Dogwifhat ເພີ່ມຂຶ້ນຫຼາຍກວ່າ 20% ໃນຊົ່ວຂ້າມຄືນ, ຄວ້າອັນດັບທີ 42 ຂອງຫຼຽນ Crypto ທີ່ມີມູນຄ່າຕະຫຼາດຫຼາຍທີ່ສຸດໃນໂລກ


Dogwifhat (WIF) ຫຼຽນ meme ນ້ອງໃໝ່ທີ່ມາແຮງທີ່ສຸດໃນໄລຍະນີ້. ໂດຍໃນຕອນກາງຄືນທີ່ຜ່ານມາ, ລາຄາຂອງ WIF ຍັງສືບຕໍ່ເພີ່ມຂື້ນເລື້ອຍໆຈົນເຖິງຕອນເຊົ້າໃນມື້ນີ້ ໂດຍສາມາດເຮັດລາຄາໄດ້ສູງກວ່າ 20% ໃນເວລາພຽງ 2 – 3 ຊົ່ວໂມງ.

ໃນຂະນະທີ່ລາຄາ token ເພີ່ມຂຶ້ນສູງ, Dogwifhat ປັດຈຸບັນແມ່ນຕິດຢູ່ໃນອັນດັບ 100 cryptocurrencies ທີ່ມີມູນຄ່າຕະຫຼາດສູງສຸດ. ເຊິ່ງຢູ່ໃນອັນດັບທີ 42, ໂດຍໃນປັດຈຸບັນມີມູນຄ່າຕະຫຼາດທັງໝົດປະມານ 3.2 ຕື້ໂດລາ

ເຖິງແມ່ນວ່າລາຄາຂອງ WIF ໄດ້ຢຸດສະງັກເລັກນ້ອຍໃນອາທິດທີ່ຜ່ານມາ, ແຕ່ໃນປັດຈຸບັນຫຼຽນດັ່ງກ່າວກໍສາມາດຟື້ນກັບມາຄືນໄດ້ສູງເຖິງ 44.5% 

ໂດຍສາເຫດທີ່ວ່າເປັນຫຍັງຫຼຽນ WIF ຈຶ່ງມີລາຄາເພິ່ມຂຶ້ນສູງໃນມື້ນີ້ນັ້ນຍັງບໍ່ເປັນທີ່ຊັດເຈນ. ເຊິ່ງຜູ້ຊ່ຽວຊານໄດ້ຄາດການວ່າອາດຈະມາຈາກແນວໂນ້ມຂອງຫຼຽນ meme ນີ້ທີ່ກໍາລັງກາຍເປັນທີ່ນິຍົມຫຼາຍຂຶ້ນ ໂດຍພວກເຮົາສາມາດເຫັນໄດ້ຈາກວ່າມີຫຼາຍສຳນັກຂ່າວທີ່ມີຊື່ສຽງໄດ້ມີການລາຍງານກ່ຽວກັບຫຼຽນ WIF ຫຼື ອາດຈະເປັນບໍລິສັດຄຸ້ມຄອງກອງທຶນເຊັ່ນ Franklin Templeton ໄດ້ມີການກ່າວເຖິງຫຼຽນດັ່ງກ່າວ. ແລະ ເຖິງແມ່ນວ່າຮູບປັ້ນກະທິງທີ່ມີຊື່ສຽງທີ່ສຸດໃນ Wall Street ກໍຍັງມີຄົນເອົາໝວກໄໝພົມໄປສວມໃສ່ໃຫ້ ເຮັດ​ໃຫ້​ຄົນ​ທັງ​ໃນ ​ແລະ ​ນອກ​ອຸດ​ສາ​ຫະ​ກໍາ​ຕ່າງກໍ​ຮູ້ຈັກກັບ​​ຫຼຽນ WIF ຫຼາຍຂຶ້ນ.

ໃນຂະນະທີ່ຂຽນ, Dogwifhat ໄດ້ມີການຊື້ຂາຍກັນຢູ່ທີ່  3.24 ໂດລາ, ເຊິ່ງເພີ່ມຂຶ້ນ 10.32% ໃນ 24 ຊົ່ວໂມງທີ່ຜ່ານມາ, ອີງຕາມຂໍ້ມູນຈາກ Coinmarketcap.

ທີ່ມາ:

siamblockchain

coinmarketcap

u.today

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/