ບັນຫາເສບຕິດການພະນັນເປັນໜຶ່ງໃນປາກົດການຫຍໍ້ທໍ້ສັງຄົມທີ່ພົບເຫັນກັນຫຼາຍ ເຊິ່ງວ່າພຶດຕິກຳດັ່ງກ່າວມີຊື່ເອີ້ນວ່າ: Compulsive Gambling ມັນຄືພຶດຕິກຳການເຮັດຊໍ້າໆ, ຢຸດຫຼິ້ນບໍ່ໄດ້ຈົນເຖິງຂັ້ນເສບຕິດ ເປັນຕົ້ນ.
ເຊິ່ງກົນໄກການເສບຕິດພະນັນໄດ້ມີຜົນກະຕຸ້ນສະໝອງສ່ວນລະບົບການໃຫ້ຮາງວັນ (Brain’s reward system) ເຊັ່ນດຽວກັນກັບຢາ ຫຼື ແອລກໍຮໍ ກາຍເປັນຕົ້ນເຫດຂອງການເສບຕິດ. ໂດຍງານວິໄຈໄດ້ພົບວ່າ ວົງຈອນການເຮັດວຽກຂອງສະໝອງຜູ້ເສບຕິດການພະນັນແຕກຕ່າງຈາກຄົນທົ່ວໄປ ເຊິ່ງການເຮັດວຽກຂອງສື່ປະສານໃນສະໝອງໂດປາມີນ (ສານຄວາມສຸກ) ເສີຍສົມດຸນ ກໍ່ໃຫ້ເກີດບັນຫາດ້ານສຸຂະພາບຈິດ ແລະ ຜູ້ຕິດການພະນັນຍັງສ່ຽງຕໍ່ການເປັນໂຣກອາລົມສອງຂົ້ວ (Bipolar disorder), ໂຣກຢ້ຳຄິດຢ້ຳທຳ (obsessive-compulsive disorder) ແລະ ໂຣກສະມາທິສັ້ນ ອີກດ້ວຍ.
ນອກຈາກນີ້, ພຶດຕິກຳຕິດການພະນັນອາດເປັນນິດໄສສ່ວນຕົວທີ່ເກີດຈາກສະພາບແວດລ້ອມພາໄປ ຫຼື ເຫັນຕົວຢ່າງທີ່ບໍ່ດີ. ສະນັ້ນ, ທາງການແພດຈຶ່ງໄດ້ອະທິບາຍສາເຫດອອກເປັນຂໍ້ຍ່ອຍດັ່ງນີ້:
- ກຳມະພັນ: ພົບວ່າຄົນປ່ວຍຕິດການພະນັນມີການຖ່າຍທອດທາງກຳມະພັນຮ່ວມດ້ວຍ.
- ສິ່ງແວດລ້ອມ: ເນື່ອງຈາກສະພາບແວດລ້ອມ, ຄົນອ້ອມຂ້າງຫຼິ້ນການພະນັນເປັນເລື່ອງປົກກະຕິ ຫຼື ມີຈຸດມົ້ວສຸມຫຼິ້ນໃນບໍລິເວນໃກ້ຄຽງນັ້ນອາດເປັນແຮງຊັກຈູງໃຫ້ຫຼິ້ນການພະນັນໄດ້ງ່າຍຂຶ້ນ.
- ແຮງຈູງໃຈຕ່າງໆ: ສື່ສັງຄົມອອນລາຍກໍມີອິດທິພົນຊຸກຍູ້ໃຫ້ຄົນຕິດການພະນັນໄດ້ ເຊັ່ນວ່າ: ການໂຄສະນາໂອ້ອວດວ່າໄດ້ເງິນຫຼາຍ, ຫຼິ້ນແລ້ວລວຍ ເປັນຕົ້ນ.

ສຳລັບອາການ ຫຼືວ່າ ການສະແດງອາການຂອງຜູ້ຕິດການພະນັນຕາມເກນການວິນິດໄສຂອງ American Psychiatric Association ມີດັ່ງນີ້:
- ຮູ້ສຶກຫງຸດຫງິດງ່າຍເມື່ອພະຍາຍາມຫຼຸດ ຫຼື ຢຸດຫຼິ້ນການພະນັນ
- ຄວາມສຳພັນກັບຄົນອ້ອມຂ້າງ, ໂອກາດດ້ານການຮຽນ, ການເຮັດວຽກ ແລະ ອາຊີບເສຍໄປເພາະການພະນັນ
- ພາຍຫຼັງສູນເສຍເງິນແລ້ວພະຍາຍາມກັບໄປຫຼິ້ນອີກຫວັງໄດ້ເງິນຄືນ
- ເມື່ອຮູ້ສຶກກົດດັນ, ບໍ່ສະບາຍໃຈ, ມີບັນຫາ ມັກໃຊ້ການພະນັນເພື່ອແກ້ໄຂບັນຫາ
- ຂໍຄວາມຊ່ວຍເຫຼືອຈາກຄົນອື່ນເພື່ອໃຫ້ພົ້ນຈາກການເປັນໜີ້ພະນັນ
- ເຮັດສິ່ງຜິດກົດໝາຍ ເຊັ່ນ: ປຸ້ນຈີ້, ຂີ້ລັກ, ຄ້າສິ່ງເສບຕິດ ເພື່ອຫາເງິນມາຫຼິ້ນ ແລະ ໃຊ້ໜີ້
- ພະຍາຍາມຄວບຄຸມການຫຼິ້ນແຕ່ບໍ່ສຳເລັດ
- ເພີ່ມຈຳນວນເງິນຂຶ້ນເລື້ອຍໆເພື່ອສ້າງຄວາມຕື່ນເຕັ້ນໃນການຫຼິ້ນ
- ຕົວະຄອບຄົວ, ແພດໝໍ ຫຼື ຄົນອ້ອມຂ້າງຫວັງປົກປິດພຶດຕິກຳຕິດພະນັນຂອງຕົນເອງ
- ວົນວຽນຄິດຫາແຕ່ການພະນັນ ລວມທັງວາງແຜນໄວ້ລ່ວງໜ້າວ່າຈະເອົາຊະນະໃນຄັ້ງຕໍ່ໄປໄດ້ແນວໃດ

ວິທີປິ່ນປົວອາການເສບຕິດການພະນັນ
ເຖິງແມ່ນວ່າພຶດຕິກຳຕິດການພະນັນຈະເປັນອາການຊຳເຮື້ອ ແລະ ມັກຈະກັບໄປເປັນຊໍ້າໄດ້ກໍຕາມ ແຕ່ມັນກໍສາມາດປິ່ນປົວໄດ້ດ້ວຍວິທີການປັບປ່ຽນພຶດຕິກຳ (Behavioral Therapy), ການໃຊ້ຄຳປຶກສາ (Counseling) ຫຼື ອາດໃຊ້ວິທີການປ່ຽນແນວຄິດ (Cognitive Therapy), ມີເປົ້າໝາຍທີ່ຊັດເຈນ, ກຳລັງໃຈຈາກຄົນອ້ອມຂ້າງ ແລະ ອາດໃຊ້ຢາເຂົ້າມາຊ່ວຍ. ນອກນີ້, ຄວນປິ່ນປົວໂຣກອື່ນຄວບຄູ່ໄປດ້ວຍຫາກພົບວ່າຕົນກຳລັງປະເຊີນຢູ່ ເຊັ່ນ: ພາວະຊຶມເສົ້າ, ວິຕົກກັງວົນ, ການຕິດສານເສບຕິດອື່ນໆເຊັ່ນ: ເຫຼົ້າ, ເບຍ, ຢາສູບ… ຈະຊ່ວຍໃຫ້ອາການເສບຕິດການພະນັນດີຂຶ້ນໄດ້ຢ່າງແນ່ນອນ.
ອ້າງອີງຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/