ອົງການອາຫານ ແລະ ຢາ ອະນຸມັດ ຢາປົວ Alzheimer ຊະນິດທຳອິດທີ່ສາມາດລົດອາການຄວາມຈຳເສື່ອມລົງໄດ້


ຖືເປັນຂ່າວທີ່ໜ້າຍິນດີ ຂອງການເພີ່ມບາດກ້າວອັນສຳຄັນໃນການປິ່ນປົວຄົນເຈັບທີ່ເປັນອັລໄຊເມີ, ໂດຍກໍເປັນໂຣກທາງສະໝອງທີ່ກະທົບຕໍ່ການສູນເສຍຂອງເຊວປະສາດ ແລະ ການເຊື່ອມຕໍ່ທາງສະໝອງ, ເຮັດໃຫ້ຄົນເຈັບມີອາການຄວາມຈຳເສື່ອມ ແລະ ມີການລະບຸວ່າບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ໂດຍມີຈໍານວນການບັນທຶກຄົນອາເມຣິກາທີ່ປ່ວຍໂຣກນີ້ 6,5 ລ້ານຄົນ.

ໃນເດືອນ ມັງກອນ ອົງການອາຫານ ແລະ ຢາ ແຫ່ງສະຫະລັດອາເມຣິກາ ໄດ້ມີການອະນຸມັດຢາ Leqembi, ໂດຍຢາຊະນິດນີ້ແມ່ນໄດ້ຜ່ານການທົດລອງໃຊ້ກັບຄົນເຈັບຈໍານວນ 1.795 ຄົນ ທີ່ປ່ວຍໂຣກອັລໄຊເມີໃນເບື້ອງຕົ້ນ. ຜົນການທົດລອງແມ່ນມີຄວາມສຳຄັນທາງສະຖິຕິ ແລະ ການປິ່ນປົວທີ່ມີການຢັ້ງຢືນວ່າສາມາດຊ່ວຍລົດການເກີດໂອກາດທີ່ລົດການເຮັດວຽກທາງສະໝອງໄດ້ 27% ພາຍໃນໄລຍະເວລາ 18 ເດືອນ, ແຕ່ເຖິງແນວນັ້ນ ຢາຊະນິດນີ້ພຽງແຕ່ສາມາດລົດອາການ ແຕ່ບໍ່ແມ່ນການປິ່ນປົວໃຫ້ຫາຍຂາດໄດ້.

ຄົນເຈັບແມ່ນຈະໄດ້ຮັບຢາຊະນິດນີ້ຜ່ານການສີດ ໃນປະລິມານ 10 ມິນລີກຣາມ ຕໍ່ ກິໂລກຣາມ ໃນຈໍານວນໜຶ່ງຄັ້ງຕໍ່ 2 ອາທິດ. ເຊິ່ງຢາຊະນິດນີ້ ກໍແມ່ນມີຜົນຂ້າງຄຽງໃນລະຫວ່າງການຮັກສາ ຜ່ານການເກັບກໍາພາບຖ່າຍຂອງສະໝອງ, ພົບວ່າຜູ້ປ່ວຍ 13% ແມ່ນມັກຈະຮູ້ສຶກເຈັບຫົວ ຈາກອາການສະໝອງບວມ ຫຼື ມີເລືອດອອກ.

ເຖິງແມ່ນວ່າຈະພົບມີອາການຂ້າງຄຽງແຕ່ທັງນີ້ຢາກໍຖືວ່າມີຄວາມປອດໄພ ແລະ ສາມາດຊ່ວຍປິ່ນປົວຢ່າງມີປະສິດທິພາບ, ເຊິ່ງທ່ານ Teresa Buracchio ຜູ້ອຳນວຍການຫ້ອງການພະແນກປະສາດວິທະຍາ ແຫ່ງອົງການອາຫານ ແລະ ຢາ ກໍໄດ້ເປັນຜູ້ທີ່ອອກມາຢັ້ງຢືນເຖິງຄວາມປອດໄພຂອງຢາຊະນິດນີ້.

ໃນປັດຈຸບັນຢາຊະນິດນີ້ແມ່ນຍັງບໍ່ສາມາດແຈກຈ່າຍເພື່ອການປິ່ນປົວຢ່າງທົ່ວເຖິງໄດ້ ເນື່ອງຈາກການຄຸ້ມຄອງປະກັນໄພໃນການເຂົ້າເຖິງການປິ່ນປົວຂອງຜູ້ສູງອາຍຸ ທີ່ເປັນພະຍາດອັລໄຊເມີ ມີຄ່າໃຊ້ຈ່າຍຕໍ່ປີໃນລາຄາທີ່ສູງເຖິງ 26.500 ໂດລາ ສະຫະລັດຕໍ່ປີ.

ແຫຼ່ງທີ່ມາ:

edition.cnn.com

www.fda.gov

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/