Elon Musk ໄລ່ຜູ້ບໍລິຫານແລະທີ່ປຶກສາອອກທັນທີຫຼັງປິດດີລການຊື້ Twitter ໄດ້ດ້ວຍມູນຄ່າ 44.000 ລ້ານໂດລາ

Elon Musk

ຫາກໃຜທີ່ຕິດຕາມຂ່າວສານຂອງຊາຍທີ່ລວຍທີ່ສຸດໃນໂລກຢ່າງ Elon Musk ກໍອາດຈະຮູ້ວ່າ ໃນໄລຍະຫຼາຍເດືອນທີ່ຜ່ານມານີ້ ໄດ້ເກີດມີດຣາມ່າການຊື້-ຂາຍ ລະຫວ່າງຕົວຂອງ Musk ແລະ ແພລັດຟອມແອັບນົກຟ້າຊື່ດັງຢ່າງ “Twitter” ທີ່ເບິ່ງຄືວ່າຈະບໍ່ຈົບງ່າຍໆ. ຢ່າງໃດກໍຕາມຫຼ້າສຸດນີ້ເອງ ສື່ຈາກຫຼາຍແຫຼ່ງຂ່າວຕ່າງກໍລາຍງານກົງກັນວ່າ Musk ໄດ້ປິດການຊື້ກິດຈະການ Twitter ດ້ວຍມູນຄ່າ 44.000 ລ້ານໂດລາແລ້ວ ໃນວັນພະຫັດ ທີ 27 ຕຸລາ 2022 ນີ້.

Elon Musk

ພ້ອມນັ້ນຍັງມີລາຍງານວ່າຫຼັງຈາກທີ່ Elon Musk ໄດ້ກາຍເປັນເຈົ້າຂອງ Twitter ຢ່າງເຕັມຕົວ ລາວໄດ້ໄລ່ຜູ້ບໍລິຫານລະດັບສູງ 4 ຄົນອອກທັນທີ ໂດຍປະກອບມີ:

  • Parag Agrawal ຜູ້ເປັນ CEO ຂອງ Twitter
  • Ned Segal ຜູ້ເປັນ CFO (ປະທານເຈົ້າໜ້າທີ່ດ້ານການເງິນ)
  • Vijaya Gadde ຜູ້ເປັນ CLO (ຜູ້ບໍລິຫານດ້ານກົດໝາຍແລະນະໂຍບາຍ)
  • Sean Edgett ຜູ້ເປັນທີ່ປຶກສາທົ່ວໄປ
Elon Musk

ຍິ່ງໄປກວ່ານັ້ນ ສຳນັກຂ່າວ The New York Times ເປີດເຜີຍລາຍງານຈາກປາກພະຍານທີ່ຢູ່ໃນເຫດການທີ່ໄດ້ບອກວ່າ ມີຢ່າງໜ້ອຍ 1 ໃນ 4 ຄົນນີ້ ຕ້ອງອອກຈາກ office ດ້ວຍການຖືກພາຍ່າງອອກອີກພ້ອມ.

ໂດຍ Elon Musk ໄດ້ກ່າວວ່າສາເຫດທີ່ຕົນຊື້ Twitter ກໍເພາະມັນເປັນເລື່ອງສຳຄັນທີ່ມະນຸດຊາດໃນອະນາຄົດຈະຕ້ອງມີພື້ນທີ່ດິຈິຕອນສ່ວນກາງຮ່ວມກັນ ເຊິ່ງເປັນພື້ນທີ່ທີ່ມີຄວາມເຊື່ອອັນຫຼາກຫຼາຍສາມາດອາດຖືກນຳມາດີເບດ (ໂຕ້ວາທີ) ກັນໄດ້ຢ່າງປອດໄພ ໂດຍປາສະຈາກຄວາມຮຸນແຮງ.

Elon Musk

Musk ກ່າວອີກວ່າທຸກມື້ນີ້ໂຊຊຽວມີເດຍສ່ຽງທີ່ຈະຖືກແບ່ງເປັນ “Echo Chamber” ລະຫວ່າງຝ່າຍຊ້າຍຈັດກັບຂວາຈັດຫຼາຍເກີນໄປ ຂະນະທີ່ສື່ດັ້ງເດີມກໍເພີ່ມຄວາມຂັດແຍ້ງເຫຼົ່ານັ້ນໄດ້ດີ ຈຶ່ງເປັນເຫດຜົນທີ່ຕ້ອງຊື້ Twitter “ຂ້ອຍເຮັດມັນເພື່ອພະຍາຍາມກອບກູ້ມະນຸດໂລກທີ່ຂ້ອຍຮັກ”.

Elon Musk

ນອກຈາກນີ້ Elon Musk ຍັງລະບຸນຳວ່າ Twitter ບໍ່ສາມາດເປັນ ‘Free-for-all hellscape’ ທີ່ໃຜຈະສາມາດເຮັດຫຍັງກໍໄດ້ໂດຍບໍ່ຕ້ອງຮັບຜົນກະທົບທີ່ຕາມມາ ແຕ່ຈະຕ້ອງເປັນແພລັດຟອມທີ່ “ອົບອຸ່ນແລະຕ້ອນຮັບທຸກຄົນ ເປັນບ່ອນທີ່ເຈົ້າສາມາດເລືອກມີປະສົບການຕາມຄວາມຕ້ອງການຂອງຕົນເອງໄດ້ ເຊັ່ນດຽວກັບການເບິ່ງຮູບເງົາແລະຫຼິ້ນເກມໃນແບບທີ່ເໝາະກັບອາຍຸຂອງຕົນເອງ” Elon Musk ກ່າວ.

ຕໍ່ຈາກນີ້ໄປເຮົາກໍຕ້ອງມາຖ້າຕິດຕາມເບິ່ງວ່າຫຼັງຈາກທີ່ Elon Musk ເຂົ້າມາເປັນເຈົ້າຂອງ Twitter ແບບເຕັມຕົວແລ້ວ ລະບົບແລະຮູບແບບຂອງແອັບນົກຟ້າທີ່ເຮົາຄຸ້ນຈະປ່ຽນແປງຫຼືພັດທະນາໄປໃນທິດທາງໃດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/