ສາຍການບິນ Cathay Pacific ​ໄດ້​ເຂົ້າ​ຮ່ວມ​ການ​ປູກ​ປ່າ​ຊາຍ​ເລນ 6.000 ຕົ້ນ, ສືບ​ຕໍ່​ໂຄງການ “ບິນ 1 ​ຖ້ຽວ ​ແລະ ປູກ​ຕົ້ນ​ໄມ້ 1 ຕົ້ນ”


Cathay Pacific ວາງ​ແຜນ​ຈະ​ປູກ​ປ່າ​ຊາຍເລນ 20.000 ຕົ້ນ ​ໃນ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ພາຍ​ໃນ​ປີ​ນີ້, ໂດຍ​ຈະ​ປູກ​ຕົ້ນ​ໄມ້ 1 ​ຕົ້ນ​ຕໍ່​ປີ້​ໂດຍສານ 1 ໃບ ໃນໂຄງການ “ບິນ 1 ຖ້ຽວ, ປູກ 1 ຕົ້ນ” ​ເຊິ່ງຈະປູກໃນປ່າຊາຍເລນຈຳນວນ 6,000 ຕົ້ນ​ ​ຢູ່ປະເທດ​ໄທ.

ການຮ່ວມມືກັນພັນທະມິດເພື່ອນຳທາງສູ່ອະນາຄົດທີ່ຍືນຍົງພາຍໃຕ້ເເນວຄິດ “Greener Together” ຖືເປັນເເນວທາງຫຼັກໃນການລິເລີ່ມໂຄງການດ້ານຄວາມຍືນຍົງຂອງ Cathay Pacific.

ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ສາຍການບິນໄດ້ທຳການຮ່ວມມືກັບພັນທະມິດດ້ານສິ່ງເເວດລ້ອມ ເເລະ ຊຸມຊົນໃນການປູກຮ່ວມປູກຕົ້ນໄມ້ ເພື່ອສະໜັບສະໜູນຊຸມຊົນທ້ອງຖິ່ນ ຟື້ນຟູທີ່ຢູ່ອາໄສຕາມທຳມະຊາດຕະຫຼອດຈົນຮອດການຮັບມືກັນເເກ້ໄຂການປ່ຽນເເປງຂອງສະພາບດິນຟ້າອາກາດ. ພາຍຫຼັງ​ການ​ທົດ​ລອງ​ໂຄງການ “ບິນ 1 ຖ້ຽວ, ປູກ 1 ຕົ້ນ” ​ໃນ​ປີ 2021, ໄດ້ມີການຂະຫຍາຍຜົນກິດຈະກຳດັ່ງກ່າວ​ໃຫ້​ຄອບຄຸມທົ່ວທັງພູມີພາກ​​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ປີ 2022, ພ້ອມຕັ້ງເ​ປົ້າ​ໝາຍ​ປູກ​ຕົ້ນ​ໄມ້ 1 ຕົ້ນ ຕໍ່ການຈຳໜ່າຍ​ປີ້ໂດຍສານ 1 ໃບ ໃນປະເທດ​ຟີ​ລິບ​ປິນ, ​ໄທ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຫວຽດນາມ, ກຳປູເຈຍ ແລະ ສິງກະໂປ.

ອາສາສະໝັກຫຼາຍກວ່າ 60 ຄົນ, ລວມທັງພະນັກງານຂອງ Cathay Pacific, ຕົວແທນການຄ້າ ແລະ ຄູ່ຮ່ວມງານອື່ນໆ. ເຂົ້າ​ຮ່ວມ​ການ​ປູກ​ຕົ້ນ​ສະ​ມາ​ເລຍ​ຂາວ 6.000 ຕົ້ນ​ຢູ່​ສູນ​ສຶກ​ສາ​ສຶກ​ສາ​ທໍາ​ມະ​ຊາດ​ຂອງ​ກອງທັບ​ບົກ​ບາງ​ປູ​ ແຂວງສະໝຸດປຣາການ ໂດຍມີນັກສຶກສາທີ່ພິການທາງສາຍຕາ 8 ຄົນຈາກມູນນິທິ Caulfield ສໍາລັບຄົນພິການສາຍຕາກໍໄດ້ເຂົ້າຮ່ວມກິດຈະກໍາດັ່ງກ່າວ.

ຢ່າງໃດກໍຕາມ, ອະນາຄົດຂອງໂລກຂອງພວກເຮົາກ່ຽວຂ້ອງກັບທຸກຄົນ. ພວກເຮົາຫວັງຢ່າງຈິງໃຈວ່າການໃຫ້ໂອກາດຜູ້ພິການທາງສາຍຕາໄດ້ເປັນສ່ວນໜຶ່ງຂອງກິດຈະກຳຄັ້ງນີ້ ຈະເປັນບາດກ້າວອັນນ້ອຍໆ ເພື່ອສ້າງສັນສັງຄົມລວມທີ່ທຸກຄົນສາມາດມີບົດບາດໃນການຂັບເຄື່ອນຄວາມຍືນຍົງ ແລະ ສ້າງແຮງບັນດານໃຈໃຫ້ກັບຊຸມຊົນໃນການຂັບເຄື່ອນການປ່ຽນແປງໃນທາງບວກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/