Bengkala ບ້ານນ້ອຍໆ ທີ່ຂຶ້ນຊື່ວ່າເປັນບ້ານຂອງຜູ້ພິການຫູ ພ້ອມກັບມີພາສາມືເປັນຂອງຕົນເອງ

ບ້ານນ້ອຍໆ

ບ້ານນ້ອຍໆໃນບາຫຼີ ປະເທດອິນໂດເນເຊຍ ທີ່ອ້ອມຮອບໄປດ້ວຍຕົ້ນໄມ້ສູງຕໍ່າສີຂຽວ ຫຼັງຄາເຮືອນປົກຄຸມຫຼັງຄາສັງກະສີ ສີສົ້ມ-ສີແດງ ເບິ່ງຄືວ່າຈະເປັນອີກ 1 ບ້ານເຂດຊົນນະບົດຂອງອິນໂດເນເຊຍ ແຕ່ບ້ານແຫ່ງນີ້ມີສິ່ງໜຶ່ງທີ່ໜ້າຄົ້ນຫາ ໜ້າດຶງດູດຈາດນັກທ່ອງທ່ຽວ ແລະ ກາຍເປັນທີ່ເວົ້າເຖິງໃນໂລກອອນລາຍ ເນື່ອງຈາກວ່າ ບ້ານແຫ່ງນີ້ໄດ້ຮັບສາຍາວ່າ ບ້ານຜູ້ພິການຫູ (deaf village) ແລະ ເປັນບ້ານທີ່ມີພາສາມືເປັນຂອງຕົນເອງ.

ບ້ານນ້ອຍໆ

Bengkala ບ້ານນ້ອຍໆ ຕັ້ງຢູ່ທາງພາກເໜືອຂອງ ເກາະບາຫຼີ ປະເທດອິນໂດເນເຊຍ ເຊິ່ງເປັນບ້ານທີ່ມີຄົນພິການທາງການໄດ້ຍິນ ຕັ້ງແຕ່ເກີດ ຫຼື ພິການຫູກຳມະພັນໃນລະດັບທີ່ສູງ ແລະ ມີການໃຊ້ພາສາມືຮ່ວມກັນໃນການສື່ສານ ເຊິ່ງພວກເຂົາເອີ້ນພາສາມືນັ້ນວ່າ “Kata Kolok” ເຊິ່ງເປັນພາສາມື ທີ່ແຕກຕ່າງອອກໄປຈາກພາສາມືໃນພື້ນທີ່ອື່ນໆ ຂອງປະເທດອິນໂດເນເຊຍ ແລະ ເປັນພາສາມືທີ່ຖືກສອນໃຫ້ກັບ ທຸກຄົນໃນບ້ານ. ມີ 80% ຂອງປະຊາກອນໃນບ້ານ ທີ່ໃຊ້ພາສາມືນີ້ ແຕ່ກໍບໍ່ແມ່ນທຸກຄົນທີ່ຈະສາມາດໃຊ້ພາສາມື “Kata Kolok” ໄດ້ຢ່າງຊໍານິຊໍານານ.

ໃນ Bengkala ມີວິຖີປະຕິບັດ ແລະ ຄວາມເຊື່ອທີ່ໜ້າສົນໃຈຢ່າງໜຶ່ງວ່າ ໃນບ້ານແຫ່ງນີ້ ວຽກການຂຸດຂຸມຝັງສົບ ແລະ ວຽກງານຮັກສາຄວາມປອດໄພໃນງານເທສະການຂອງບ້ານຕ່າງໆ ຈະຖືກສະຫງວນໄວ້ໃຫ້ສະເພາະຜູ້ພິການຫູເທົ່ານັ້ນ ເພາະຄົນໃນບ້ານເຊື່ອວ່າ ຜູ້ພິການຫຸນັ້ນສາມາດຕໍ່ຕ້ານກັບວິນຍານຮ້າຍທີ່ມາຫຼອກຫຼອນ ຕາມຂຸມຝັງສົບໄດ້ ເນື່ອງຈາກພວກເຂົາບໍ່ສາມາດໄດ້ຍິນສຽງຂອງວິນຍານຮ້າຍເຫຼົ່ານັ້ນ.

ບ້ານນ້ອຍໆ

ໂດຍການທ່ອງທ່ຽວ ໃນບ້ານແຫ່ງນີ້ ສ່ວນຫຼາຍນັກທ່ອງທ່ຽວຈະໄດ້ເຂົ້າມາສຳຜັດກັບວັດທະນະທຳ ວິຖີຊີວິດ ແລະ ໂອ້ລົມເປີດປະສົບການມີປະຕິສຳພັນກັບຄົນພື້ນບ້ານ. ນອກຈາກນີ້ທາງບ້ານຍັງໄດ້ມີການສ້າງແຫຼ່ງທ່ອງທ່ຽວໄວ້ສຳລັບຕ້ອນຮັບນັກທ່ອງທ່ຽວ ນັ້ນກໍຄື ສູນວັດທະນະທຳຂະໜາດນ້ອຍຂອງບ້ານ ທີ່ຈະລວບລວມປະຫວັດຄວາມເປັນມາ ວິຖີຊີວິດ ຂອງຄົນໃນບ້ານໄວ້ບ່ອນນີ້ນັ້ນເອງ.

ບ້ານນ້ອຍໆ

ອີກໜຶ່ງສິ່ງທີ່ເປັນມົນສະເໜ່ຂອງບ້ານແຫ່ງນີ້ທີ່ມັກຈະດຶງດູດນັກທ່ອງທ່ຽວກໍຄື ມັກຈະຖືກກ່າວຂານວ່າເປັນບ້ານທີ່ເລິກລັກ ໂດດດ່ຽວ ແລະ ມີເອກະລັກ ສະເພາະຕົວ ເຊິ່ງໃນຄວາມເປັນຈິງມັນກໍອາດຈະບໍ່ແມ່ນແບບນັ້ນທັງໝົດສະເໝີໄປ ແມ່ນຢູ່ວ່າບ້ານ Bengkala ຕັ້ງຢູ່ເກືອບເໜືອສຸດຂອງ ບາຫຼີ ເຊິ່ງແຫຼ່ງທ່ອງທ່ຽວສ່ວນໃຫຍ່ຂອງເກາະແຫ່ງນີ້ ແມ່ນລວມຕົວກັນຢູ່ທາງພາກໃຕ້ເກືອບໝົດ ແຕ່ບ້ານ Bengkala ກໍຍັງສາມາດເຂົ້າເຖິງຜ່ານການໃຊ້ລົດ ແລະ ຖະໜົນສາຍຫຼັກ ທັງເໜືອ-ໃຕ້ ຂອງເກາະບາຫຼີໄດ້ຄືກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/