Cristiano Ronaldo ກາຍເປັນຄົນທຳອິດໃນໂລກ ທີ່ສາມາດຍິງປະຕູໃນບານໂລກ ຮອບສຸດທ້າຍໄດ້ 5 ສະໄໝຕິດຕໍ່ກັນ


ຄໍ່າຄືນທີ່ຜ່ານມາ ໃນການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ ກັບການແຂ່ງຂັນໃນກຸ່ມ H ເກມທີ່ ທີມຊາດ ໂປຕຸເກດ ພົບການ ທີມຊາດ ການາ, ຄຣິສເຕຍໂນ ໂຣນັລໂດ້ ຊຸບເປີ້ສະຕາ ກອງໜ້າໄຮ້ສັງກັດ ທີມຊາດໂປຕຸເກດ ໄດ້ສ້າງປະຫວັດສາດໜ້າໃໝ່ ໃຫ້ກັບວົງການບານເຕະໂລກ ໂດຍການເປັນຄົນທຳອິດໃນໂລກ ທີ່ສາມາດຍິງປະຕູໃນບານໂລກ ຮອບສຸດທ້າຍໄດ້ 5 ສະໄໝຕິດຕໍ່ກັນ ຈາກການຍິງຈຸດໂທດ ຊ່ວຍໃຫ້ ໂປຕຸເກດ ເອົາຊະນະ ການາ ໄປໄດ້ສຳເລັດດ້ວຍສະກໍ 3 ປະຕູຕໍ່ 2.

ໂດຍຊຸບເປີ້ສະຕາ ເຈົ້າຂອງຊື່ລະຫັດ CR7 ກາຍເປັນນັກເຕະຄົນທຳອິດ ທີ່ສາມາດຍິງປະຕູໃນບານໂລກ ຮອບສຸດທ້າຍໄດ້ 5 ສະໄໝຕິດຕໍ່ກັນ ນັບຕັ້ງແຕ່ ບານໂລກ 2006 ທີ່ປະເທດເຢຍລະມັນ ເປັນຕົ້ນມາ ທີ່ຕອນນັ້ນ ໂຣນັລໂດ້ ໃນອາຍຸ 21 ປີ ສາມາດຍິງໃຫ້ທີມຊາດໂປຕຸເກດໄດ້ 1 ປະຕູ, ປີ 2010 ສາມາດຍິງໄດ້ 1 ປະຕູ, ປີ 2014 ຍິງໄດ້ 1 ປະຕູ ແລະ ປີ 2018 ຍິງໄດ້ 1 ປະຕູ.

ໂດຍກ່ອນໜ້ານີ້ ສະຖິຕິດັ່ງກ່າວ ທີ່ວ່ານັກເຕະຄົນໜຶ່ງຈະສາມາດຍິງປະຕູໃນບານໂລກ ຮອບສຸດທ້າຍ ໄດ້ນັ້ນ ແມ່ນມີຢູ່ທີ່ 4 ສະໄໝ ເຊິ່ງປະກອບມີ ເປເລ້ ຕຳນານນັກເຕະ ທີ່ຄັ້ງໜຶ່ງເຄີຍຖືກຍົກໃຫ້ເປັນສົມບັດຂອງຊາດ ບຣາຊິວ ຍິງປະຕູໄດ້ໃນປີ 1958, 1962, 1966 ແລະ 1970; ຢູວີ ຊີເລີ ກອງໜ້າທີມຊາດ ເຢຍລະມັນຕາເວັນຕົກ ຍິງໄດ້ 4 ສະໄໝ ປີດຽວກັນກັບເປເລ້ ກໍຄື ປີ 1958, 1962, 1966 ແລະ 1970; ມິໂລສະລາຍ ໂຄຣເຊ່ ກອງໜ້າທີມຊາດ ເຢຍລະມັນ ຍິງໄດ້ໃນປີ 2002, 2006, 2010 ແລະ 2014. ລີໂອເນວ ເມັສຊີ່ ຍິງໄດ້ໃນປີ 2006, 2014, 2018 ແລະ 2022.

ສຳລັບນັດຕໍ່ໄປຂອງ ຄຣິສເຕຍໂນ ໂຣນັລໂດ້ ແມ່ນມີຄິວລົງສະໜາມພາທີມຊາດໂປຕຸເກດ ໄປຍາດເອົາ 3 ຄະແນນກັບ ທີມຊາດ ອຸຣຸໄກວ ໃນວັນທີ 29 ພະຈິກນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/