Bitcoin NFT ເຮັດສະຖິຕີໃໝ່! ຍອດຂາຍເກີນ 4 ຕື້ໂດລາ ເຖິງແມ່ນວ່າຕະຫຼາດ NFT ໂດຍລວມຊະລໍຕົວ ແຕ່ Bitcoin NFT ກໍາລັງຂະຫຍາຍຕົວ


ເຖິງແມ່ນວ່າຍອດຂາຍຂອງຕະຫຼາດ NFT ທົ່ວໂລກໄດ້ຫຼຸດລົງຫຼາຍກວ່າ 54% ໃນເດືອນພຶດສະພາ, ແຕ່ເບິ່ງຄືວ່າແນວໂນ້ມ NFT ໃນຕອນນີ້ອາດຈະກັບຄືນມາອີກຄັ້ງ. ຫຼັງຈາກທີ່ຍອດຂາຍ Bitcoin NFT ກັບມາເພີ່ມສູງຂຶ້ນຈົນເຮັດສະຖິຕິສູງສຸດໃໝ່

ອີງຈາກຂໍ້ມູນຂອງ CryptoSlam ບໍລິສັດຕິດຕາມ NFT, ໃນວັນທີ 4 ເດືອນມິຖຸນາໄດ້ເປີດເຜີຍວ່າ ຍອດຂາຍ NFTs ທັງໝົດໃນ Bitcoin blockchain ໄດ້ເພີ່ມຂຶ້ນໄປແຕະລະດັບສູງສຸດເປັນປະຫວັດສາດອີກຄັ້ງດ້ວຍຈຳນວນເງິນສູງເຖິງ 4 ຕື້ໂດລາ.

ໂດຍໃນຈໍານວນນັ້ນ ປະກອບໄປດ້ວຍຍອດການຂາຍ NFT ປະມານ 3,97 ຕື້ໂດລາ ແລະ Wash sales ປະມານ 82 ລ້ານໂດລາ. ນອກຈາກນັ້ນ, ໃນໄລຍະ 30 ມື້ທີ່ຜ່ານມາ, Bitcoin NFT ໄດ້ມີຍອດຂາຍ ບັນລຸ 71 ລ້ານໂດລາ. ເຊິ່ງຄອງເປັນອັນດັບໜຶ່ງໃນເລື່ອງຂອງປະລິມານການຂາຍໃນ blockchain

ແຕ່ສິ່ງທີ່ໜ້າສົນໃຈກໍຄື ການເຄື່ອນໄຫວໃນຄັ້ງນີ້ເກີດຂື້ນຫຼັງຈາກ Bitcoin ໄດ້ສ້າງສະຖິຕິໃໝ່ສໍາລັບມູນຄ່າການເຮັດທຸລະກໍາໃນວັນທີ 28 ເດືອນພຶດສະພາທີ່ຜ່ານມາ. ໂດຍມີມູນຄ່າການເຮັດທຸລະກໍາສູງເຖິງ 25 ຕື້ໂດລາ, ເຊິ່ງຖືເປັນມູນຄ່າສູງສຸດໃນປີທີ່ຜ່ານມາ.

ຢ່າງໃດກໍຕາມ, ແນວໂນ້ມຂອງ NFTs ຍັງສືບຕໍ່ມີທ່າອ່ຽງຫຼຸດລົງ ໂດຍສະເພາະໃນເດືອນພຶດສະພາທີ່ຜ່ານມາ ປະລິມານການຂາຍ NFT ປະຈໍາເດືອນແມ່ນພຽງແຕ່ 624 ລ້ານໂດລາ ເຊິ່ງຫຼຸດລົງຫຼາຍກວ່າ 54% ເມື່ອທຽບກັບເດືອນກ່ອນ.

ແລະການຫຼຸດລົງນີ້ຍັງໄດ້ສົ່ງຜົນກະທົບຕໍ່ການສະສົມທີ່ໃຊ້ Bitcoin NFT ອີກດ້ວຍ, ໂດຍຂໍ້ມູນສະແດງໃຫ້ເຫັນວ່າ NFT ໃນ Bitcoin ມີຍອດຂາຍຫຼຸດລົງ 68% ໃນເດືອນພຶດສະພາທີ່ຜ່ານມາ.

ທີ່ມາ:

cointelegraph

cointelegraph2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/