ໃຜທີ່ໃຊ້ Windows ຮຸ່ນເກົ່າກຽມຕົວໄວ້! Chrome ກໍາລັງຈະຍຸຕິການຮອງຮັບ Windows 7 ແລະ 8.1 ແລ້ວ

Windows

Windows

ເຊື່ອວ່າຄົນທີ່ໃຊ້ຄອມພິວເຕີໃນການຮຽນຫຼືເຮັດວຽກແມ່ນຕ້ອງຄຸ້ນເຄີຍກັບ Browser “Google Chrome” ເປັນຢ່າງດີ ເພາະນອກຈາກຈະໃຊ້ງານງ່າຍແລະຍັງມີຄວາມສະດວກວ່ອງໄວໃນການຄົ້ນຫາຂໍ້ມູນອີກພ້ອມ ແຕ່ວ່າຖ້າຫາກບຸກຄົນໃດທີ່ຍັງໃຊ້ Windows 7 ແລະ 8.1 ຕ້ອງກຽມຕົວອັບເດດໃຫ້ເປັນເວີຊັ່ນໃໝ່ແລ້ວ ເພາະວ່າທາງ Google ກໍາລັງຈະຍຸຕິການຊັບພອດໃນ Windows ຮຸ່ນເກົ່າແລ້ວ.

Windows

ໂດຍ Google ໄດ້ອັບເດດໜ້າເວັບໄຊລະບຸວ່າ Chrome ຈະຢຸດຮອງຮັບ Windows 7 ແລະ 8.1 ໃນ Chrome ເວີຊັ່ນ 110 ເຊິ່ງມີກໍານົດການອັບເດດໃນວັນທີ 7 ກຸມພາ 2023 ທີ່ຈະມາຮອດນີ້ ໂດຍການອັບເດດນັ້ນຕ້ອງອັບເດດໄປຢ່າງໜ້ອຍ Windows 10 ຈຶ່ງຈະສາມາດໃຊ້ງານ Chrome ໄດ້ຢ່ງເຕັມປະສິດທິພາບ.

ສຳລັບໃຜທີ່ຮູ້ສຶກບໍ່ຢາກອັບເດດເພາະລຶ້ງເຄີຍກັບ Windows ແບບເກົ່າ ແມ່ນຍັງຈະໃຊ້ງານ Chrome ໄດ້ຢູ່ແຕ່ຈະບໍ່ມີການຊັບພອດຫຍັງແລ້ວໂດຍສະເພາະເລື່ອງຊອຟແວຣ໌ແລະຄວາມປອດໄພຈົນກວ່າຈະອັບເດດລະບົບປະຕິບັດການຂອງເຄື່ອງ.

Windows

ທັງນີ້ ເມື່ອມີການອັບເດດຊອຟແວຣ໌ແມ່ນຈະມີທັງຜູ້ໃຊ້ງານທີ່ອັບເດດທັນທີ, ຖ້າອັບເດດໃນພາຍຫຼັງ ຫຼືເລືອກທີ່ຈະບໍ່ອັບເດດເລີຍ ແຕ່ສຳລັບການປ່ຽນແປງທີ່ມີຄວາມກ່ຽວຂ້ອງກັບລະບົບປະຕິບັດການເປັນຈຸດສຳຄັນທີ່ເຮັດໃຫ້ເລືອກໄດ້ວ່າຈະໄປຕໍ່ຫຼືຈະພໍເທົ່ານີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/