິນຖິ້ມລະເບີດທີ່ມີຢູ່ໃນຝູງບິນຂອງກອງທັບສະຫະລັດອາເມຣິກາ ໂດຍຄຸນສົມບັດຂອງ B-21 ນັ້ນແມ່ນສາມາດຫຼົບຫຼີກລະບົບປ້ອງກັນທາງອາກາດທີ່ມີຄວາມຊັບຊ້ອນຫຼາຍທີ່ສຸດທີ່ຈະກວດຈັບເຮືອບິນຖິ້ມລະເບີດ B-21 ໄດ້.

ກອງທັບສະຫະລັດອາເມຣິກາ

ນອກຈາກນີ້ ຕາມລາຍງານຂອງ BBC ຄາດວ່າເຮືອບິນຖິ້ມລະເບີດລໍາທຳອິດຈະຖືກນຳເຂົ້າປະຈໍາການໃນກອງທັບອາກາດສະຫະລັດອາເມຣິກາພາຍໃນປີ 2023 ແລະຂະນະນີ້ກໍກໍາລັງສ້າງເຮືອບິນ 6 ລໍາ ໂດຍມີຂ່າວວ່າ ກອງທັບອາກາດສະຫະລັດມີແຜນຈະສັ່ງຊື້ເຮືອບິນຖິ້ມລະເບີດແບບຫາຍຕົວ B-21 ຢ່າງໜ້ອຍ 100 ລໍາ ເພື່ອນຳມາທົດແທນເຮືອບິນລະເບີດຮຸ່ນ B-1 ແລະ B-2.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/