ພົບສານໄຊຢາໄນເກີນມາດຕະຖານ ເປັນສາເຫດປາຕາຍໃນຫ້ວຍ ຢູ່ຊຽງຂວາງ ຄຸມຕົວຜູ້ຕ້ອງສົງໄສແລ້ວ
ການກວດສອບພົບການລັກລອບແຊ່ແຮ່ຄຳໃນເຂດຊຸມຊົນ ຂະນະທີ່ຜົນກວດຄຸນນະພາບນ້ຳຮອບທີສອງຢູ່ໃນເກນມາດຕະຖານ ແຕ່ຍັງແນະນຳປະຊາຊົນບໍ່ໃຫ້ບໍລິໂພກສັດ ແລະ ພືດນ້ຳຈາກພື້ນທີ່.
ທາງການເມືອງແປກ ແຂວງຊຽງຂວາງ ຢືນຢັນວ່າ ສາເຫດທີ່ເຮັດໃຫ້ປາຕາຍເປັນຈຳນວນຫຼາຍຢູ່ຫ້ວຍຫີນຫຼາຍ ແມ່ນເກີດຈາກການລັກລອບແຊ່ແຮ່ຄຳ ໂດຍຜົນກວດພົບສານໄຊຢາໄນ (Cyanide) ໃນນ້ຳສູງກວ່າເກນມາດຕະຖານ ພ້ອມທັງໄດ້ຄຸມຕົວຜູ້ຕ້ອງສົງໄສເພື່ອດຳເນີນຄະດີຕາມກົດໝາຍ.
ຕາມລາຍງານຂອງສຳນັກຂ່າວສານປະເທດລາວ (ຂປລ), ຄະນະສະເພາະກິດເມືອງແປກ ໄດ້ຖະແຫຼງຜົນການກວດສອບໃນວັນທີ 19 ພະຈິກ 2026 ວ່າ ເຫດການປາຕາຍຢູ່ຫ້ວຍຫີນໄຫຼ ບໍລິເວນຊາຍແດນລະຫວ່າງບ້ານຍວນ ແລະ ບ້ານໂພນງາມເໜືອ ມີສາເຫດມາຈາກການລັກລອບແຊ່ແຮ່ຄຳຢູ່ບ້ານໂພນງາມເໜືອ.
ເຫດການດັ່ງກ່າວເລີ່ມຂຶ້ນໃນວັນທີ 8 ພະຈິກ ເມື່ອປະຊາຊົນແຈ້ງພົບປາຕາຍຈຳນວນຫຼາຍໃນຫ້ວຍ. ຕໍ່ມາ ຂໍ້ມູນ ແລະ ພາບເຫດການໄດ້ຖືກເຜີຍແຜ່ຜ່ານສື່ສັງຄົມອອນລາຍ ສ້າງຄວາມກັງວົນໃຫ້ປະຊາຊົນກ່ຽວກັບຄວາມປອດໄພຂອງແຫຼ່ງນ້ຳ ແລະ ສິ່ງແວດລ້ອມ.
ໃນເວລາປະມານ 10:00 ໂມງ ຂອງມື້ດຽວກັນ ເຈົ້າໜ້າທີ່ຂັ້ນເມືອງ, ຂັ້ນແຂວງ ແລະ ອຳນາດການປົກຄອງບ້ານ ໄດ້ລົງກວດກາພື້ນທີ່ ແລະ ຢືນຢັນວ່າມີປາຕາຍເກີດຂຶ້ນແທ້.
ຈາກການຕິດຕາມກວດສອບຂຶ້ນໄປຕາມສາຍນ້ຳ ເຈົ້າໜ້າທີ່ພົບວ່າ ມີນ້ຳປົນເປື້ອນໄຫຼອອກຈາກຮ່ອງລະບາຍນ້ຳເສຍໃນເຂດບ້ານໂພນງາມເໜືອ ລົງສູ່ຫ້ວຍດັ່ງກ່າວ.
ຈາກນັ້ນ ຄະນະກວດກາໄດ້ປະສານກັບພະນັກງານປ້ອງກັນຄວາມສະຫງົບເມືອງແປກ ເພື່ອຂໍຄຳສັ່ງກວດຄົ້ນເຮືອນທີ່ສົງໄສວ່າມີການລັກລອບແຊ່ແຮ່ຄຳ.
ໃນມື້ດຽວກັນ ເຈົ້າໜ້າທີ່ໄດ້ກວດຄົ້ນເຮືອນຂອງທ້າວ ວົງວັງ ຊຶ່ງເປັນພະນັກງານສັງກັດພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ. ເຮືອນຫຼັງດັ່ງກ່າວຕັ້ງຢູ່ຫ່າງຈາກຫ້ວຍປະມານ 80 ແມັດ.
ຜົນການກວດຄົ້ນພົບອ່າງແຊ່ແຮ່ຄຳຢູ່ດ້ານໜ້າເຮືອນ ມີຂະໜາດກວ້າງ 1.6 ແມັດ, ຍາວ 2.8 ແມັດ ແລະ ເລິກ 60 ຊັງຕີແມັດ. ນອກຈາກນີ້ ຍັງພົບກາກແຮ່, ອຸປະກອນ ແລະ ນ້ຳຢາເຄມີທີ່ໃຊ້ໃນການແຊ່ແຮ່ຄຳຈຳນວນໜຶ່ງ.
ປັດຈຸບັນ ທ້າວ ວົງວັງ ຖືກຄຸມຕົວຢູ່ຫ້ອງການປ້ອງກັນຄວາມສະຫງົບເມືອງແປກ ເພື່ອດຳເນີນຂັ້ນຕອນທາງກົດໝາຍ.
ຕໍ່ມາ ໃນວັນທີ 9 ພະຈິກ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ເກັບຕົວຢ່າງດິນຈາກຈຸດແຊ່ແຮ່ຄຳສອງແຫ່ງ ແລະ ຕົວຢ່າງນ້ຳຈາກແປດຈຸດທີ່ພົບປາຕາຍ ເພື່ອນຳໄປກວດວິເຄາະ.
ຜົນການກວດພົບວ່າ ປະລິມານສານໄຊຢາໄນສູງກວ່າເກນມາດຕະຖານ ຊຶ່ງຄະນະສະເພາະກິດລະບຸວ່າ ເປັນສາເຫດຂອງການຕາຍຂອງປາໃນຫ້ວຍ.
ພາຍຫຼັງພົບການປົນເປື້ອນ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ແຈ້ງເຕືອນປະຊາຊົນໃນບ້ານໃກ້ຄຽງບໍ່ໃຫ້ນຳໃຊ້ນ້ຳຈາກຫ້ວຍໃນຊີວິດປະຈຳວັນ ແລະ ຫ້າມຈັບປາເພື່ອບໍລິໂພກ ຫຼື ຈຳໜ່າຍ ຈົນກວ່າຈະມີການຟື້ນຟູພື້ນທີ່.
ໃນວັນທີ 12 ພະຈິກ, ເຈົ້າໜ້າທີ່ໄດ້ເກັບກູ້ຊາກປາຕາຍຈາກຫ້ວຍ ລວມນ້ຳໜັກ 47 ກິໂລກຣາມ ແລະ ເກັບຕົວຢ່າງນ້ຳອີກສີ່ຈຸດ ເພື່ອກວດຄຸນນະພາບຮອບທີສອງ.
ຜົນກວດຮອບທີສອງພົບວ່າ ຄຸນນະພາບນ້ຳຢູ່ໃນເກນມາດຕະຖານສິ່ງແວດລ້ອມແຫ່ງຊາດແລ້ວ. ດັ່ງນັ້ນ ທາງການຈຶ່ງແຈ້ງວ່າ ປະຊາຊົນສາມາດນຳໃຊ້ນ້ຳໄດ້ ແຕ່ຕ້ອງໃຊ້ຢ່າງລະມັດລະວັງ ແລະ ຍັງບໍ່ຄວນບໍລິໂພກສັດນ້ຳ ຫຼື ພືດນ້ຳຈາກບໍລິເວນດັ່ງກ່າວໃນໄລຍະນີ້.
ພ້ອມກັນນີ້ ທາງການຍັງຮຽກຮ້ອງໃຫ້ປະຊາຊົນຕິດຕາມສະພາບນ້ຳຢ່າງໃກ້ຊິດ ແລະ ຫາກພົບສິ່ງຜິດປົກກະຕິ ເຊັ່ນ ສັດນ້ຳຕາຍອີກ ໃຫ້ຮີບແຈ້ງອຳນາດການປົກຄອງ ຫຼື ເຈົ້າໜ້າທີ່ທີ່ກ່ຽວຂ້ອງທັນທີ.
ສ່ວນການເກັບກູ້ກາກແຮ່ທີ່ກ່ຽວຂ້ອງກັບການແຊ່ແຮ່ຄຳນັ້ນ ທາງການໄດ້ດຳເນີນການສຳເລັດໃນວັນທີ 17 ພະຈິກ.
ເຖິງແມ່ນວ່າຜົນກວດຄຸນນະພາບນ້ຳຄັ້ງຫຼ້າສຸດຈະຢູ່ໃນເກນມາດຕະຖານແລ້ວກໍຕາມ ແຕ່ການກັບມາມີຄຸນນະພາບນ້ຳຕາມມາດຕະຖານ ບໍ່ໄດ້ໝາຍຄວາມວ່າສັດນ້ຳ ແລະ ພືດນ້ຳໃນພື້ນທີ່ຈະປອດໄພຕໍ່ການບໍລິໂພກທັນທີ. ທາງການຈຶ່ງຍັງໃຫ້ປະຊາຊົນປະຕິບັດຕາມຄຳແນະນຳດ້ານຄວາມປອດໄພຢ່າງເຄັ່ງຄັດ.
#LaoX #ຂ່າວລາວ #ຊຽງຂວາງ #ປາຕາຍ #ໄຊຢາໄນ #ສິ່ງແວດລ້ອມ #ແຮ່ຄຳ #ມົນລະພິດທາງນ້ຳ

