ປົກເວັບ 10

ລົດໄຟ 2 ຂະບວນຕຳກັນໃນອີຢິບ! ເສຍຊີວິດ 7 ຄົນ ບາດເຈັບຢ່າງໜ້ອຍ 125 ຄົນ

ລົດໄຟໂດຍສານຕຳທ້າຍອີກຂະບວນທີ່ຈອດຢູ່ເທິງລາງດຽວກັນ ຈົນຫຼາຍຕູ້ຕົກລາງ ຂະນະທີ່ປະທານາທິບໍດີສັ່ງສືບສວນດ່ວນ

ເກີດອຸບັດເຫດລົດໄຟໂດຍສານ 2 ຂະບວນຕຳກັນຢ່າງຮຸນແຮງ ໃນປະເທດອີຢິບ ເມື່ອວັນອາທິດທີ 8 ພະຈິກ 2026 ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະ ບາດເຈັບຢ່າງໜ້ອຍ 125 ຄົນ ທ່າມກາງຄວາມຕົກໃຈຂອງຜູ້ໂດຍສານ ແລະ ປະຊາຊົນໃນພື້ນທີ່.

ສຳນັກຂ່າວ Associated Press (AP) ລາຍງານວ່າ ເຫດການເກີດຂຶ້ນຢູ່ເຂດ Al-Ayyat ແຂວງ Giza ຫ່າງຈາກນະຄອນຫຼວງ Cairo ໄປທາງທິດໃຕ້ປະມານ 52 ກິໂລແມັດ.

ຕາມການລາຍງານຂອງອົງການລົດໄຟແຫ່ງຊາດອີຢິບ, ລົດໄຟໝາຍເລກ 134 ທີ່ເດີນທາງຈາກເມືອງ Giza ໄປ Fayoum ໄດ້ຕຳເຂົ້າກັບທ້າຍລົດໄຟໝາຍເລກ 2010 ທີ່ເດີນທາງຈາກ Cairo ໄປ Aswan ທາງພາກໃຕ້ຂອງປະເທດ.

ການຕຳກັນເກີດຂຶ້ນລະຫວ່າງສະຖານີ Kafr Ammar ແລະ Al-Raqqa ໂດຍລົດໄຟຂະບວນທີ່ເດີນທາງໄປ Aswan ກຳລັງຈອດຢູ່ເທິງລາງດຽວກັນ ກ່ອນຖືກລົດໄຟອີກຂະບວນຕຳເຂົ້າທາງດ້ານຫຼັງ.

ແຮງກະທົບເຮັດໃຫ້ຕູ້ລົດໄຟຫຼາຍຕູ້ຕົກລາງ ແລະ ເສຍຫາຍຢ່າງໜັກ. ຜູ້ໂດຍສານຈຳນວນໜຶ່ງຕິດຄ້າງຢູ່ພາຍໃນຕູ້ລົດໄຟ ຂະນະທີ່ຜູ້ໂດຍສານຄົນອື່ນໆພະຍາຍາມຫາທາງອອກຈາກຊາກລົດໄຟ.

ພະຍານຜູ້ເຫັນເຫດການບອກ AP ວ່າ ຊາວບ້ານໃນບໍລິເວນໃກ້ຄຽງໄດ້ຟ້າວເຂົ້າໄປຊ່ວຍເຫຼືອຜູ້ປະສົບເຫດ ແລະ ໂທແຈ້ງລົດພະຍາບານ.

ທ່ານ Ayman Gamal ປະຊາຊົນທີ່ອາໄສຢູ່ໃກ້ຈຸດເກີດເຫດ ເລົ່າວ່າ ລາວເຫັນຜູ້ບາດເຈັບປະມານ 80 ຄົນ ຖືກນຳສົ່ງໂຮງໝໍດ້ວຍລົດພະຍາບານ. ຜູ້ໂດຍສານບາງຄົນຕິດຄ້າງຢູ່ໃນຕູ້ລົດໄຟທີ່ຖືກຕຳ ແລະ ເສຍຊີວິດກ່ອນຖືກນຳຕົວອອກມາ.

ກະຊວງສາທາລະນະສຸກອີຢິບລາຍງານວ່າ ໄດ້ລະດົມລົດພະຍາບານ 72 ຄັນ ເຂົ້າປະຕິບັດການກູ້ໄພ ແລະ ນຳສົ່ງຜູ້ບາດເຈັບໄປຍັງໂຮງໝໍໃນພື້ນທີ່.

ຕາມລາຍງານຫຼ້າສຸດຂອງໜັງສືພິມ Ahram Online ຂອງອີຢິບ, ມີຜູ້ບາດເຈັບ 125 ຄົນ ແລະ ເສຍຊີວິດ 7 ຄົນ, ລວມຜູ້ປະສົບເຫດທັງໝົດ 132 ຄົນ.

ໃນຈຳນວນຜູ້ບາດເຈັບ, 71 ຄົນໄດ້ຮັບອະນຸຍາດໃຫ້ກັບບ້ານຫຼັງອາການດີຂຶ້ນ, 43 ຄົນຍັງນອນຮັກສາຕົວຢູ່ໂຮງໝໍ ແລະ ອີກ 11 ຄົນຖືກສົ່ງຕໍ່ໄປຍັງໂຮງໝໍອື່ນເພື່ອຮັບການຮັກສາ.

ຜູ້ບາດເຈັບມີທັງອາການຟົກຊ້ຳ, ກະດູກຫັກ, ບາດແຜທີ່ຫົວ ແລະ ໃບໜ້າ, ລວມເຖິງການບາດເຈັບບໍລິເວນກະດູກສັນຫຼັງ ແລະ ໜ້າເອິກ.

ປະທານາທິບໍດີອີຢິບ ທ່ານ Abdel Fattah el-Sisi ໄດ້ສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດ ແລະ ສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງເລັ່ງສືບສວນສາເຫດຂອງອຸບັດເຫດ.

ທ່ານຍັງສັ່ງໃຫ້ເຈົ້າໜ້າທີ່ດູແລຜູ້ບາດເຈັບຢ່າງເຕັມທີ່ ແລະ ໃຫ້ດຳເນີນການຕໍ່ຜູ້ທີ່ພົບວ່າມີຄວາມຜິດຈາກການລະເລີຍໜ້າທີ່.

ສຳນັກງານໄອຍະການອີຢິບໄດ້ສົ່ງທີມສືບສວນເຂົ້າກວດກາຈຸດເກີດເຫດ, ສະພາບລາງ, ຕູ້ລົດໄຟທີ່ເສຍຫາຍ ແລະ ລະບົບການເດີນລົດ.

ນອກຈາກນີ້ ຍັງໄດ້ຕັ້ງຄະນະຊ່ຽວຊານດ້ານເຕັກນິກເພື່ອຊອກຫາສາເຫດທີ່ແທ້ຈິງ ໂດຍຈະກວດສອບວ່າມີຂໍ້ບົກພ່ອງໃນລະບົບຄວາມປອດໄພ ຫຼື ຂັ້ນຕອນການເດີນລົດຫຼືບໍ່.

ທາງການຍັງບໍ່ໄດ້ຢືນຢັນສາເຫດສຸດທ້າຍຂອງອຸບັດເຫດ.

ອີຢິບເປັນປະເທດທີ່ມີເຄືອຂ່າຍລົດໄຟເກົ່າແກ່ ແລະ ກວ້າງຂວາງແຫ່ງໜຶ່ງໃນພາກພື້ນ ແຕ່ອຸບັດເຫດລົດໄຟຍັງເກີດຂຶ້ນເປັນໄລຍະ.

ຂໍ້ມູນຈາກອົງການສະຖິຕິແຫ່ງຊາດອີຢິບ ທີ່ Ahram Online ນຳມາລາຍງານ ລະບຸວ່າ ໃນປີ 2025 ປະເທດມີອຸບັດເຫດລົດໄຟ 170 ຄັ້ງ ຫຼຸດລົງຈາກ 220 ຄັ້ງໃນປີ 2024 ຫຼື ຫຼຸດລົງ 22.7 ເປີເຊັນ.

ກ່ອນໜ້ານີ້ ໃນເດືອນກັນຍາ 2026 ກໍເຄີຍເກີດເຫດລົດໄຟຂົນສົ່ງສິນຄ້າ 2 ຂະບວນຕຳກັນໃນເຂດ Al-Ayyat ແຫ່ງດຽວກັນ ເຮັດໃຫ້ພະນັກງານຂັບລົດໄຟ ແລະ ຜູ້ຊ່ວຍໄດ້ຮັບບາດເຈັບ.

ສ່ວນໂສກນາດຕະກຳລົດໄຟຄັ້ງຮ້າຍແຮງທີ່ສຸດຂອງອີຢິບ ເກີດຂຶ້ນໃນປີ 2002 ເມື່ອເກີດໄຟໄໝ້ລົດໄຟໂດຍສານທີ່ເດີນທາງຈາກ Cairo ໄປພາກໃຕ້ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 300 ຄົນ.

ເຖິງແມ່ນລັດຖະບານອີຢິບຈະໄດ້ລົງທຶນຫຼາຍຕື້ປອນອີຢິບ ເພື່ອປັບປຸງເຄືອຂ່າຍລົດໄຟ ແລະ ລະບົບຄວາມປອດໄພ ແຕ່ອຸບັດເຫດຄັ້ງຫຼ້າສຸດໄດ້ເຮັດໃຫ້ຄຳຖາມເລື່ອງຄວາມປອດໄພໃນການເດີນທາງດ້ວຍລົດໄຟກັບມາເປັນປະເດັນສຳຄັນອີກຄັ້ງ.

#LaoX #ຂ່າວຕ່າງປະເທດ #ລົດໄຟຕຳກັນ #ອຸບັດເຫດ #ອີຢິບ #Egypt #EgyptTrainCrash #TrainCollision #Cairo #Giza #BreakingNews #WorldNews

Comments are disabled