Elon Musk ທ້າ ຜູ້ອຳນວຍການໂຄງການອາຫານໂລກ UN ໂດຍທ້າໃຫ້ອະທິບາຍວ່າເງິນ 6000 ລ້ານໂດລາຈະສາມາດຊ່ວຍຄົນອຶດຫິວໄດ້ແນວໃດ!


ເມື່ອອາທິດກ່ອນເຈົ້າໜ້າທີ່ຈາກອົງການສະຫະປະຊາຊາດ (UN) ໄດ້ອອກມາກ່າວວ່າ “ຊັບສິນພຽງ 2% ຂອງມະຫາເສດຖີ Elon Musk ນັ້ນສາມາດຊ່ວຍເຫຼືອຄົນອຶດຫິວທົ່ວໂລກໄດ້ “

Link ຂ່າວ https://cutt.ly/zRBLiFb

ແລະ ຫຼ້າສຸດ ໃນວັນທີ 31 ຕຸລາ ທີ່ຜ່ານມາ Elon Musk ໄດ້ຕອບໂຕ້ຄວາມຄິດເຫັນຂອງ Davis Beasley ຜູ້ອຳນວຍການໂຄງການອາຫານໂລກ UN ທີ່ເປັນຜູ້ຂໍໃຫ້ Musk ອອກມາ “ມີບົດບາດກ່ຽວກັບປະເດັນນີ້ທັນທີໄດ້ຫຼືບໍ່” .

ໂດຍ David Beasley ໄດ້ຮຽກຮ້ອງໃຫ້ Musk ແລະ Jeff Bezos ປະທານບໍລິສັດ Amazon, 2 ມະຫາຫາເສດຖີທີ່ລວຍທີ່ສຸດໃນໂລກອອກມາບໍລິຈາກເງິນ ເພື່ອຊ່ວຍເຫຼືອຄົນທົ່ວໂລກທີ່ອຶດຫິວ ໂດຍ Beasley ກ່າວວ່າ ເງິນພຽງ 6000 ລ້ານໂດລາ ສາມາດປ້ອງກັນບໍ່ໃຫ້ຄົນ 42 ລ້ານຄົນເສຍຊີວິດໄດ້.

“ຖ້າຫາກໂຄງການອາຫານໂລກສາມາດອະທິບາຍແບບລະອຽດຜ່ານ thread twitter ໄດ້ວ່າເງິນຈຳນວນ 6000 ລ້ານໂດລາ ຈະສາມາດແກ້ໄຂຄວາມອຶດຫິວຂອງຄົນໃນໂລກໄດ້ແນວໃດ ຂ້ອຍຈະຂາຍຫຸ້ນ Tesla ແລະ ລົງມືເຮັດທັນທີ” Musk ກ່າວໃນ Twitter.

ນອກຈາກນີ້ລາວຍັງໄດ້ບອກອີກວ່າ “ໂຄງການອາຫານໂລກຕ້ອງເຮັດບັນຊີແບບ open source (ເປີດເຜີຍແຫຼ່ງທີ່ມາ) ເພື່ອໃຫ້ບຸກຄົນສາທາລະນະເຫັນຈະແຈ້ງວ່າມີການໃຊ້ເງິນເປັນຄືແນວໃດ”.

ນອກນີ້ Elon Musk ປະທານຂອງບໍລິສັດລົດໄຟຟ້າຄື “Tesla” ໃນອາທິດທີ່ຜ່ານມາກໍໄດ້ຂຶ້ນເປັນບໍລິສັດທີ່ມີມູນຄ່າເກີນ 1 ລ້ານລ້ານໂດລາ.

ສຳລັບເງິນ 6000 ລ້ານໂດລາຂອງ Musk ກໍຖືວ່າເປັນຈຳນວນເງິນທີ່ໜ້ອຍຖ້າທຽບກັບຊັບສິນຂອງລາວໃນປັດຈຸບັນທີ່ມີຢູ່ປະມານ 3.11 ແສນລ້ານໂດລາ  ແລະ ປະມານ 9.3 ພັນລ້ານໂດລາທີ່ເພີ່ມຂຶ້ນໃນວັນທີ 29 ຕຸລາພຽງມື້ດຽວ.

David Beasley ຜູ້ອໍານວຍການໂຄງການອາຫານໂລກ UN

ຂະນະທີ່ David Beasley ໄດ້ຕອບກັບຂໍ້ຄວາມຂອງ Musk ວ່າ “ຂ້ອຍສາມາດຮັບຮອງໄດ້ວ່າພວກເຮົາມີລະບົບທີ່ປອດໃສ ແລະມີການໃຊ້ບັນຊີແບບ Open Source ທີມງານຂອງເຈົ້າສາມາດກວດສອບ ແລະ ເຮັດວຽກຮ່ວມກັບພວກເຮົາເພື່ອຄວາມໝັ້ນໃຈໄດ້ຢ່າງເຕັມທີ່”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/