ໄຕ້ຫວັນຕັ້ງຂໍ້ຫາກັບເຈົ້າໜ້າທີ່ລະດັບສູງຂອງກອງທັບ ຫຼັງຈັບໄດ້ວ່າຮັບສິນບົນມາຈາກສາຍລັບຂອງຈີນ ພ້ອມກັບລົງນາມຍອມຈຳນົນຫາກເກີດສົງຄາມ


ເມື່ອວັນອັງຄານທີ່ຜ່ານມາ ສຳນັກງານໄອຍະການໃນເມືອງ ເກົາສົງ ທີ່ຕັ້ງຢູ່ທາງຕອນໃຕ້ຂອງໄຕ້ຫວັນໄດ້ເປີດເຜີຍວ່າ ທາງການຂອງໄຕ້ຫວັນໄດ້ຕັ້ງຂໍ້ຫາກັບເຈົ້າໜ້າທີ່ລະດັບສູງທີ່ມີຍົດເປັນພັນເອກຂອງທັບໄຕ້ຫວັນ ໃນຄວາມຜິດໃນຂໍ້ຫາຄໍຣັບຊັນແລະກໍ່ຄວາມເສຍຫາຍຕໍ່ຄວາມໝັ້ນຄົງຂອງລັດ ຫຼັງພົບວ່າເຈົ້າໜ້າທີ່ຄົນນີ້ໄດ້ມີການຮັບສິນບົນມາຈາກສາຍລັບຂອງປະເທດຈີນ ພ້ອມກັນນັ້ນຍັງໄດ້ລົງນາມໃນຈົດໝາຍ ໃຫ້ສັນຍາວ່າຈະຍອມຈຳນົນຕໍ່ຈີນ ຫາກວ່າມີສົງຄາມລະຫວ່າງຈີນກັບໄຕ້ຫວັນເລີ່ມຂຶ້ນ.

ແລະຈາກການເປີດເຜີຍຂອງສຳນັກໄອຍະການລະບຸວ່າ ພັນເອກທີ່ຮັບສິນບົນຄົນນີ້ມີຊື່ວ່າ ຊ່ຽງ ເຕີ໋ເອິນ (Hsiang Te-en) ໂດຍລາວໄດ້ຮັບເງິນສິນບົນປະມານ 1.8 ໝື່ນໂດລາ ຈາກສາຍລັບຈີນ ຈາກຄວາມຜິດດັ່ງກ່າວທາງໄອຍະການພະຍາຍາມທີ່ຈະໃຫ້ລາວໄດ້ຮັບໂທດຈຳຄຸກ 12 ປີ.

ພ້ອມກັນນັ້ນສາຍລັບຈີນທີ່ໃຫ້ເງິນສິນບົນແກ່ ຊ່ຽງ ກໍເປັນເຈົ້າໜ້າທີ່ກະສຽນອາຍຸການເຮັດວຽກແລ້ວ ເຊິ່ງລາວໄດ້ບອກໃຫ້ພັນເອກຊ່ຽງຜູ້ນີ້ທີ່ກ່ອນໜ້ານີ້ເຄີຍຄິດຈະລາອອກ ໃຫ້ຢູ່ຮັບວຽກກອງທັບຕໍ່ໄປເພື່ອຈະໄດ້ຄ່ອຍໆ ໄຕ່ລະດັບຍົດແລະເຮັດໜ້າທີ່ເປັນສາຍລັບໃຫ້ແກ່ຈີນ. ນອກນັ້ນຍັງພົບວ່າພັນເອກຄົນນີ້ຍັງໄດ້ລົງນາມໃນຈົດໝາຍໃຫ້ຄຳສັນຍາວ່າຈະຍອມຈຳນົນໃນກໍລະນີທີ່ໄຕ້ຫວັນເກີດສົງຄາມກັບຈີນ.

ທາງດ້ານກະຊວງປ້ອງກັນປະເທດຂອງໄຕ້ຫວັນເປີດເຜີຍວ່າ ເຈົ້າໜ້າທີ່ກອງທັບທີ່ຕິດສິນບົນນັ້ນແມ່ນໄດ້ລະເມີດກົດໝາຍຄວາມໝັ້ນຄົງແຫ່ງຊາດແລະກົດໝາຍຕ້ານຄໍຣັບຊັນ ເຊິ່ງທາງການໄຕ້ຫວັນພ້ອມທີ່ຈະໃຫ້ຄວາມຮ່ວມມືໃນການສືບສວນຢ່າງຕໍ່ເນື່ອງ.

ທັງນີ້ ທີ່ຜ່ານມາທາງການໄຕ້ຫວັນພະຍາຍາມຕໍ່ຕ້ານສິ່ງທີ່ເອີ້ນວ່າເປັນ “ແຜນສອດແນມຢ່າງຍືນຍົງ” ຂອງລັດຖະບານຈີນ ເພື່ອທຳລາຍແລະສ້າງຄວາມແຕກແຍກໃນໝູ່ເຈົ້າໜ້າທີ່ຫຼາຍລະດັບຂອງກອງທັບໄຕ້ຫວັນ ຂະນະທີ່ຈີນເອງກໍເບິ່ງວ່າໄຕ້ຫວັນເປັນດິນແດນສ່ວນໜຶ່ງຂອງຕົນ ແລະບໍ່ເຄີຍຖິ້ມທາງເລືອກໃນການໃຊ້ກໍາລັງເພື່ອນຳໄຕ້ຫວັນຫວນກັບມາຢູ່ພາຍໃຕ້ການຄວບຄຸມຂອງຈີນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/