ກະແສນ້ຳເຢັນໃນມະຫາສະໝຸດຊ່ວຍຊີວິດຂອງສັດທີ່ອາໄສຢູ່ໃນ Antarctica


ໃນແຕ່ລະປີ, ນ້ຳເຢັນປະລິມານ 250 ພັນຕື້ໂຕນຈົມລົງສູ່ກົ້ນຂອງມະຫາສະໝຸດ Antarctic, ກໍ່ໃຫ້ເກີດການໄຫຼວຽນເເທນທີ່ຂອງມວນນ້ຳຢູ່ລຸ່ມທີ່ອຸ່ນກວ່າຂຶ້ນມາສູ່ດ້ານເທິງເເທນ, ເຊິ່ງໄດ້ນໍາເອົາສານອາຫານທີ່ລ້ຽງສັດຫຼາຍຊີວິດຂຶ້ນມານໍາ.

ແຕ່ພາວະໂລກຮ້ອນກຳລັງເປັນໄພຄຸກຄາມຕໍ່ລະບົບໄຫຼວຽນຂອງທຳມະຊາດນີ້. ໂດຍຜົນການສຶກສາ​ຫຼ້າສຸດ​​ຊີ້​ໃຫ້​ເຫັນ​ວ່າ ລະບົບ​ການໄຫຼວຽນນ້ຳ​ຂອງ​ Antarctic ກຳລັງເຄື່ອນຕົວຊ້າ​ລົງເລື້ອຍໆ ຄາດວ່າຈະເຫຼືອ​ປະມານ 40% ​ຈາກຄວາມ​ໄວ​ເດີມ​ໃນ​ອີກ 30 ປີ​ຂ້າງ​ໜ້າ ​ແລະ ລະບົບ​ອາດຈະຢຸດ​ການເຮັດວຽກ​ເຮັດໃຫ້ພັງທະລາຍລົງໃນໄວໆນີ້.

ອຸນຫະພູມ​ໂລກ​ພວມ​ເພີ່ມ​ຂຶ້ນ​ເລື້ອຍໆ ເຮັດໃຫ້ແຜ່ນນ້ຳກ້ອນ Antarctic ກາຍເປັນນ້ຳຈືດໃນປະລິມານທີ່ເພີ່ມຂຶ້ນຢ່າງໄວວາ ສົ່ງຜົນໃຫ້ນ້ຳເຄັມທີ່ເຢັນບໍ່ຈົມລົງຢ່າງທີ່ເຄີຍ. ຄຽງຄູ່ກັບການປ່ຽນແປງຂອງກະແສລົມ ແລະອຸນຫະພູມໃນຄວາມເລິກຂອງມະຫາສະໝຸດທີ່ເລີ່ມຮ້ອນຜິດປົກກະຕິ ເຮັດໃຫ້ລະບົບການໄຫຼວຽນຂອງນໍ້າຈາກກົ້ນມະຫາສະໝຸດໄປຫາດ້ານເທິງຊ້າລົງ

ສາສະດາຈານ Matthew England ຈາກມະຫາວິທະຍາໄລ New South Wales ໃນອອສເຕຣເລຍກ່າວວ່າ: ຜົນໄດ້ຮັບແມ່ນຄິດໄລ່ດ້ວຍຕົວແບບຄອມພິວເຕີໂດຍໃຊ້ຂໍ້ມູນຫຼ້າສຸດ. ຊີ້​ໃຫ້​ເຫັນ​ວ່າ ຖ້າ​ອັດຕາ​ການ​ປ່ອຍ​ອາຍ​ຄາ​ບອນ​ອອກ​ສູ່​ຊັ້ນ​ບັນຍາກາດໂລກ​ຍັງ​ຄົງ​ເປັນຄື​ເກົ່າ​ໃນ​ທຸກ​ວັນ​ນີ້ ເຮົາ​ຈະ​ບໍ່​ສາມາດ​ຫຼີກເວັ້ນ​ໄພພິບັດ​ອັນ​ໃຫຍ່​ຫຼວງ.

ນີ້ແມ່ນຍ້ອນວ່າລະບົບການໄຫຼວຽນຂອງນໍ້າ Antarctic ຊ່ວຍຫຼາຍຊີວິດໃນມະຫາສະໝຸດ. ໂດຍການນຳເອົາສານອາຫານ ແລະ ອັອກຊີເຈນໃຫ້ກະຈາຍໄປຢ່າງທົ່ວເຖິງ, ມັນຍັງມີບົດບາດສໍາຄັນໃນການຂັບເຄື່ອນກະແສນ້ຳໃນມະຫາສະໝຸດອື່ນໆອີກຫຼາຍເເຫ່ງໃນທົ່ວໂລກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/