ADB ຄາດເສດຖະກິດ ລາວ ຈະມີການຂະຫຍາຍຕົວລະດັບປານກາງ ຈາກແຮງສະໜັບສະໜູນ ຈາກພາຍນອກ

xr:d:DAGCF64ww5o:3,j:3256527041585658364,t:24041107


ທະນາຄານພັດທະນາ ອາຊີ Asian Development Bank (ADB) ຄາດຄະເນ ເສດຖະກິດ ສປປ ລາວ ຈະມີການເຕີບໂຕໃນລະດັບ ປານກາງ ໃນປີ 2024 ນີ້ ແລະ ປີໜ້າ ຈາກແຮງສະໜັບສະໜູນຈາກພາຍນອກ ເຊັ່ນ ການທ່ອງທ່ຽວ, ການລົງທຶນ ແລະ ການຄ້າ. ທ່າມກາງຄວາມກົດດັນຈາກພາວະເງິນເຟີ້ ແລະ ພັນທະທີ່ຕ້ອງຊຳລະໜີ້ ໃຫ້ກັບຕ່າງປະເທດ.

ບົດລາຍງານເສດຖະກິດປະຈຳເດືອນ ເມສາ ຂອງ ADB ລະບຸວ່າ GDP ຂອງ ສປປ ລາວ ໃນປີ 2024 ແລະ 2025 ​ຈະມີການຂະຫຍາຍຕົວປະມານ 4%. ໂດຍໄດ້ຮັບແຮງສະໜັບສະໜູນຈາກຄວາມຕ້ອງການພາຍນອກ ໃນຂະແໜງການບໍລິການ ເຊັ່ນການທ່ອງທ່ຽວ ທີ່ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາເຖິງ 4,2 ​ລ້ານຄົນໃນປີ 2024 ແລະ ຍັງຈະໄດ້ຜົນປະໂຫຍດຈາກການພັດທະນາພື້ນຖານໂຄງລ່າງໃນການເດີນທາງທີ່ງ່າຍຂຶ້ນ.

ADB ລະບຸຕື່ມອີກວ່າ ນອກນີ້ ຍັງໄດ້ຈະໄດ້ຮັບການລົງທຶນຈາກຕ່າງປະເທດຫຼາຍຂຶ້ນ ໂດຍສະເພາະໃນໂຄງການພະລັງງານສະອາດຕ່າງໆ ເຊິ່ງຈະເປັນແຮງສະໜັບສະໜູນສຳຄັນໃນການຊຸກຍູ້ການຂະຫຍາຍຕົວຂອງອຸດສາຫະກຳຂອງ ສປປ ລາວ.

ແຕ່ຢ່າງໃດກໍຕາມ, ທ່າມກາງການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ທະນາຄານພັດທະນາອາຊີ ກໍຍັງລະບຸວ່າ ອັດຕາເງິນເຟີ້ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເງິນກີບທີ່ອ່ອນຄ່າ ແລະ ໜີ້ນສິນສາທາລະນະຍັງຄົງເປັນສິ່ງທ້າທາຍທີ່ສໍາຄັນສໍາລັບການພັດທະນາຂອງ ສປປ ລາວ.

ຜູ້ອຳນວຍການ ADB ປະຈຳ ສປປ ລາວ, ທ່ານ Sonomi Tanaka ກ່າວວ່າ: “ຄວາມກົດດັນຈາກໜີ້ສິນທີ່ບໍ່ຍືນຍົງ ແລະ ອັດຕາເງິນເຟີ້ສູງທີ່ສູງ, ອາດເຮັດໃຫ້ຈັງຫວະການຟື້ນຕົວຂອງເສດຖະກິດໂດຍລວມຂອງປະເທດຫຼຸດລົງ,”

ຄວາມກົດດັນຂອງອັດຕາເງິນເຟີ້ຄາດວ່າຈະຍັງຄົງຢູ່ຍ້ອນວ່າທຸລະກິດຂຶ້ນລາຄາເພື່ອຊົດເຊີຍຄ່າໃຊ້ຈ່າຍທີ່ສູງຂຶ້ນເຊິ່ງເປັນຜົນມາຈາກການອ່ອນຄ່າຂອງເງິນກີບ ແລະ ການເພີ່ມຄ່າຈ້າງ. ລາຄາຜູ້ບໍລິໂພກຄາດວ່າຈະເພີ່ມຂຶ້ນໂດຍສະເລ່ຍ 20% ໃນປີ 2024, ຄ່ອຍໆຫຼຸດລົງເປັນ 7% ໃນປີ 2025.

ອີງຕາມຂໍ້ມູນຈາກ ສູນສະຖິຕິແຫ່ງຊາດ, ອັດ​ຕາ​ເງິນ​ເຟີ້​ໃນ​ລາວ​ຢືນ​ຢູ່​ທີ່ 24.9% ໃນ​ເດືອນ​ມີ​ນາ ເຊິ່ງ​ເພີ່ມ​ຂຶ້ນ 1.3% ຈາກ​ເດືອນ​ກຸມ​ພາ ແລະ​ເພີ່ມ​ຂຶ້ນ 25% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2023.

ທະນາຄານພັດທະນາອາຊີ ລະບຸວ່າ ອັດຕາເງິນເຟີ້ ທີ່ເພີ່ມຂຶ້ນ ເຮັດໃຫ້ລາຄາອາຫານ, ການບໍລິການ ໂຮງແຮມ ແລະ ຮ້ານອາຫານເພີ່ມສູງກວ່າລາຍຮັບຂອງແຮງງານ ເຮັດໃຫ້ກຳລັງຊື້ສ່ວນໃຫຍ່ພາຍໃນປະເທດນັ້ນ ຫຼຸດລົງ.

ການຫຼຸດລົງຂອງກໍາລັງການຊື້ຂອງຄົວເຮືອນມີຜົນສະທ້ອນຢ່າງຫຼວງຫຼາຍຕໍ່ອະນາຄົດຂອງເສດຖະກິດລາວ. ADB ກ່າວ​ວ່າ ນັກຮຽນ​ຈະ​ອອກ​ໂຮງຮຽນ​ຫຼາຍ​ຂຶ້ນ ​ແລະ ການ​ເຄື່ອນ​ຍ້າຍ​ແຮງ​ງານ​ອາດ​ຈະ​ເພີ່ມ​ຂຶ້ນ​ເມື່ອ​ຄົນ​ຊອກ​ຫາ​ໂອກາດ​ການ​ຈ້າງ​ງານ​ຢູ່​ບ່ອນ​ອື່ນ.

https://www.adb.org/news/lao-pdr-see-moderate-growth-2024-navigating-debt-and-inflation-adb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/