Amou Haji ຊາຍທີ່ໄດ້ຊື່ວ່າ “ສົກກະປົກທີ່ສຸດໃນໂລກ” ເນື່ອງຈາກບໍ່ອາບນ້ຳເປັນເວລາກວ່າເຄິ່ງສະຕະວັດ ເສຍຊີວິດແລ້ວໃນໄວ 94 ປີ

Amou Haji

ໃນເວລາຫຼາຍປີທີ່ຜ່ານມາ ຫຼາຍໆຄົນອາດເຄີຍເຫັນຫຼືຄຸ້ນໜ້າຕາຂອງ Amou Haji ຊາຍຊາວອີຣ່ານຄົນນີ້ມາແລ້ວ ເນື່ອງຈາກ Haji ນັ້ນໄດ້ກາຍເປັນທີ່ຮູ້ຈັກໃນນາມຊາຍທີ່ “ສົກກະປົກທີ່ສຸດໃນໂລກ” ເພາະລາວບໍ່ຍອມອາບນ້ຳເປັນເວລາຫຼາຍກວ່າ 60 ປີ ແລະ ໃນວັນອາທິດທີ່ຜ່ານມານີ້ສຳນັກຂ່າວຕ່າງປະເທດກໍໄດ້ລາຍງານວ່າ Haji ໄດ້ເສຍຊີວິດແລ້ວໃນໄວ 94 ປີ.

Amou Haji

ສຳລັບ Amou Haji ນັ້ນແມ່ນໄດ້ອາໄສຢູ່ແຂວງ ຟາຣສ໌ ທີ່ຕັ້ງຢູ່ທາງຕອນໃຕ້ຂອງປະເທດອີຣ່ານ ແລະ ຕະຫຼອດໄລຍະເວລາທີ່ຍັງມີຊີວິດລາວປະຕິເສດການອາບເປັນເວລາກວ່າເຄິ່ງສະຕະວັດ ເນື່ອງຈາກຕົວຂອງ Haji ເຊື່ອວ່າຖ້າອາບນ້ຳແລ້ວມັນຈະເຮັດໃຫ້ລາວໂຊກຮ້າຍແລະລົ້ມປ່ວຍລົງ. ແຕ່ເຖິງຢ່າງນັ້ນ ໃນໄລຍະເວລາທີ່ຜ່ານມາຊາວບ້ານທີ່ອາໄສຢູ່ໃນລະແວກດຽວກັນແມ່ນພະຍາຍາມບອກໃຫ້ລາວອາບນ້ຳຢູ່ເລື້ອຍໆ. ຈົນໃນທີ່ສຸດກ່ອນທີ່ Haji ຈະເສຍຊີວິດລາວກໍປະລາໄຊໃຫ້ກັບແຮງກົດດັນແລະໄດ້ອາບນ້ຳເປັນຄັ້ງທຳອິດໃນຮອບ 60 ກວ່າປີ. ຢ່າງໃດກໍດີຫຼັງຈາກນັ້ນບໍ່ດົນ Haji ກໍໄດ້ລົ້ມປ່ວຍແລະເສຍຊີວິດລົງໃນວັນທີ 23 ຕຸລາ 2022 ທີ່ຜ່ານມານີ້.

Amou Haji

ດ້ານສຳນັກຂ່າວ IRNA ບະບຸວ່າການທີ່ Haji ບໍ່ອາບນ້ຳເປັນເວລາດົນນານເຮັດໃຫ້ຜິວຂອງລາວຖືກເກາະຫຸ້ມໄປດ້ວຍຝຸ່ນແລະໜອງ. ນອກຈາກນັ້ນລາວມັກຈະກິນຊິ້ນເນົ່າແລະດື່ມນ້ຳທີ່ບໍ່ສະອາດຈາກກະປ໋ອງນ້ຳເກົ່າໆ. Haji ຍັງມັກໃນການສູບຢາເປັນຊີວິດຈິດໃຈ ໂດຍເຄີຍມີການເຜີຍແຜ່ພາບຂະນະທີ່ລາວສູບຢາຫຼາຍມວນໃນຄັ້ງດຽວກັນມາແລ້ວ ແລະການບັງຄັບທີ່ໃຫ້ລາວອາບນ້ຳຫຼືດື່ມນ້ຳສະອາດຈະເຮັດໃຫ້ລາວເສຍໃຈ ເພາະໃນປີ 2018 ລາວເຄີຍໃຫ້ສຳພາດວ່າ ສາເຫດທີ່ລາວບໍ່ຍອມອາບນ້ຳແມ່ນຍ້ອນໄດ້ຮັບຜົນກະທົບໃນຕອນຍັງນ້ອຍ.

Amou Haji

ເຊິ່ງການຈາກໄປຂອງ Amou Haji ຖືໄດ້ວ່າເປັນການຈົບຕໍານານຂອງ “ຊາຍທີ່ສົກກະປົກທີ່ສຸດໃນໂລກ”

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/