Boris Becker ຕຳນານນັກເທັນນິສ ຊາວເຢຍລະມັນ ເຈົ້າຂອງແຊັ້ມ Grand Slam 6 ສະໄໝ ແລະ Wimbledon ອີກ 3 ສະໄໝ ຖືກສານໃນອັງກິດ ຕັດສິນວ່າມີຄວາມຜິດແທ້ໃນຫຼາຍໆຄະດີ ຈົນເຮັດໃຫ້ຕອນນີ້ລາວມີສິດຕ້ອງຕິດຄຸກເປັນເວລາຮອດ 7 ປີ.

ໄລຍະທີ່ຜ່ານມາ ນັກເທັນນິສສາຍເລືອດເຢຍລະມັນຄົນນີ້ຖືກກ່າວຫາວ່າລາວປົກປິດຊັບສິນຈຳນວນຫຼາຍລ້ານຢູໂຣ ເພື່ອທີ່ຈະຫຼີກເວັ້ນການຈ່າຍໜີ້ສິນ ທີ່ຖືກສານຕັດສິນວ່າເປັນບຸກຄົນລົ້ມລະລາຍ ໄປເມື່ອປີ 2017, ຫຼັງຈາກເປັນໜີ້ຈາກການກູ້ເງິນໃນທະນາຄານ Arbuthnot Latham & Co ເມື່ອປີ 2015 ດ້ວຍຈຳນວນເງິນຫຼາຍກວ່າ 3 ລ້ານຢູໂຣ ຫຼືປະມານ 38,000 ລ້ານກີບ.

ໃນວັນສຸກທີ 8 ເມສາ ທີ່ຜ່ານມາ ຄະນະຕຸລາການຂອງສານ Southwark Crown ໄດ້ພົບຫຼັກຖານວ່າ Becker ມີເຈດຕະນາໂອນ ແລະ ປົກປິດຊັບສິນບາງສ່ວນ ເພື່ອບໍ່ໃຫ້ມີການນຳໄປໄຊ້ໜີ້ທີ່ລາວຕົກຄ້າງໄວ້. ລາວໄດ້ຍອມຮັບຜິດ 4 ຂໍ້ຫາຄື:

- ການໂອນຍ້າຍຊັບສິນອອກໃນໄລຍະທີ່ສານກຳລັງພິຈາລະນາຄະດີລົ້ມລະລາຍ.
ລັກໂອນຖ່າຍທີ່ດິນມູນຄ່າ 426,930 ຢູໂຣ ຫຼື ປະມານ 5,513 ລ້ານກີບ ໃຫ້ກັບຄົນ 9 ຄົນ ໂດຍໜຶ່ງໃນນັ້ນແມ່ນ ອະດີດພັນລະຍາລາວ.
- ປົກປິດຊັບສິນ
ລາວປົກປິດເງິນຈຳນວນ 950,000 ຢູໂຣ ຫຼືປະມານ 12,226 ລ້ານກີບ ທີ່ໄດ້ຈາກການຂາຍສິດການເປັນເຈົ້າຂອງລົດ Mercedes Benz ທີ່ລາວເປັນເຈົ້າຂອງຢູ່ ເຢຍລະມັນ.
- ປົກປິດໜີ້ສິນ.
ລາວໄດ້ປົກປິດການກູ້ຢືມເງິນຈຳນວນ 825,000 ຢູໂຣ ຫຼືປະມານ 10,653 ລ້ານກີບ.
- ບໍ່ເປີດເຜີຍທີ່ດິນ ແລະ ອະສັງຫາລິມະຊັບ.
ລາວພະຍາຍາມປົກປິດວ່າລາວເປັນເຈົ້າຂອງທີ່ພັກມູນຄ່າ 1.8 ລ້ານ ຢູໂຣ ຫຼື ປະມານ 23,243 ລ້ານກີບ.

ຈາກການກະທຳຜິດທັງໝົດ, Becker ມີສິດຕ້ອງຕິດຄຸກເຖິງ 7 ປີ, ເຊິ່ງຄວາມຈິງແລ້ວອະດີດແຊ້ມ Grand Slam 6 ສະໄໝ ຖືກຕັ້ງຂໍ້ຫາຫຼາຍຂໍ້. ແຕ່ສຸດທ້າຍຖືກຕັດສິນວ່າມີຄວາມຜິດໃນ 4 ຂໍ້ນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/