Carlos Alcaraz ນັກເທັນນິສ ອາຍຸ 20 ປີ ລົ້ມແຊ້ມເກົ່າ Novak Djokovic ໄປໄດ້ 3-2 ເຊັດ ຄວ້າແຊ້ມ Wimbledon ສະໄໝທຳອິດຂອງຕົນໄດ້ສຳເລັດ


ເສິກຊິງແຊ້ມ ເທັນນິສ ແກຣນສະແລມ Wimbledon 2023 ທີ່ນະຄອນຫຼວງ ລອນດອນ ປະເທດອັງກິດ ປະເພດ ຊາຍດ່ຽວ ລະຫວ່າງ ຄາລອສ ອາວຄາຣາຊ ນັກເທັນນິສອາຍຸນ້ອຍ ຟອມແຮງ ພົບກັບ ໂນວັກ ໂຈໂຄວິສ  ນັກເທັນນິສປະສົບການສູງ ຜູ້ໄດ້ຊິງແຊ້ມລະດັບ ແກຣນສະແລມຫຼາຍທີ່ສຸດໃນໂລກ.

ເຊິ່ງຜົນປາກົດວ່າ ເປັນຄື້ນລູກໃໝ່ຢ່າງ ອາວຄາຣາຊນັກເທັນນິສ ອາຍຸ 20 ປີ ທີ່ສາມາດລົ້ມແຊ້ມເກົ່າຢ່າງ ໂຈໂຄວິສ  ໄປໄດ້ 3-2 ເຊັດ ຄວ້າແຊ້ມ Wimbledon ສະໄໝທຳອິດຂອງຕົນໄດ້ສຳເລັດ.

ໂດຍໃນເຊັດທຳອິດ ເປັນທາງຂອງ ໂນວັກ ໂຈໂຄວິສ ທີ່ເຮັດໄດ້ດີກວ່າ ເອົາຊະນະ ອາວຄາຣາຊ ໄປໄດ້ 6-1 ຈາກນັ້ນເຊັດທີ 2 ທັງສອງຕໍ່ສູ້ກັນໄດ້ຢ່າງສູສີດຸເດືອດ ກ່ອນຈະເປັນຝ່າຍຂອງ ອາວຄາຣາຊ ທີ່ເກັບເຊັດນີ້ໄປໄດ້ 7-6 (8-6).

ຕໍ່ມາເຊັດທີ 3 ກໍເປັນຝ່າຍຂອງ  ອາວຄາຣາຊ ທີ່ກັບມາເອົາຄືນໃນເຊັດທຳອິດ ຊະນະ ໂຈໂຄວິສ ໄປ 6-1 ແລະ ຕໍ່ມາ ເຊັດທີ 4 ເປັນຝ່າຍຂອງຮຸ່ນອ້າຍຢ່າງ ໂຈໂຄວິສທີ່ແຊງຊະນະໄປ 6-3 ແລະ ຕ້ອງໄປຕັດສິນກັນໃນເຊັດສຸດທ້າຍ ແລ້ວກໍເປັນ ຄາລອສ ອາວຄາຣາຊ ເດັກໜຸ່ມ ຈາກສະເປນທີ່ສາມາດເອົາຊະນະໄປໄດ້ 6-4 ລວມທັງໝົດເປັນ 3-2 ເຊັດ.

ຈາກຜົນດັ່ງກ່າວ ເຮັດໃຫ້ ຄາລອສ ອາວຄາຣາຊ ນັກເທັນນິສ ອາຍຸ 20 ປີ ສາມາດປະກາດຄວ້າແຊ້ມ Wimbledon ສະໄໝທໍາອິດຂອງຕົນເອງໄດ້ສໍາເລັດ ສ່ວນ ໂນວັກ ໂຈໂຄວິສກໍພາດໂອກາດຄວ້າແຊ້ມ Wimbledon 3 ປີຕິດຕໍ່ກັນ ຫຼັງຄວ້າແຊ້ມລາຍການນີ້ໄດ້ສໍາເລັດໃນປີ 2021 ແລະ ປີ 2022.

ຂອບໃຈຂໍ້ມູນຈາກ: independent

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/