ຕະຫຼາດ crypto ທີ່ຂຶ້ນຊື່ວ່າເປັນຕະຫຼາດທີ່ມີການຜັນຜວນຮຸນແຮງ ຍັງຄົງຄວາມສະຖຽນລະພາບໄດ້ໃນມື້ນີ້. ເມື່ອທຽບໃສ່ເງິນເຢນຂອງຍີ່ປຸ່ນ ທີ່ຫຼຸດລົງຕ່ຳສຸດໃນຮອບ 34 ປີເມື່ອທຽບໃສ່ເງິນໂດລາ. ສຳລັບເຫດການທີ່ບໍ່ຄາດຄິດນີ້ໄດ້ເຮັດໃຫ້ຜູ້ສັງເກດການຕະຫຼາດຕ້ອງພິຈາລະນາຄືນເຖິງຜົນກະທົບທີ່ອາດຈະເກີດຂຶ້ນ.
ເງິນເຢນຂອງຍີ່ປຸ່ນ (JPY) ຫຼຸດລົງອີກ 1.3% ໃນວັນອາທິດທີ່ຜ່ານມາ, ເຊິ່ງເຮັດໃຫ້ເງິນເຢນຫຼຸດລົງຕໍ່າສຸດນັບຕັ້ງແຕ່ປີ 1990, ຫຼັງຈາກທະນາຄານຍີ່ປຸ່ນ (BOJ) ຍັງຄົງຮັກສາອັດຕາດອກເບ້ຍໄວ້ໃຫ້ໃກ້ກັບ 0%.
ໃນຂະນະດຽວກັນ, ການຂະຫຍາຍຕົວທາງດ້ານເສດຖະກິດທີ່ເຂັ້ມແຂງຢ່າງຕໍ່ເນື່ອງ ແລະ ອັດຕາເງິນເຟີ້ສູງໃນສະຫະລັດໄດ້ເຮັດໃຫ້ເສດຖະກິດມີຄວາມເຄັ່ງຕຶງໃນປີນີ້, ອີງຂໍ້ມູນຈາກ Quinn Thompson, ຜູ້ກໍ່ຕັ້ງກອງທຶນ hedge Fund Lekker Capital.
“ການເຄື່ອນໄຫວຂະໜາດນີ້ ແລະ ຄວາມໄວຂອງສະກຸນເງິນບໍ່ແມ່ນເລື່ອງປົກກະຕິ. ດັ່ງນັ້ນ, ຂ້ອຍຄາດຫວັງວ່າອົງການຈະເຮັດບາງສິ່ງບາງຢ່າງພາຍໃນໃນໄວໆນີ້”
ການເສື່ອມລາຄາຂອງເງິນເຢນຍັງບໍ່ທັນສົ່ງຜົນກະທົບຕໍ່ຕະຫຼາດ crypto. ຢ່າງໃດກໍຕາມ, ສິ່ງນີ້ສາມາດເກີດຂຶ້ນໄດ້ຖ້າທະນາຄານຍີ່ປຸ່ນແຊກແຊງໃນລະບົບການເງິນ. ໂດຍ Noelle Acheson, ນັກວິເຄາະ ແລະ ຜູ້ຂຽນຂອງ Crypto Is Macro ໄດ້ກ່າວວ່າ ການແຊກແຊງດັ່ງກ່າວ ອາດເປັນການເທຂາຍເງິນໂດລາທີ່ຖືໂດຍ BOJ ເພື່ອນຳມາຊື້ເງິນເຢນ ແລະການອ່ອນຄ່າຂອງເງິນໂດລາອາດຈະເຮັດໃຫ້ລາຄາຂອງ cryptocurrencies ເພີ່ມຂຶ້ນໃນທາງທິດສະດີໄດ້.
Quinn Thompson ກ່າວເສີມວ່າ ການແຊກແຊງອີກຮູບແບບໜຶ່ງຄືການອັດສີດສະພາບຄ່ອງເຂົ້າສູ່ຕະຫຼາດ ເຊິ່ງອາດເຮັດໃຫ້ສິນຊັບທີ່ມີຄວາມສ່ຽງຄື crypto ດຶງດູດຄວາມສົນໃຈຈາກຜູ້ຄົນຫຼາຍຂຶ້ນ.

ເມື່ອແນມໄປທີ່ອະນາຄົດ, Noelle Acheson ຄາດຄະເນວ່າມັນບໍ່ແມ່ນພຽງແຕ່ເງິນເຢນທີ່ຈະປະເຊີນກັບບັນຫາ. ການເພີ່ມຂຶ້ນຂອງອັດຕາດອກເບ້ຍຂອງສະຫະລັດຈະເຮັດໃຫ້ສະກຸນເງິນອື່ນຫຼາຍຂຶ້ນກັບອັດຕາເງິນເຟີ້. ໃນນັ້ນນາງເວົ້າວ່າ
“ພວກເຮົາອາດຈະເຫັນການເທຂາຍເງິນໂດລາຈຳນວນຫຼາຍເມື່ອເຮັດໃຫ້ສະກຸນເງິນພາຍໃນປະເທດກັບຄືນມາແຂງຄ່າໄດ້. ເຊິ່ງການເໜັງຕີງຂອງອັດຕາແລກປ່ຽນສາມາດຊຸກຍູ້ໃຫ້ບໍລິສັດ ແລະ ລັດຖະບານຫັນມາຖືຄອງສິນຊັບປ້ອງກັນຄວາມສ່ຽງເຊັ່ນ: ຄໍາ ແລະBitcoin.
ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 63,513 ໂດລາ, ເພີ່ມຂຶ້ນ 0.65 ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ coinmarketcap
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/