Apple ຍອມຮັບ iPhone 14 Pro ມີບັນຫາກ້ອງສັ່ນເມື່ອໃຊ້ຜ່ານແອັບອື່ນ ແລະ ຈະກຽມອັບເດດຊອບແວເພື່ອແກ້ໄຂໃນໄວໆນີ້

iPhone 14 Pro

ໄລຍະນີ້ຖືວ່າ ກະແສ iPhone 14 ແມ່ນຍັງມາແຮງແບບບໍ່ຕົກ ເພາະເນື່ອງດ້ວຍດີໄຊນ໌ທີ່ສວຍງາມສະດຸດຕາ ໂດຍມາພ້ອມກັບຟີເຈີໃໝ່ໆ ທີ່ເຮັດໃຫ້ສາວົກ Apple ຢາກໄດ້ມາຄອບຄອງ ແລະ ລາຄາທີ່ໄປໄກຈາກ iPhone ຮຸ່ນກ່ອນໜ້າ ສົ່ງຜົນໃຫ້ຜູ້ຄົນອອກມາເຮັດກະແສລໍ້ລຽນຕ່າງໆ ໄປທົ່ວອິນເຕີເນັດ.

iPhone 14 Pro

ຢ່າງໃດກໍຕາມ ເບິ່ງຄືວ່າຄວາມງາມຂອງໂທລະສັບຮຸ່ນໃໝ່ຫຼ້າສຸດຈາກ Apple ແມ່ນຈະແຖມບັນຫາມາພ້ອມ ເພາະເມື່ອບໍ່ດົນມານີ້ ໄດ້ມີລາຍງານຈາກຜູ້ໃຊ້ iPhone 14 Pro ແລະ 14 Pro Max ທີ່ໄດ້ໂພສລົງເວັບໄຊ Reddit ໂດຍລະບຸວ່າ ກ້ອງຫຼັງຂອງໂທລະສັບສັ່ນເມື່ອເປີດໃຊ້ງານຜ່ານແອັບພິເຄຊັ່ນຕ່າງໆ ເຊັ່ນ Snapchat, TikTok  ແລະ Instagram ພ້ອມກັບໄດ້ຍິນສຽງສັ່ນອີກພ້ອມ.

iPhone 14 Pro

ຫຼັງຈາກທີ່ໂພສໄດ້ເຜີຍແຜ່ອອກໄປກໍໄດ້ມີຄົນມາສະແດງຄວາມຄິດເຫັນໂດຍບອກວ່າ ໂທລະສັບ iPhone 14 ຂອງພວກເຂົາກໍມີບັນຫາຄືກັນ ບໍ່ວ່າຈະເປັນກ້ອງໂທລະສັບສັ່ນເມື່ອເປີດໃຊ້ງານກ້ອງຜ່ານແອັບອື່ນ ຫຼື ແມ່ນແຕ່ທີ່ໂທລະສັບສົ່ງສຽງດັງສັ່ນອອກມາ, ແຕ່ເມື່ອເປີດນໍາໃຊ້ກ້ອງປົກກະຕິໃນຕົວເຄື່ອງກໍພົບວ່າມັນປົກກະຕິດີ ເຊິ່ງນັ້ນເຮັດໃຫ້ຜູ້ໃຊ້ບອກວ່າບັນຫາມັນໜ້າຈະເກີດມາຈາກຊອບແວທີ່ຕົວແອັບພິເຄຊັ່ນທີ່ມີບັນຫາດັ່ງກ່າວຍັງບໍ່ໄດ້ອັບເດດມາເພື່ອຮອງຮັບ iOS 16 ທີ່ຫາກໍຖືກປ່ອຍມາກາງເດືອນກັນຍານີ້.

ວິດີໂອຕົວຢ່າງຂອງບັນຫາ iPhone 14 ກ້ອງສັ່ນ: https://cutt.ly/AVgcn2h

iPhone 14 Pro

ຢ່າງໃດກໍຕາມ ເມື່ອ Apple ໄດ້ຮັບຊາບເລື່ອງດັ່ງກ່າວກໍໄດ້ອອກມຍອມຮັບວ່າ ບັນຫາດັ່ງກ່າວນັ້ນບໍ່ໄດ້ມາຈາກຮາດແວຣ໌ ຈຶ່ງບໍ່ຈຳເປັນຕ້ອງນຳເອົາໂທລະສັບໄປສ້ອມແປງ ແລະ ຈະອອກຊອບແວ ເພື່ອແກ້ໄຂບັນຫານີ້ໃນອາທິດໜ້າ ເຊິ່ງຄາດວ່າມັນໜ້າຈະເປັນ iOS 16.0.2 ພ້ອມນີ້ Apple ກໍບໍ່ໄດ້ໃຫ້ລາຍລະອຽດເພີ່ມຕື່ມກ່ຽວກັບບັນຫາທີ່ເກີດຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ