ບິວເກດ (Bill Gates) ນັກທຸລະກິດມະຫາເສດຖີ ອັນດັບຕົ້ນຂອງໂລກ ຜູ້ກໍ່ຕັ້ງ Microsoft ປະກາດວ່າຈະບໍລິຈາກຊັບສິນຂອງຕົນທີ່ມີມູນຄ່າປະມານ 2 ແສນລ້ານໂດລາ ໃຫ້ອົງກອນການກຸສົນທັງໝົດ ພ້ອມລົງຈາກຕຳແໜ່ງມະຫາເສດຖີລະດັບໂລກ ມາເປັນບຸກຄົນທຳມະດາ.

ສະຖານີໂທລະພາບຊື່ດັງຂອງປະເທດອັງກິດຢ່າງ BBC ລາຍງານວ່າ ອົງກອນການກຸສົນທີ່ບິວເກດຈະບໍລິຈາກເງິນໃຫ້ນັ້ນແມ່ນ ມູນນິທິ Bill & Melinda Gates Foundation ທີ່ລາວ ແລະ ອະດີດພັນລະຍາຂອງລາວ ຮ່ວມກັນກໍ່ຕັ້ງຂຶ້ນມາ.

ຖືເປັນອີກໜຶ່ງຄວາມເຄື່ອນໄຫວຄັ້ງໃຫຍ່ຂອງ ມະຫາເສດຖີ ອັນດັບ 4 ຂອງໂລກລາຍນີ້ ທີ່ສະແດງຄວາມຕ້ອງການວ່າ ຢາກສົ່ງຄືນຊັບພະຍາກອນ ແລະ ຄວາມຮັ່ງມີໃຫ້ແກ່ສັງຄົມ.

ໂດຍ ບິວເກດ ໄດ້ສະແດງຄວາມຄິດເຫັນ ຜ່ານ Twitter ສ່ວນຕົວໄວ້ວ່າ: “ທາງມູນນິທິ ມີທ່າອ່ຽງດ້ານຄ່າໃຊ້ຈ່າຍໃນແຕ່ລະປີທີ່ເພີ່ມຂຶ້ນ ກໍຄື ສະເລ່ຍ 6 ພັນລ້ານໂດລາຕໍ່ປີ ມາເປັນ 9 ພັນລ້ານ ຕໍ່ປີ ພາຍໃນປີ 2026 ເນື່ອງຈາກປັດໄຈດ້ານລົບທີ່ເກີດຂຶ້ນທົ່ວໂລກ ບໍ່ວ່າຈະເປັນການແຜ່ລະບາດຂອງເຊື້ອພະຍາດ, ສົງຄາມ ຣັດເຊຍ-ຢູເຄຣນ ຫຼື ແມ່ນແຕ່ພາວະໂລກຮ້ອນ”.

“ເມື່ອຂ້ອຍເບິ່ງໄປໃນອະນາຄົດ ຂ້ອຍກໍວາງແຜນທີ່ຈະສົ່ງມອບຄວາມຮັ່ງມີທັງໝົດຂອງຂ້ອຍໃຫ້ກັບທາງ ມູນນິທິ ແລະ ຂ້ອຍກໍຈະກ້າວລົງຈາກຕຳແໜ່ງ 1 ໃນກຸ່ມມະຫາເສດຖີຂອງໂລກ”.

ບິວເກດ ກ່າວເສີມອີກວ່າ: “ຂ້ອຍ ແລະ ພັນລະຍາຂອງຂ້ອຍ ມີໜ້າທີ່ຈະຕ້ອງ ສົ່ງຄືນຊັບພະຍາກອນຂອງທີ່ຕົນເອງມີຢູ່ ໃຫ້ສັງຄົມໃນລັກສະນະທີ່ໃຫ້ມັນເກີດຜົນທີ່ສຸດ ຕໍ່ການລົດຄວາມທຸກທໍລະມານ ແລະ ຍົກລະດັບຄຸນະພາບຊີວິດ. ຫວັງວ່າການກະທຳເທື່ອນີ້ຂອງຂ້ອຍ ຈະເປັນແຮງຊຸກຍູ້ໃຫ້ເສດຖີຄົນອື່ນໆ ກ້າວອອກມາເຮັດປະໂຫຍດເພື່ອສັງຄົມ ໃນເວລາທີ່ສຳຄັນແບບນີ້ ເຊັ່ນດຽວກັນກັບຕົນເອງ”.

ໃນສ່ວນຂອງ ມູນນິທິ Bill & Melinda Gates Foundation ແມ່ນເຮັດວຽກຕາມປະເທດຕ່າງໆ ເພື່ອແກ້ໄຂບັນຫາເຊັ່ນ: ມາລາເຣຍ, ປັບປຸງການສຶກສາ ແລະ ແກ້ໄຂບັນຫາ ສຸຂະອະນາໄມ ເປັນຕົ້ນ. ໂດຍເຊື່ອວ່າ ມູນນິທິນີ້ ເປັນມູນນິທິການກຸສົນທີ່ໃຫຍ່ທີ່ສຸດເປັນອັນດັບ 2 ຂອງໂລກໃນປີ 2020 ໂດຍຖືຄອງຊັບສິນຫຼາຍກວ່າ 49,800 ລ້ານ ໂດລາ ແລະ ມັກຈະໄດ້ຮັບການສະໜັບສະໜູນຈາກມະຫາເສດຖືຢູ່ເລື້ອຍໆເຊັ່ນ: ວາເຣັນ ບັບເຟັດ (Warren Buffett) ນັກລົງທຶນຊື່ດັງ ມະຫາເສດຖີ ທີ່ລວຍຕິດອັນດັບຕົ້ນໆຂອງໂລກ ເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ