ເບຣກບໍ່ທັນອີ່ຫຼີ! ນັກປັ່ນຊາວ ໂຄລົມເບຍ ເບຣກລົດບໍ່ທັນຈົນໄປຕຳເມຍຕົນເອງ ຫຼັງຈາກດີໃຈທີ່ເຂົ້າເສັ້ນໄຊ


ເມື່ອວັນທີ 6 ມິຖຸນາ 2022 ໃນການແຂ່ງຂັນປັ່ນລົດຖີບ ລາຍການ Vuelta a Colombia ທີ່ປະເທດ ໂຄລົມເບຍ ໄດ້ເກີດອຸບັດຕິເຫດຂຶ້ນເລັກນ້ອຍ ແຕ່ອຸບັດຕິເຫດທີ່ເກີດຂຶ້ນນີ້ໄດ້ຖືກເວົ້າເຖິງ ເປັນວົງກວ້າງ ເພາະວ່າອຸບັດຕິເຫດດັ່ງດ່າວແມ່ນເກີດຂຶ້ນຈາກຜົວທີ່ເປັນນັກປ່ັນລົດຖີບ ເບຣກບໍ່ທັນແລ້ວໄປຕຳເອົາເມຍຕົນເອງ ຫຼັງດີໃຈທີ່ສາມາດເຂົ້າເສັ້ນໄຊໄດ້ເປັນອັນດັບໜຶ່ງ.

ເຫດການເກີດຂຶ້ນໃນການແຂ່ງຂັນ ສະໜາມທີ 3 ເມື່ອ ຫຼຸຍ ຄາລອສ ຊີອາ (Luis Carlos Chia) ນັກປັ່ນຊາວໂຄລົມເບຍ ອອກແຮງປັ່ນຈົນສຸດແຮງ ສູ້ກັບຄູ່ແຂງໃນໄລຍະ 100 ແມັດສຸດທ້າຍ ກ່ອນທີ່ຈະສາມາດແຊງຄູ່ຕໍ່ສູ້ໄດ້ ແລ້ວເຂົ້າເສັ້ນໄຊໃນທີ່ສຸດ.

ຄາລອສ ສະແດງອາການດີໃຈ ຫຼັງຜ່ານເຂົ້າເສັ້ນໄຊມາໄດ້ ລາວຍົກມືຂຶ້ນໝົດສອງມື ແຕ່ເສຍການຄວບຄຸມກ່ອນທີ່ຈະໄປຕຳເອົາ ຄໍເດຍ ຣອນຄານຊິໂອ້ (Claudia Roncancio) ເມຍຂອງລາວທີ່ຢືນຖ່າຍຮູບຢູ່ຫຼັງເສັ້ນໄຊ ແບບເຕັມໆ ເຮັດໃຫ້ຝ່າຍຍິງລົ້ມລົງຫົວກະທົບກັບພື້ນ ຈົນຕ້ອງໄດ້ນຳຕົວສົ່ງໂຮງໝໍ. ສ່ວນ ຄາລອສ ຊີອາ ນັ້ນໄດ້ຮັບອາການບາດເຈັບເລັກນ້ອຍ.

ຄາລອສ ຊີອາ ໄດ້ໃຫ້ສຳພາດວ່າ ຈັງຫວະນັ້ນລາວເບິ່ງບໍ່ເຫັນວ່າເມຍຂອງລາວຢູ່ໃນຈຸດດັ່ງກ່າວ ແລະ ດ້ວຍສະພາບອາກາດທີ່ມີຝົນຕົກ ບວກກັບພື້ນທີ່ມື່ນຈົນຮັດໃຫ້ລາວເບຣກບໍ່ທັນ.

ຢ່າງໃດກໍຕາມ ລາວຍັງບອກວ່າບໍ່ເຂົ້າໃຈເລີຍວ່າເປັນຫຍັງເມຍຂອງລາວຄືໄປຢູ່ໃນຈຸດທີ່ອັນຕະລາຍແບບນັ້ນ ໂດຍກ່າວວ່າ: “ລາວກໍຮູ້ວ່າຫຼັງຈາກເຂົ້າເສັ້ນໄຊແລ້ວ ມັນຕ້ອງໄປຕໍ່ອີກໜ້ອຍໜຶ່ງຈຶ່ງສາມາດຢຸດໄດ້ ຂ້ອຍບໍ່ເຂົ້າໃຈເລີຍວ່າເປັນຫຍັງລາວຄືບໍ່ຫຼີກທາງອອກໄປ”.

ສຳລັບການແຂ່ງຂັນ Vuelta a Colombia ຕອນນີ້ແຂ່ງມາແລ້ວ 3 ສະໜາມ ເຊິ່ງກໍເປັນທາງ ຄາລອສ ຊີອາ ທີ່ຄອງຕຳແໜ່ງຜູ້ນຳເວລາລວມຢູ່ ຫຼັງຄວ້າແຊ້ມໄປແລ້ວ 2 ສະໜາມໃນປີນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/