Binance ລະງັບການເຮັດວຽກ Blockchain ຂອງ BNB ຊົ່ວຄາວ ຫຼັງສົງໄສວ່າມີຄົນພະຍາຍາມແຮັກເງິນໄປ 100 ລ້ານໂດລາ

Blockchain

ເຊົ້າວັນທີ 7 ຕຸລາ 2022 ບໍລິສັດ Binance ປະກາດລະງັບການຝາກ-ຖອນຜ່ານລະບົບ BNB Smart Chain (BSC) ຊົ່ວຄາວ ຫຼັງສົງໄສວ່າມີຄົນພະຍາຍາມແຮັກເງິນອອກຈາກເຄືອຂ່າຍມູນຄ່າປະມານ 100 ລ້ານໂດລາ ຂະນະທີ່ Binance ຢືນຢັນວ່າ ຈຳນວນເງິນດັ່ງກ່າວ ຍັງປອດໄພ.

ໂດຍໃນເວລາປະມານ 04.00 ໂມງ ຂອງວັນທີ 7 ຕຸລາ ທາງ Binance ກວດພົບວ່າ ຫຼຽນ BSC ຈຳນວນ 2 ລ້ານຫຼຽນ ຫຼື ປະມານ 572 ລ້ານໂດລາ ຖືກພະຍາຍາມເຄື່ອນຍ້າຍອອກຈາກເຄືອຂ່າຍໂດຍແຮັກເກີ້ ແຕ່ຄວາມເສຍຫາຍທີ່ແທ້ຈິງກັບມີມູນຄ່າໜ້ອຍກວ່ານັ້ນ ເຊິ່ງ BSC ໄດ້ປະເມີນຄວາມເສຍຫາຍວ່າມີການເຄື່ອນຍ້າຍປະມານ 100-110 ລ້ານໂດລາ. ແຕ່ຢ່າງໃດກໍຕາມທາງເຄືອຂ່າຍ BSC ສາມາດລະງັບໄວ້ໄດ້ແລ້ວປະມານ 7 ລ້ານໂດລາ.

Blockchain

ໂດຍ BSC ໄດ້ອອກມາຢືນຢັນແລ້ວວ່າ ການໂຈມຕີຈາກແຮັກເກີ້ດັ່ງກ່າວ ເກີດຂຶ້ນບໍລິເວນ BSC Token Hub Protocol ເຊິ່ງເປັນລະບົບ clearing House ສຳລັບທຸລະກຳຄຣິບໂຕທີ່ເຮັດວຽກລະຫວ່າງ Blockchain ຕ່າງໆ ກັບ Binance ເຊິ່ງຫຼັງເກີດເຫດການດັ່ງກ່າວ ບັນດາ Validators ຫຼື ຜູ້ຢືນຢັນທຸລະກຳ ຂອງ Binance ກໍເຮັດວຽກກັນຢ່າງໄວວາ.

Blockchain

ຫຼັງຈາກມີຂ່າວດັ່ງກ່າວອອກມາ ເຮັດໃຫ້ມູນຄ່າຂອງ ຫຼຽນ  BNB ຕົກລົງມາຈາກ 293 ໂດລາ ເຫຼືອພຽງ 280 ໂດລາ ທັນທີ.

Blockchain BNB

ນອກຈາກນີ້ ທາງດ້ານຂອງ Tether ຜູ້ອອກຫຼຽນ Stablecoin ລາຍໃຫຍ່ທີ່ສຸດໃນໂລກ ກໍໄດ້ອອກມາຂຶ້ນບັນຊີດຳ ກັບບັນດາບັນຊີ ທີ່ທາງບໍລິສັດຄາດວ່າຈະເປັນຂອງແຮັກເກີ້ ເປັນທີ່ຮຽບຮ້ອຍແລ້ວ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ