ຄຳປອມ ຍອດຂາຍສູງ ເຈົ້າຂອງຮ້ານເຜີຍ ບໍ່ລອກ ບໍ່ດຳ ຈຳບໍ່ໄດ້!


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຮ້ານຂາຍຄຳແຫ່ງໜຶ່ງໃນເມືອງທອງທານີ ແຂວງ ນົນທະບຸຣີ ເຊິ່ງເປັນຮ້ານຈຳໜ່າຍຄຳໄມຄຣອນ ຫຼື ຄຳປອມ ທີ່ເປີດຂາຍອອນລາຍມາດົນກວ່າ 10 ປີ ຈາກນັ້ນໄດ້ເປີດໜ້າຮ້ານທີ່ມີການຕົບແຕ່ງຄືກັບຮ້ານຂາຍຄຳແທ້ ເປີດຈຳໜ່າຍໄດ້ 2 ປີ ລູກຄ້າເດີນທາງເຂົ້າມາຊື້ແບບບໍ່ຂາດສາຍ ພ້ອມສະໂລແກນທີ່ວ່າ “ຄຳໄມຄຣອນ ບໍ່ລອກ ບໍ່ດຳ ຈຳນຳບໍ່ໄດ້”

ສາເຫດທີ່ຍອດຂາຍສູງຂຶ້ນ ອັນເນື່ອງມາຈາກຄຳແທ້ຂຶ້ນລາຄາ ປະກອບກັບເສດຖະກິດທີ່ຊົບເຊົາ ເຮັດໃຫ້ລູກຄ້າເກົ່າ ແລະ ລູກຄ້າໃໝ່ເຂົ້າມາອຸດໜູນຈົນຍອດຂາຍເພີ່ມຂຶ້ນເປັນສອງເທົ່າ ເຊິ່ງແນ່ນອນວ່າປະກອບເຂົ້າກັບເທສະການທີ່ຕ້ອງເດີນທາງກັບບ້ານໃນປີໃໝ່ ຫຼາຍຄົນຈະຕ້ອງມີເຄື່ອງປະດັບເພື່ອໃຫ້ມີຖານະ ເປັນທີ່ຍອມຮັບໃນສັງຄົມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/