ໃນວັນທີ 7 ກຸມພາ ໄດ້ເກີດເຫດເຂື່ອນແຕກທີ່ອິນເດຍ ລັດ Uttarakhand ສາເຫດຍ້ອນແຜ່ນນ້ຳກ້ອນຫິມະໄລໄຫຼລົງໄປຕຳເຂື່ອນ ເຮັດເຂື່ອນແຕກ ແລະ ນ້ຳຖ້ວມເຂົ້າບ້ານ Rishiganga ທີ່ຢູ່ເລິກໃນພູ Uttarakhand ສູນຫາຍກວ່າ 150 ຄົນເຮັດໃຫ້ຕ້ອງອົບພະຍົບ-ຊ່ວຍເຫຼືອຊາວບ້ານ ແລະ ຜູ່ສູນຫາຍ.

ໃນຂະນະທີ່ເກີດເຫດ ຊາວບ້ານຜູ່ທີ່ຢູ່ໃກ້ຄຽງກັບຈຸດເກີດເຫດ ໃຫ້ສຳພາດວ່າ ຢູ່ດີໆກໍເກີດສຽງດັງ ຄືກັບຟ້າຮ້ອງ, ມວນນ້ຳທີ່ປະສົມກັບຂີ້ຕົມ, ກ້ອນຫີນ ແລະ ນ້ຳກ້ອນໄຫຼລົງມາຢ່າງມະຫາສານຕາມແນວຂອງລຳນ້ຳ, ໂດນຜູ່ເຫັນເຫດການເຊື່ອວ່າ ເຫດການເກີດຂຶ້ນມັນໄວຫຼາຍຈົນເຮັດໃຫ້ຫຼາຍຄົນຕັ້ງໂຕບໍ່ທັນ, ຊາວບ້ານຄົນອື່ນບອກວ່າ ຄົນທີ່ເຮັດວຽກກັບເຂື່ອນໄຟຟ້າພະລັງງານນ້ຳດັ່ງກ່າວຖືກພັດໄປໝົດ ເຊັ່ນດຽວກັນກັບຊາວບ້ານທີ່ອອກໄປເກັບເຄື່ອງປ່າຂອງດົງ.

ທາງການເຜີຍວ່າ ຈຳນວນຜູ່ສູນຫາຍ ແລະ ເສຍຊີວິດຄາດວ່າຈະມີປະມານ 100-150 ຄົນ, ເຈົ້າໜ້າທີ່ໄດ້ເລັ່ງຊ່ວຍເຫຼືອຜູ່ຄົນໄດ້ 12 ຄົນທີ່ຕິດຢູ່ອຸມົງ ແລະ ກຳລັງເລັ່ງຊ່ວຍເຫຼືອຜູ່ອື່ນທີ່ຕິດຢູ່ອຸມົງ, ນອກຈາກນີ້ ເຫດການດັ່ງກ່າວຍັງສ້າງຄວາມເສຍຫາຍໃຫ້ກັບເຂື່ອນໄຟຟ້າພະລັງງານນ້ຳທີ່ຢູ່ທາງລຸ່ມ ເຊິ່ງກຳລັງຢູ່ໃນຊ່ວງກໍ່ສ້າງເປັນຈຳນວນມະຫາສານອີກດ້ວຍ.



https://www.facebook.com/environman.th/photos/a.1757249537736819/3421347697993653/