Crypto ອາດເປັນທາງເລືອກທີ່ດີທີ່ສຸດ? ຄ່າເງິນເຢນຫຼຸດລົງຕໍ່າສຸດໃນຮອບ 34 ປີ ອາດເຮັດໃຫ້ຍີ່ປຸ່ນຫັນມາໃຊ້ Bitcoin


ຕະຫຼາດ crypto ທີ່ຂຶ້ນຊື່ວ່າເປັນຕະຫຼາດທີ່ມີການຜັນຜວນຮຸນແຮງ ຍັງຄົງຄວາມສະຖຽນລະພາບໄດ້ໃນມື້ນີ້. ​ເມື່ອ​ທຽບ​ໃສ່​ເງິນ​ເຢນ​ຂອງ​ຍີ່​ປຸ່ນ ​ທີ່​ຫຼຸດ​ລົງ​ຕ່ຳ​ສຸດ​ໃນ​ຮອບ 34 ປີ​ເມື່ອ​ທຽບ​ໃສ່​ເງິນ​ໂດ​ລາ. ສຳລັບເຫດການທີ່ບໍ່ຄາດຄິດນີ້ໄດ້ເຮັດໃຫ້ຜູ້ສັງເກດການຕະຫຼາດຕ້ອງພິຈາລະນາຄືນເຖິງຜົນກະທົບທີ່ອາດຈະເກີດຂຶ້ນ.

ເງິນເຢນຂອງຍີ່ປຸ່ນ (JPY) ຫຼຸດລົງອີກ 1.3% ໃນວັນອາທິດທີ່ຜ່ານມາ, ເຊິ່ງເຮັດໃຫ້ເງິນເຢນຫຼຸດລົງຕໍ່າສຸດນັບຕັ້ງແຕ່ປີ 1990, ຫຼັງຈາກທະນາຄານຍີ່ປຸ່ນ (BOJ) ຍັງຄົງຮັກສາອັດຕາດອກເບ້ຍໄວ້ໃຫ້ໃກ້ກັບ 0%.

ໃນຂະນະດຽວກັນ, ການຂະຫຍາຍຕົວທາງດ້ານເສດຖະກິດທີ່ເຂັ້ມແຂງຢ່າງຕໍ່ເນື່ອງ ແລະ ອັດຕາເງິນເຟີ້ສູງໃນສະຫະລັດໄດ້ເຮັດໃຫ້ເສດຖະກິດມີຄວາມເຄັ່ງຕຶງໃນປີນີ້, ອີງຂໍ້ມູນຈາກ Quinn Thompson, ຜູ້ກໍ່ຕັ້ງກອງທຶນ hedge Fund Lekker Capital.

“ການ​ເຄື່ອນ​ໄຫວ​ຂະໜາດ​ນີ້ ​ແລະ ​ຄວາມ​ໄວຂອງສະກຸນເງິນ​ບໍ່​ແມ່ນ​ເລື່ອງ​ປົກກະຕິ. ດັ່ງນັ້ນ, ຂ້ອຍຄາດຫວັງວ່າອົງການຈະເຮັດບາງສິ່ງບາງຢ່າງພາຍໃນໃນໄວໆນີ້”

ການເສື່ອມລາຄາຂອງເງິນເຢນຍັງບໍ່ທັນສົ່ງຜົນກະທົບຕໍ່ຕະຫຼາດ crypto. ຢ່າງໃດກໍຕາມ, ສິ່ງນີ້ສາມາດເກີດຂຶ້ນໄດ້ຖ້າທະນາຄານຍີ່ປຸ່ນແຊກແຊງໃນລະບົບການເງິນ. ໂດຍ Noelle Acheson, ນັກວິເຄາະ ແລະ ຜູ້ຂຽນຂອງ Crypto Is Macro ໄດ້ກ່າວວ່າ ການແຊກແຊງດັ່ງກ່າວ ອາດເປັນການເທຂາຍເງິນໂດລາທີ່ຖືໂດຍ BOJ ເພື່ອນຳມາຊື້ເງິນເຢນ ແລະການອ່ອນຄ່າຂອງເງິນໂດລາອາດຈະເຮັດໃຫ້ລາຄາຂອງ cryptocurrencies ເພີ່ມຂຶ້ນໃນທາງທິດສະດີໄດ້.

Quinn Thompson ກ່າວເສີມວ່າ ການແຊກແຊງອີກຮູບແບບໜຶ່ງຄືການອັດສີດສະພາບຄ່ອງເຂົ້າສູ່ຕະຫຼາດ ເຊິ່ງອາດເຮັດໃຫ້ສິນຊັບທີ່ມີຄວາມສ່ຽງຄື crypto ດຶງດູດຄວາມສົນໃຈຈາກຜູ້ຄົນຫຼາຍຂຶ້ນ.

ເມື່ອແນມໄປທີ່ອະນາຄົດ, Noelle Acheson ຄາດຄະເນວ່າມັນບໍ່ແມ່ນພຽງແຕ່ເງິນເຢນທີ່ຈະປະເຊີນກັບບັນຫາ. ການເພີ່ມຂຶ້ນຂອງອັດຕາດອກເບ້ຍຂອງສະຫະລັດຈະເຮັດໃຫ້ສະກຸນເງິນອື່ນຫຼາຍຂຶ້ນກັບອັດຕາເງິນເຟີ້. ໃນນັ້ນນາງເວົ້າວ່າ

“ພວກເຮົາອາດຈະເຫັນການເທຂາຍເງິນໂດລາຈຳນວນຫຼາຍເມື່ອເຮັດໃຫ້ສະກຸນເງິນພາຍໃນປະເທດກັບຄືນມາແຂງຄ່າໄດ້. ເຊິ່ງການເໜັງຕີງຂອງອັດຕາແລກປ່ຽນສາມາດຊຸກຍູ້ໃຫ້ບໍລິສັດ ແລະ ລັດຖະບານຫັນມາຖືຄອງສິນຊັບປ້ອງກັນຄວາມສ່ຽງເຊັ່ນ: ຄໍາ ແລະBitcoin.

ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 63,513 ໂດລາ, ເພີ່ມຂຶ້ນ 0.65 ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ coinmarketcap

ທີ່ມາ:

en.bitcoinsistemi

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/