Apple ເປີດຕົວ iOS 16 ໜ້າຈໍລັອກທີ່ໂດດເດັ່ນ ມາພ້ອມກັບຟີເຈີໃໝ່ໆອີກຫຼາຍຢ່າງ


ຄືນວັນທີ 6 ມິຖຸນາ 2022 ໃນງານສຳມະນານັກພັດທະນາປະຈຳປີ Worldwide Developers Conference 2022 ຂອງ Apple ໄດ້ມີການເປີດຕົວ iOS 16, ລະບົບປະຕິບັດການໃໝ່ ທີ່ໄດ້ຮັບການພັດທະນາ ປັບປຸງຟີເຈີຕ່າງໆ ໃຫ້ມີຄວາມຫຼາກຫຼາຍ ແລະ ເພື່ອໃຫ້ຜູ້ໃຊ້ໄດ້ມີປະສົບການທີ່ດີຫຼາຍຂຶ້ນ ລວມເຖິງເພີ່ມຄວາມປອດໄພໃຫ້ແກ່ຜູ້ໃຊ້.

ໃນ iOS 16 ນີ້ ໜ້າຈໍລັອກໄດ້ຖືກປັບປຸງໃຫ້ຜູ້ໃຊ້ສາມາດປັບແຕ່ງຮູບແບບ ແລະ ສີສັນໄດ້ຫຼາຍຂຶ້ນເຊັ່ນ: ຕົວໜັງສື, ຟິວເຕີ, ສີ, ເພີ່ມ widget ເພື່ອເຂົ້າເຖິງຂໍ້ມູນໄດ້ງ່າຍ ແລະ ເລືອກຮູບແບບທີ່ລະບົບສ້າງໄວ້ກ່ອນໜ້ານີ້ໄດ້ອີກນຳ.

ສາມາດຕິດຕາມບາງແອັບໄດ້ແບບ ທັນທີ ເຊັ່ນ: ຕິດຕາມສະຖານະການຈັດສົ່ງໃນແອັບສັ່ງອາຫານ, ແຖມຍັງອະນຸຍາດໃຫ້ພວກເຮົາຄວບຄຸມສິ່ງທີ່ຕອນນີ້ກຳລັງຫຼິ້ນຢູ່ ໂດຍບໍ່ຕ້ອງປົດລັອກ iPhone.

ເພີ່ມລະບົບ Share iCloud Library ທີ່ຈະເຮັດໃຫ້ເຮົາສາມາດແບ່ງປັນຮູບພາບກັບຄອບຄົວ ໃຫ້ທຸກຄົນໃນຄອບຄົວສາມາດເຂົ້າເຖິງຮູບພາບທີ່ໄດ້ແບ່ງປັນໄດ້ແບບພ້ອມໆກັນ ແລະ ທຸກຄົນສາມາດປັບແຕ່ງ ຫຼື ຈະລຶບຮູບອອກກໍໄດ້. ແລະ ເຮົາຍັງສາມາດຕັ້ງໃຫ້ມັນແບ່ງປັນຮູບທີ່ຖ່າຍມາຈາກແອັບກ້ອງໄດ້ໂດຍກົງ ຂະນະທີ່ໃຊ້ແອັບກ້ອງກໍສາມາດຖ່າຍຮູບ ແລະ ຮູບພາບທີ່ເຮົາຖ່າຍ ກໍຈະຖືກຈັດເກັບໄວ້ໃນ ຄັງຮູບພາບທີ່ເຮົາໄດ້ແບ່ງປັນໄວ້ກັບຄົນອື່ນໆ ທັນທີ.

iOS ຮຸ່ນນີ້ເພີ່ມຄຸນສົມບັດທີ່ອະນຸຍາດໃຫ້ຜູ້ໃຊ້ສາມາດແກ້ໄຂ, ຍົກເລີກຂໍ້ຄວາມ (Unsend) ຫຼື ເຮັດເຄື່ອງໝາຍວ່າຍັງບໍ່ທັນໄດ້ອ່ານໄດ້ ນອກນັ້ນຍັງມີການຮອງຮັບ SharePlay ໃນແອັບ ຂໍ້ຄວາມເພີ່ມຕື່ມຈາກແຕ່ກ່ອນໃຊ້ແຕ່ FaceTime.

ສ່ວນ Live Text ຈະມີການເພີ່ມການຮອງຮັບໃນສ່ວນຂອງ ວິດີໂອ ເໝາະສໍາລັບການຄັດລອກສະໄລ້ ຫຼື ຈະເປັນການຄັດເລືອກ ໄດຄັດ ວັດຖຸເພື່ອຄັດລອກ ເອົາໄປວາງຢູ່ໃນສະຖານທີ່ຕ່າງໆແລະ ຈະເປີດ API ໃຫ້ກັບນັກພັດທະນາແອັບສາມາດນຳໄປໃຊ້ງານໄດ້ອີກນຳ.

ລະບົບການພິມດ້ວຍສຽງຈະສາມາດໃຊ້ແປ້ນພິມພ້ອມກັບການພິມດ້ວຍສຽງໄດ້. ຈາກທີ່ຕອນທຳອິດ ຖ້າເຂົ້າສູ່ໂໝດພິມດ້ວຍສຽງ, ແປ້ນພິມບໍ່ສາມາດນຳໃຊ້ໄດ້.

ສຳລັບແອັບກະເປົາເງິນ (Wallet) ຮຸ່ນນີ້ຈະເຮັດໃຫ້ມັນງ່າຍຂຶ້ນໃນການແບ່ງປັນບັດຜ່ານແອັບຕ່າງໆ ເຊັ່ນ: Messages ຫຼື WhatsApp ແລະ Apple Pay. ພ້ອມກັບຈະມີການເພີ່ມບໍລິການ Apple Pay Later  ສຳລັບການຈ່າຍຜ່ອນ ແລະ Apple Pay Order Tracking ສຳລັບການຕິດຕາມການສັ່ງຊື້ຈາກຮ້ານຄ້າອອນລາຍ.

ໃນແອັບແຜນທີ່ ຈະມີການເພີ່ມລາຍລະອຽດຕາມສະຖານທີ່ຕ່າງໆ ໃຫ້ຫຼາຍຂຶ້ນ ຜູ້ໃຊ້ສາມາດເພີ່ມຈຸດພັກລົດ ຫຼື ຈຸດແວ່ ໄດ້ໃນລະຫວ່າງການນຳທາງ.

ເພື່ອຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງຜູ້ໃຊ້ ຈະມີການເພີ່ມໜ້າເມນູ Safety Check ເພື່ອໃຫ້ຜູ້ໃຊ້ໃຫ້ອະນຸຍາດ ໃນການແບ່ງປັນສະຖານທີ່ ລວມທັງການເຂົ້າສູ່ລະບົບ iCloud ໃນອຸປະກອນທີ່ແຕກຕ່າງກັນ.

ສຳລັບ iOS 16, Apple ຈະເປີດໃຫ້ຜູ້ໃຊ້ທົ່ວໄປສາມາດອັບເດດໄດ້ໃນທ້າຍປີນີ້. ສໍາລັບນັກພັດທະນາເລີ່ມຕົ້ນໃນມື້ນີ້ ແລະ ຜູ້ໃຊ້ທີ່ສົນໃຈໃຊ້ໃນແບບທົດລອງແມ່ນເດືອນຕໍ່ໄປ. ສ່ວນ iPhone ທີ່ຈະບໍ່ໄດ້ໄປຕໍ່ໃນ iOS 16 ນີ້ ແມ່ນນັບຕັ້ງແຕ່ iPhone 7 ລົງມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/