ໄຕມາດທຳອິດ 2024 ສປປ ລາວ ສົ່ງອອກ 1,678 ລ້ານໂດລາ ຈາກທ່າແຮງດ້ານ ສິນຄ້າກະສິກຳ-ປ່າໄມ້ ແລະ ແຮ່ທາດ


ໃນໄຕມາດທີ 1 ຂອງປີ 2024 ສປປ ລາວ ສົ່ງສິນຄ້າກະສິກໍາ-ປ່າໄມ້ ແລະ ໂລຫະຫຼາຍທີ່ສຸດກວມເອົາ 55.57 % ຂອງມູນຄ່າການສົ່ງອອກທັງໝົດ ເຊິ່ງໄດ້ແເກ່:

  • ມັນຕົ້ນ 17.13%, ຄິດເປັນມູນຄ່າການສົ່ງອອກ 287,505,932 ໂດລາ
  • ຄຳປະສົມ, ຄຳແທ່ງ 12.01%, ຄິດເປັນມູນຄ່າການສົ່ງອອກ 201,518,816 ໂດລາ
  • ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 7.22%, ຄິດເປັນມູນຄ່າການສົ່ງອອກ 121,222,558 ໂດລາ
  • ແປ້ງມັນຕົ້ນ 5.85%, ຄິດເປັນມູນຄ່າການສົ່ງອອກ 98,151,317 ໂດລາ
  • ໝາກກ້ວຍ 5.49%, ຄິດເປັນມູນຄ່າການສົ່ງອອກ 92,204,046 ໂດລາ
  • ນ້ຳຕານ 5.11%, ຄິດເປັນມູນຄ່າການສົ່ງອອກ 85,849,134 ໂດລາ
  • ເຍື່ອໄມ້ ແລະ ເສດເຈ້ຍ 5.04%, ຄິດເປັນມູນຄ່າການສົ່ງອອກ 84,564,470 ໂດລາ
  • ຢາງພາລາ 4.94%, ຄິດເປັນມູນຄ່າການສົ່ງອອກ 82,993,813 ໂດລາ

ນອກຈາກນີ້, ຍັງໄດ້ສົ່ງອອກສິນຄ້າປະເພດອື່ນໆອີກເຊັ່ນ:

  • ເກືອກາລີ 10.31%, ຄິດເປັນມູນຄ່າການສົ່ງອອກ 173,088,380 ໂດລາ
  • ແຮ່ທອງ 9.77%, ຄິດເປັນມູນຄ່າການສົ່ງອອກ 164,063,556 ໂດລາ
  • ແຮ່ເຫຼັກ 4,67%, ຄິດເປັນມູນຄ່າການສົ່ງອອກ 78,337,590 ໂດລາ
  • ເຄື່ອງນຸ່ງຫົ່ມ 3.90%, ຄິດເປັນມູນຄ່າການສົ່ງອອກ 65,527,398 ໂດລາ
  • ເຄື່ອງດື່ມຕ່າງໆ 3.25%, ຄິດເປັນມູນຄ່າການສົ່ງອອກ 54,584,857 ໂດລາ
  • ເຄື່ອງໃຊ້ ແລະ ອຸປະກອນໄຟຟ້າ 2.71%, ຄິດເປັນມູນຄ່າການສົ່ງອອກ 45,570,515 ໂດລາ
  • ເຄມີອະນິນຊີ 2.58%, ຄິດເປັນມູນຄ່າການສົ່ງອອກ 43,292,805 ໂດລາ

ມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ໃນໄຕມາດທີ 1 ປີ 2024 ຢູ່ທີ່ 1,678,475,187 ໂດລາ, ເພີ່ມຂຶ້ນ 5.1% ເມື່ອທຽບກັບຊ່ວງໄລຍະດຽວກັນຂອງປີກ່ອນ.

ໂດຍ 3 ປະເທດທີ່ ສປປ. ລາວສົ່ງສິນຄ້າອອກໄປສູງສຸດໄດ້ແກ່ ຈີນ 39.40% (815,544,154 ໂດລາ), ໄທຍ 23.79% (492,560,641 ໂດລາ) ແລະ ຫວຽດນາມ 20.50% (424,420,160 ໂດລາ) ເປັນຕົ້ນ.

ທີ່ມາ:

laotradestat.moic.gov.la

thaibizlaos.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/