ບໍ່ກ່ຽວກັບລີລາ! Ten Hag ເຜີຍເຫດຜົນທີ່ປ່ຽນ Antony ອອກຫຼັງໂຊລີລາໝຸນຕົວສອງຮອບ ກ່ອນເຮັດບານເສຍ

Ten Hag

ຈົບລົງໄປແລ້ວກັບການແຂ່ງຂັນ ຢູຟ່າ ຢູໂຣປາ ລີກ ນັດທີ 5 ຂອງຮອບແບ່ງກຸ່ມ ແລະ ແມນເຊັສເຕີ້ ຢູໄນເຕັດ ກໍເຮັດໄດ້ຕາມເປົ້າ ດ້ວຍການເອົາຊະນະ ເຊີຣີຟ ສະໂມສອນຈາກມາວໂດວາ ໄປໄດ້ດ້ວຍສະກໍ 3 ປະຕູຕໍ່ 0.

Ten Hag

ແຕ່ໃນລະຫວ່າງເກມການແຂ່ງຂັນ ມີປະເດັນທີ່ວ່າ ແອັນໂທນີ ຊານໂຕສ ປີກຄ່າຕົວ 100 ລ້ານຢູໂຣ ຖືກປ່ຽນຕົວອອກຕັ້ງແຕ່ເລີ່ມເຄິ່ງເວລາທີ 2 ຈົນເປັນປະເດັນທີ່ວ່າຍ້ອນລາວໂຊລີລາຫຼາຍເກີນໄປຫຼືບໍ່. ກ່ຽວກັບເລື່ອງນີ້ ອີຣິກ ເທັນຮາກ ໄດ້ອອກມາບອກກັບສື່ມວນຊົນ ແລ້ວວ່າ  ທີ່ປ່ຽນອອກນັ້ນແມ່ນເປັນໄປຕາມແຜນ ບໍ່ກ່ຽວກັບການໂຊລີລາຈັງຫວະດັ່ງກ່າວ.

Ten Hag

ໂດຍຈັງຫວະດັ່ງກ່າວເກີດຂຶ້ນໃນນາທີ 37 ຂອງເກມ ແອັນໂທນີ ໄດ້ຮັບບານມາຈາກ ຄາເຊ ມິໂຣ ແລ້ວໄດ້ໃຊ້ຕີນເກາະບານ ແລະໝຸນໄປ 2 ຮອບ ກ່ອນທີ່ຈະສົ່ງບານເຂົ້າຂອບເຂດໂທດ ດ້ວຍກຳລັງທີ່ແຮງເກີນໄປ ຈົນເຮັດໃຫ້ຈັງຫວະນັ້ນເສຍໂອກາດ. ຈົນເຮັດໃຫ້ ອີຣິກ ເທັນຮາກ ຄູເຝິກ ແກວ່ງຫົວກັນເລີຍ.

Ten Hag

ເຊິ່ງຫຼັງເລີ່ມ ຈົບເຄິງເວລາທຳອິດ ແອັນໂທນີ ໄດ້ຖືກປ່ຽນຕົວອອກທັນທີ ແລະ ຫຼັງຈົບເກມນັກຂ່າວກໍໄດ້ຖາມກັບ ເອຣິກ ເທັນຮາກ ວ່າຍ້ອນຈັງຫວະໝຸນຕົວບໍ ແອັນໂທນີ ຈຶ່ງຖືກປ່ຽນອອກ.

ເຊິ່ງເອຣິກເທັນຮາກກໍໄດ້ປະຕິເສດ ແລະ ຕອບກັບນັກຂ່າວວ່າ: “ບໍ່ໆ ຂ້ອຍບໍ່ໄດ້ມີບັນຫາກັບການໂຊລີລາແບບນັ້ນ ຕາບໃດທີ່ມັນຍັງສາມາດຍອມຮັບໄດ້. ສິ່ງທີ່ຕັດສິນໃຈໄປເປັນພຽງການປ່ຽນຈັງຫວະຂອງເກມ ຂ້ອຍຕ້ອງການໃຫ້ມີຜູ້ຫຼິ້ນແລ່ນຢູ່ໜ້າຂອບເຂດໂທດຫຼາຍຂຶ້ນ ແລະ ຜູ້ຫຼິ້ນທີ່ເຂົ້າໄປຢູ່ໃນຂອບເຂດໂທດຫຼາຍຂຶ້ນ”.

“ບວກກັບເກມຂອງພວກເຮົາທີ່ຕ້ອງການຄອບຄອງບານທີ່ຫຼາຍທີ່ສຸດ ສະນັ້ນ ການໂຊລີລາແບບນັ້ນມັນກໍບໍ່ມີຫຍັງເສຍຫາຍ”.

ສຳລັບຜົນງານຂອງ ແມນເຊັສເຕີ້ ຢູໄນເຕັດ ກັບລາຍການ ຢູໂຣປາ ລີກ ໃນລະດູການນີ້ ຖືວ່າຍັງຢູ່ໃນເກນທີ່ດີ ໂດຍສາມາດເກັບຄະແນນໄດ້ 12 ຄະແນນ ຈາກ 5 ນັດທີ່ລົງຫຼິ້ນ ຄອງອັນດັບ 2 ຂອງກຸ່ມ E ແລະ ມີຄິວຈະຍາດຊິງອັນດັບ 1 ຂອງກຸ່ມ ກັບ ເຣອັນ ໂຊເຊດາດ ໃນເຊົ້າວັນສຸກທີ 4 ພະຈິກ ເວລາ 00:45 ທີ່ຈະມາຮອດນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/