Elon Musk ຖືກກ່າວຫາວ່າຈົງໃຈປັບລາຄາ Dogecoin ເພື່ອນຳເອົາກຳໄລໄປຊຳລະໜີ້


ຫຼັງຈາກ Elon Musk CEO ຂອງ Tesla ແລະ Twitter ໄດ້ສຸ່ມປ່ຽນໄອຄອນ Twitter ຈາກນົກສີຟ້າເເບບດັ້ງເດີມເປັນ Dogecoin ສັນຍະລັກຂອງຫຼຽນ meme ຍອດຮິດ, ສົ່ງຜົນໃຫ້ລາຄາຂອງຫຼຽນ DOGE ເພິ່ມຂຶ້ນຢ່າງຂຶ້ນຢ່າງຮຸນເເຮງໃນໄລຍະທີ່ຜ່ານມາ. ເຫດການທີ່ເກີດຂຶ້ນໃນຄັ້ງນີ້ ເຮັດໃຫ້ຜູ້ທີ່ຫຼົງໃຫຼໃນ Bitcoin ໄດ້ກ່າວຫາ Elon Musk ວ່າຕັ້ງໃຈປັບລາຄາຫຼຽນ Dogecoin ເພື່ອເປົ້າໝາຍສ່ວນຕົວຂອງຕົນເອງ.

ເລື່ອງດັ່ງກ່າວໄດ້ຖືກເປີດເຜີຍໂດຍ Jimmy Song ຜູ້ທີ່ຫຼົງໃຫຼໃນຫຼຽນ Bitcoin, ເຂົາເຊື່ອວ່າການປ່ຽນໄອຄອນ Twitter ເມື່ອບໍ່ດົນມານີ້ ເປັນກົນອຸບາຍຂອງ Musk ເພື່ອກະຕຸ້ນໃຫ້ລາຄາຂອງຫຼຽນເພີ່ມຂຶ້ນ ເພື່ອທີ່ຈະຊໍາລະໜີ້ສິນ ແລະ ພັນທະທາງດ້ານການເງິນຫຼັງຈາກການເຂົ້າຊື້ເຄືອຂ່າຍ social media ຍັກໃຫຍ່, ຕາມທີ່ໄດ້​ເຜີຍ​ແຜ່​ໃນ​ໂພສ Twitter ເມື່ອ​ວັນ​ທີ 4 ເດືອນເມ​ສາ​.

ລາຄາຂອງ Dogecoin ໄດ້ເພີ່ມຂຶ້ນສູງຢ່າງໄວວາໃນວັນທີ 3 ເດືອນເມສາ, ເຊິ່ງເພີ່ມຂຶ້ນຫຼາຍກວ່າ 22% ຫຼັງຈາກການປ່ຽນແປງໄອຄອນ Twitter, ເຮັດໃຫ້ Dogecoin ມີມູນຄ່າລວມທັງໝົດຢູ່ທີ່ປະມານ 1,7 ຕື້ໂດລາ ແລະ ເປັນລາຄາສູງສຸດນັບຕັ້ງແຕ່ເດືອນທັນວາ ປີ2022.

Musk ໄດ້ເປັນໜຶ່ງໃນຜູ້ສະໜັບສະໜູນຂອງ DOGE ມາໄລຍະໜຶ່ງເເລ້ວ. ລາວເລີ່ມສົນໃຈໃນຫຼຽນມີມ meme ນີ້ຕັ້ງເເຕ່ຕົ້ນປີ 2021, ພຽງແຕ່ທະວີດຄຳວ່າ ‘DOGE’ ຫຼື ໂພສສັນຍະລັກມີມ DOGE , ກໍເຮັດໃຫ້ລາຄາຫຼຽນເພີ່ມຂຶ້ນກວ່າ 50%.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/