EA Sports ຄ້າຍຜະລິດເກມກິລາຍັກໃຫຍ່ສັນຊາດອາເມຣິກາ ແລະ FIFA ສະຫະພັນບານເຕະໂລກ ໄດ້ຮ່ວມມືກັນ ໃນການຜະລິດເກມບານເຕະ ມາແລ້ວ 29 ປີ ທີ່ຕອນນັ້ນໃຊ້ຊື່ວ່າ International Soccer ແລະ ປ່ອຍອອກມາຕັ້ງແຕ່ປີ 1993. ຫຼ້າສຸດ ທັງສອງໄດ້ປະກາດຢຸດຄວາມສຳພັັນກັນແລ້ວ ຫຼັງຈາກຈັບມືກັນພັດທະນາ ເກມເຕະບານຂວັນໃຈເກມເມີ້ທົ່ວໂລກ ມາດົນເຖິງ 3 ທົດສະວັດ.
ເຖິງຢ່າງໃດກໍຕາມ ທັງສອງຍັງຢືນຢັນວ່າ FIFA 23 ທີ່ຈະປ່ອຍອອກມາໃນປາຍປີນີ້ ຍັງເປັນການຮ່ວມມືກັນຢູ່ ແລະ ຈະເປັນພາກສຸດທ້າຍທີ່ຈະຮ່ວມມືກັນ. ກ່ອນທີ່ EA Sports ຈະປ່ຽນຊື່ເກມ ແລະ ຮູບແບບບາງສ່ວນຂອງເກມ ໃນເດືອນ ກໍລະກົດ ປີ 2023 ເຊິ່ງຄາດການວ່າຈະປ່ຽນຊື່ມາໃຊ້ຄຳວ່າ EA SPORTS FC.

ໂດຍ EA Sports ໄດ້ອອກຖະແຫຼງການເຖິງການປ່ຽນແປງຄັ້ງນີ້ວ່າ:
“ເຖິງແຟນບານສຸດທີ່ຮັກ ພວກເຮົາຕ້ອງການເລີ່ມຕົ້ນດ້ວຍການຂອບໃຈ ຊຸມຊົນທີ່ໜ້າເຫຼືອເຊື່ອ ແລະ ມີແຟນໆຫຼາຍກວ່າ 150 ລ້ານຄົນທີ່ຊ່ວຍໃນການສ້າງແພລັດຟອມຄວາມບັນເທີງບານເຕະທີ່ໃຫຍ່ທີ່ສຸດໃນໂລກ ຈາກເກືອບ 30 ປີຂອງການສ້າງປະສົບການບານເຕະແບບ ອິນເຕີແອັກທີບ ໃນອີກບໍ່ດົນເຮົາຈະເລີ່ມຕົ້ນຍຸກໃໝ່ທີ່ໜ້າຕື່ນເຕັ້ນ”.

“ປີໜ້າ EA SPORTS FC ຈະກາຍເປັນອະນາຄົດຂອງບານເຕະ EA SPORTS ນອກຈາກພັນທະມິດລິຂະສິດ 300 ກວ່າລາຍ ຂອງເຮົາໃນກິລາແລ້ວ ເຮົາພ້ອມທີ່ຈະນຳປະສົບການບານເຕະລະດັບໂລກໄປສູ່ອີກລະດັບໜຶ່ງ ໃນນາມຂອງແຟນບານທຸກຄົນທົ່ວໂລກ ທຸກສິ່ງທີ່ເຈົ້າຮັກກ່ຽວກັບເກມຂອງເຮົາ ຈະຍັງຄົງຢູ່ໃນ EA SPORTS FC ເຊັ່ນ: Ultimate Team, Career Mode, Pro Clubs ແລະ VOLTA Football”.

ຄວາມກັງວົນຂອງແຟນບານກ່ຽວກັບການປ່ຽນແປງຄັ້ງນີ້ ທີ່ວ່າ ລິຂະສິດຂອງນັກເຕະ ໃນລີກໃຫຍ່ຂອງຢູໂຣບນັ້ນຈະຫາຍໄປຫຼືບໍ່. ກ່ຽວກັບເລື່ອງນີ້ ທາງ EA Sports ໄດ້ຢືນຢັນວ່າ 3 ລີກໃຫຍ່ໃນຢູໂຣບ ໄດ້ແກ່ ພຣີເມຍລີກ, ລາລີກາ ແລະ ບຸນເດສລິກ້າ ລວມທັງອົງການຢູຟ້າຈະຍັງຄົງເປັນພາດເນີ້ ກັບ EA Sports ໃນເກມພາກໃໝ່ຂອງພວກເຂົາຕໍ່ໄປ. ສ່ວນລີກອື່ນໆ ແມ່ນກຳລັງຢູ່ໃນຂັ້ນຕອນ ໂອ້ລົມປຶກສາຫາລືກັນ.
ຂອບໃຈຂໍ້ມູນຈາກ: https://cutt.ly/WHtKKjw
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/