ກຳປູເຈຍ ອະນຸຍາດໃຫ້ຄົນຈີນ ໃຊ້ເງິນຢວນ ໃນປະເທດໄດ້ແລ້ວ

ກຳປູເຈຍ

ລັດຖະມົນຕີກະຊວງການທ່ອງທ່ຽວປະເທດກຳປູເຈຍ ໄດ້ເປີດເຜີຍໃຫ້ປະຊາຊົນທັງພາຍໃນ ແລະ ຕ່າງປະເທດຮູ້ວ່າ ໄດ້ມີການອະນຸຍາດໃຫ້ນັກທ່ອງທ່ຽວຊາວຈີນທີ່ມາທ່ຽວປະເທດຂອງຕົນ ໃຊ້ເງິນຢວນໃນການຊື້-ຂາຍ ໄດ້ແລ້ວ ເປັນການໃຊ້ແທນເງິນໂດລາໂດຍສະເພາະ ເພື່ອຄວາມສະດວກສະບາຍໃນການຈັບຈ່າຍ ໃຫ້ແກ່ນັກທ່ອງທ່ຽວຊາວຈີນ.

ລັດຖະມົນຕີກະຊວງການທ່ອງທ່ຽວກຳປູເຈຍ ໄດ້ກ່າວຕໍ່ສື່ມວນຊົນເມື່ອຫຼາຍມື້ທີ່ຜ່ານມາ ເພື່ອປະກາດຢ່າງເປັນທາງການ ແລະ ເພື່ອໃຫ້ປະຊາຊົນເຂົ້າໃຈໄປນຳກັນ. ການໃຊ້ສະກຸນເງິນຢວນພາຍໃນປະເທດ ແມ່ນເພື່ອນັກທ່ອງທ່ຽວຊາວຈີນໂດຍສະເພາະ, ນັກທ່ອງທ່ຽວຊາວຈີນ ໄດ້ມາທ່ຽວຊົມປະເທດກຳປູເຈຍ ເຊິ່ງກຳປູເຈຍ ກໍໄດ້ຕ້ອນຮັບນັກທ່ອງທ່ຽວເປັນຢ່າງດີ ແລະ ອົບອຸ່ນ.

ກຳປູເຈຍ

ທາງດ້ານຄວາມສະດວກສະບາຍ ແມ່ນດີໃນຫຼາຍໆດ້ານ ບໍ່ວ່າຈະເປັນການໂຮງແຮມ, ຮ້ານອາຫານຕ່າງໆ ກໍກຽມພ້ອມ, ໃນປີ 2023 ຖືໄດ້ວ່າເປັນປີທີ່ພິເສດ ສຳລັບຫຼາຍທປະເທດໃນອາຊຽນ ເພາະຈີນໄດ້ສົ່ງເສີມກຸ່ມປະເທດອາຊຽນ ພາຍໃຕ້ການທ່ອງທ່ຽວ ເພື່ອຊຸກຍູ້ເສດຖະກິດຂອງປະເທດກຸ່ມອາຊຽນ ລວມທັງປະເທດລາວເຮົາອີກດ້ວຍ ເຊິ່ງກຳລັງກຽມພ້ອມຄືກັບປະເທດອື່ນໆເຊັ່ນດຽວກັນ.

ກຳປູເຈຍ

ກຳປູເຈຍ ຮອງຮັບນັກທ່ອງທ່ຽວຕ່າງຊາດໄດ້ເກືອບ 2,3 ລ້ານຄົນ ພາຍໃນປີ 2022 ແລະ ໃນປີ 2023 ຈະຮັບນັກທ່ອງທ່ຽວໃຫ້ໄດ້ 4,3 ລ້ານຄົນ ໂດຍນັກທ່ອງທ່ຽວຊາວຈີນຈະຫຼາຍກວ່າປະເທດອື່ນໆ. ຖືໄດ້ວ່າຈີນເຮັດໄດ້ດີຫຼາຍກວ່າທີ່ຄາດຫວັງ ນັບຕັ້ງແຕ່ອາຊຽນ ກໍໄດ້ຊ່ວຍເຫຼືອໃນຫຼາຍໆດ້ານໃຫ້ແກ່ສະມາຊິກອາຊຽນ ໜຶ່ງໃນນັ້ນກໍມີປະເທດລາວ ລົດໄຟທີ່ປະສົບຜົນສຳເລັດໃນປັດຈຸບັນນີ້ ກໍແມ່ນຈີນເປັນເສົາຫຼັກໃນການປະກອບສ່ວນ.

ກຳປູເຈຍ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/