Binance Futures ປະກາດເປີດຕົວ BTC-margined ETH linear perpetual contract ໃນວັນທີ 26 ເດືອນເມສາທີ່ຜ່ານມານີ້. ໂດຍສັນຍາຄຸນສົມບັດໃໝ່ນີ້ຈະມາພ້ອມກັບອັດຕາ Leverage ທີ່ນັກເທຣດສາມາດປັບຂຶ້ນສູງເຖິງ 75x.
ETHBTC Linear Perpetual Contract ຈະຢູ່ພາຍໃຕ້ໝວດໝູ່ USDⓈ-M ໃນໜ້າການຊື້ຂາຍ Binance Futures , ເຊິ່ງຈະຖືກຄໍານວນດ້ວຍສິນຊັບການຊໍາລະບັນຊີທີ່ກ່ຽວຂ້ອງເຊັ່ນ: BTC ສຳລັບ BTC-margined perpetual contracts ຫຼື USDT/BUSD ສໍາລັບ USDⓈ-M perpetual contracts.

ເພື່ອຕອບສະໜອງຕໍ່ເງື່ອນໄຂຄວາມສ່ຽງຂອງຕະຫຼາດ, Binance ໄດ້ສັງເກດເຫັນວ່າເເພລັດຟອມອາດຈະປັບຂໍ້ກໍານົດຂອງ ETHBTC Linear Perpetual Contract ໃຫ້ກວມເອົາຂະໜາດ tick size, Leverage ສູງສຸດ,margin ເລີ່ມຕົ້ນ ແລະ ຂໍ້ກຳນົດຄ່າທຳນຽມ margin.
ໃນ Multi-Assets Mode ຈະຊ່ວຍໃຫ້ຜູ້ໃຊ້ສາມາດເເລກປ່ຽນໃນສັນຍາໃໝ່ນີ້ໄດ້ໃນສິນຊັບຫຼາຍລາຍການ ຕົວຢ່າງເຊັ່ນ: ເມື່ອເປີດ Multi-Assets Mode ຜູ້ໃຊ້ສາມາດໃຊ້ USDT ເປັນ margin ເມື່ອຊື້ຂາຍໃນ ETHBTC Linear Perpetual Contract.
ໂຄງສ້າງຄ່າທໍານຽມຂອງ USDT-Margined Contracts ຈະຖືກນໍາມາໃຊ້ກັບ ETHBTC Linear Perpetual Contracts. ນອກຈາກນີ້ການຊື້ຂາຍທັງໝົດໃນສັນຍາໃໝ່ນີ້ ຈະຖືກນຳໄປຄຳນວນກັບ VIP Level ໂດຍຈະເປັນໄປຕາມເງື່ອນໄຂຂອງ Binance Futures Taker Program ແລະ USDⓢ-Margined Futures Liquidity Provider Program.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/