ທີ່ຜ່ານມາກະແສລົດແທັກຊີໄຮ້ຄົນຂັບ ແມ່ນກຳລັງໄດ້ຮັບຄວາມສົນໃຈຫຼາຍໃນຕະຫຼາດໃຫຍ່ໆຂອງໂລກ ບໍ່ວ່າຈະເປັນອາເມຣິກາ ແລະ ຈີນ. ຫຼ້າສຸດ Baidu ບໍລິສັດ ເທັກໂນໂລຢີ ຍັກໃຫຍ່ຈາກປະເທດຈີນ ໄດ້ອອກມາເປີດເຜີຍວ່າ ທາງບໍລິສັດ ໄດ້ຮັບອະນຸຍາດໃນການໃຫ້ບໍລິການ ແທັກຊີ ອັດຕະໂນມັດແບບເຕັມຮູບແບບ ເປັນບໍລິສັດທຳອິດໃນຈີນ.
ເວີຍຕົງ (Wei Dong) ຮອງປະທານ ແລະ ຫົວໜ້າເຈົ້າໜ້າທີ່ປະຕິບັດການດ້ານຄວາມປອດໄພຂອງບໍລິສັດ Baidu Intelligent Driving Group ກ່າວວ່າ: “ໃບອະນຸຍາດນີ້ຖືເປັນໜຶ່ງກ້າວສຳຄັນທີ່ເຮັດໃຫ້ແທັກຊີໄຮ້ຄົນຂັບສາມາດໃຫ້ບໍລິການໃນວົງກວ້າງ ໃນອະນາຄົດທາງໜ້າໄດ້”

ໃບອະນຸຍາດດັ່ງກ່າວຈະເຮັດໃຫ້ ແທັກຊີ ໄຮ້ຄົນຂັບຂອງ Baidu ທີ່ມີຊື່ວ່າ Driverless Apollo Go ສາມາດໃຫ້ບໍລິການໃນທ້ອງຖະໜົນໄດ້. ແຕ່ການໃຫ້ບໍລິການຂອງລົດແທັກຊີໄຮ້ຄົນຂັບນີ້ ຈະຍັງສາມາດໃຫ້ບໍລິການໄດ້ພຽງ ເສັ້ນທາງໃນເມືອງ ອູຮັນ ແລະ ສົງຊິ່ງ ຕາມແຜນທີ່ໄດ້ວາງໄວ້ເທົ່ານັ້ນ.
ເຊິ່ງເສັ້ນທາງດັ່ງກ່າວ ຄອບຄຸມພື້ນທີ່ 13 ກິໂລຕາແມັດ ໃນເຂດເສດຖະກິດ Economic & Technological Development Zone ຂອງເມືອງ ອູຮັນ ແລະ 30 ກິໂລຕາແມັດ ໃນເຂດຫຍົງສວນຂອງເມືອງ ສົງຊິ່ງ.
ທາງ Baidu ຍັງໄດ້ບອກອີກວ່າ: “ແທັກຊີ ອັດຕະໂນມັດນີ້ມີມາດຕະການຄວາມປອດໄພຫຼາຍຢ່າງເພື່ອຮອງຮັບເຂົ້າກັບການຂັບຂີ່ຫຼັກຂອງຕົວລົດ ເຊັ່ນ: ການເຂົ້າຄວບຄຸມການຂັບຂີ່ ແບບໄລຍະໄກ ແລະ ລະບົບປະຕິບັດການດ້ານຄວາມປອດໄພເປັນຕົ້ນ ເພື່ອໃຫ້ຜູ້ໂດຍສານເດີນທາງໄດ້ຢ່າງປອດໄພຫຼາຍທີ່ສຸດ”.

ເຊິ່ງມີລາຍງານອີກວ່າ Baidu ກຳລັງທົດສອບແທັກຊີອັດຕະໂນມັດ ແບບດຽວກັນນີ້ໃນສະຫະລັດອາເມຣິກາ ແລະ ອາດຈະກາຍເປັນຄູ່ແຂ່ງຄົນສຳຄັນຂອງ Waymo ຂອງ Google ແລະ Cruise ຂອງ General Motors ກໍເປັນໄດ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment