ທ່ານຮອງນາຍົກລັດຖະມົນຕີລາວ ລະບຸວ່າ ເສັ້ນທາງລົດໄຟລາວ-ຈີນ ແມ່ນຄວາມພາກພູມໃຈຂອງປະຊາຊົນລາວ ແລະ ປະເທດລາວ

ທ່ານຮອງນາຍົກລັດຖະມົນຕີລາວ

ນັບຕັ້ງແຕ່ວັນທີ 3 ທັນວາ 2021 ທີ່ລົດໄຟລາວ-ຈີນ ໄດ້ເປີດໃຫ້ບໍລິການ, ລົດໄຟລາວຈີນ ກໍໄດ້ກາຍເປັນ ທ່າແຮງສຳຄັນໃນການພັດທະນາເສດຖະກິດ ກະຈາຍການຊຸກຍູ້ຢ່າງພົ້ນເດັ່ນໃນການແລກປ່ຽນບຸກຄະລາກອນລະຫວ່າງລາວ-ຈີນ, ຊຸກຍູ້ການຮ່ວມມືເຊື່ອມໂຍງເຊື່ອມຈອດເຂົ້າກັບພາກພື້ນເຂົ້າສູ່ລະດັບໃໝ່.

ມາຮອດວັນທີ 3 ທັນວາ 2022 ໃນພິທີສະເຫຼີມສະຫຼອງການບໍລິການຄົບຮອບ 1 ປີ ຂອງການໃຫ້ບໍລິການຂອງທາງລົດໄຟລາວ-ຈີນ ທ່ານ ສອນໄຊ ສີພັນດອນ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີລາວ ໄດ້ກ່າວໃນພິທີດັ່ງກ່າວວ່າ: ເສັ້ນທາງລົດໄຟລາວ-ຈີນ ໄດ້ກາຍເປັນຄວາມພາກພູມໃຈຂອງປະຊາຊົນລາວ ແລະ ປະເທດລາວ.

ທ່ານຮອງນາຍົກລັດຖະມົນຕີລາວ

ທ່ານ ສອນໄຊ ສີພັນດອນ ກ່າວອີກວ່າ: “ການເປີດນໍາໃຊ້ ແລະ ດໍາເນີນທຸລະກິດບໍລິການຂອງທາງລົດໄຟ ລາວ-ຈີນ, ມັນໄດ້ປ່ຽນໂສມໜ້າໃໝ່ຂອງການຄົມມະນາຄົມຂົນສົ່ງຂອງ ສປປ ລາວ ສາມາດບັນລຸຄວາມມຸ່ງມາດປາດຖະໜາໃນການຫັນຈາກ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຕໍ່ຂອງລາວ, ໄດ້ເປີດສັງກາດໃໝ່ແຫ່ງການຂົນສົ່ງທາງລົດໄຟ ລາວ-ຈີນ”.

ທ່ານຮອງນາຍົກລັດຖະມົນຕີລາວ

“ໄລຍະເວລາ 1 ປີ ທີ່ເປີດນໍາໃຊ້ ແລະ ດໍາເນີນທຸລະກິດຂອງທາງລົດໄຟ ລາວ-ຈີນ, ມັນເປັນທັງຂອດສໍາຄັນ ທັງເປັນຈຸດເລີ່ມຕົ້ນໃໝ່. ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານລາວ ຈະສືບຕໍ່ສະໜັບສະໜູນບັນດາວຽກງານຂອງບໍລິສັດທາງລົດໄຟ ລາວ-ຈີນ, ເພີ່ມທະວີການຮ່ວມມື, ດໍາເນີນການປົກປັກຮັກສາ, ດໍາເນີນທຸລະກິດ ແລະ ພັດທະນາເສັ້ນທາງລົດໄຟ ລາວ-ຈີນ ໃຫ້ໄດ້ດີ, ນໍາເອົາຜົນປະໂຫຍດທີ່ແທ້ຈິງ ແລະ ນໍາເອົາຄວາມຮັ່ງມີມາສູ່ປະຊາຊົນສອງປະເທດ, ປະກອບສ່ວນສໍາຄັນໃໝ່ເຂົ້າໃນການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ”.

ທ່ານຮອງນາຍົກລັດຖະມົນຕີລາວ

ທ່ານ ຈູ່ ໂກຈ່ຽງ ປະທານສະພາຜູ້ບໍລິຫານ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ລາຍງານໃຫ້ຮູ້ວ່າ: ນັບແຕ່ເລີ່ມເປີດໃຫ້ບໍລິການທາງລົດໄຟ ລາວ-ຈີນ ໃນໄລຍະ 1 ປີຜ່ານມາ, ສາມາດຂົນສົ່ງຜູ້ໂດຍສານໄດ້ ທັງໝົດ 1.269.000 ເທື່ອຄົນ, ຂົນສົ່ງສິນຄ້າໄດ້ 1.995.500 ໂຕນ, ຂົນສົ່ງສິນຄ້າຂ້າມແດນເກີນ 1.570.000 ໂຕນ, ສ້າງວຽກເຮັດງານທຳ ໃຫ້ປະຊາຊົນໄດ້  100.000 ກວ່າເທື່ອຄົນ.

ນອກຈາກນີ້ ຕາມການລາຍງານຍັງໃຫ້ຮູ້ອີກວ່າ ຕະຫຼອດ 1 ປີທີ່ຜ່ານມາ ເສັ້ນທາງລົດໄຟ ລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານ 8,5 ລ້ານເທື່ອຄົນ, ຂົນສົ່ງສິນຄ້າ 11,2 ລ້ານໂຕນ, ບົດບາດທີ່ເປັນເສັ້ນທາງຄຳພົ້ນເດັ່ນຂຶ້ນ, ກາຍເປັນຜະລິດຕະພັນສາທາລະນະສາກົນ ແລະ ເວທີຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງຫຼວງຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/