FAO ເຕືອນ ລາຄາອາຫານພຸ່ງສູງ ຄືໄພຂົ່ມຂູ່ຫຼັກຕໍ່ຄວາມໝັ້ນຄົງໂລກ
ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ເຕືອນລາຄາອາຫານທີ່ເພີ່ມສູງຂຶ້ນພວມເປັນໄພຂົ່ມຂູ່ຮ້າຍແຮງກວ່າການຂາດແຄນສະບຽງອາຫານ ໂດຍຮຽກຮ້ອງໃຫ້ທົ່ວໂລກຮ່ວມມືກັນຮັບມືກັບຕົ້ນທຶນການຜະລິດທີ່ແພງຂຶ້ນ ເຊິ່ງຈະສົ່ງຜົນກະທົບໂດຍກົງຕໍ່ຄ່າຄອງຊີບຂອງຜູ້ບໍລິໂພກໃນທ້າຍປີນີ້.
ທ່ານ ແມັກຊິໂມ ໂຕເຣໂຣ ຫົວໜ້ານັກເສດຖະສາດຂອງ FAO ໄດ້ໃຫ້ສຳພາດກ່ອນກອງປະຊຸມອາຫານໂລກ (World Food Forum) ໂດຍຊີ້ໃຫ້ເຫັນວ່າ ປັດຈຸບັນລາຄາອາຫານໄດ້ລວມເອົາ “ຄວາມສ່ຽງ” ເຂົ້າໄປແລ້ວ ເຊິ່ງລາຄາທີ່ຖີບຕົວສູງຂຶ້ນນັ້ນບໍ່ແມ່ນຍ້ອນອາຫານຂາດແຄນ ແຕ່ເປັນຍ້ອນຕະຫຼາດມີຄວາມກັງວົນຕໍ່ສະຖານະການໃນອະນາຄົດ. ຕາມການລາຍງານຂອງ Xinhua.
ປັດໄຈຫຼັກແມ່ນມາຈາກການຂັດຂ້ອງໃນຊ່ອງແຄບຮໍມຸດ ເຊິ່ງເປັນເສັ້ນທາງຂົນສົ່ງຝຸ່ນປຸ໋ຍກວ່າ 30% ຂອງໂລກ, ຂໍ້ຈຳກັດໃນການຂົນສົ່ງທັນຍາພືດຜ່ານທະເລດຳ ແລະ ໂອກາດເຖິງ 90% ທີ່ຈະເກີດປາກົດການເອລນີໂຢທີ່ຮຸນແຮງ ລ້ວນແຕ່ເພີ່ມຄວາມສ່ຽງໃຫ້ກັບລະບົບຕ່ອງໂສ້ອາຫານ. ຜົນກະທົບດັ່ງກ່າວເລີ່ມສະແດງໃຫ້ເຫັນຢ່າງຊັດເຈນ ໂດຍດັດຊະນີລາຄາອາຫານຂອງ FAO ໃນເດືອນກັນຍາສະເລ່ຍຢູ່ທີ່ 136 ຈຸດ ເຊິ່ງເພີ່ມຂຶ້ນ 1.5% ຈາກເດືອນສິງຫາ ແລະ 5.8% ເມື່ອທຽບໃສ່ປີຜ່ານມາ.
ສະຖານະການໃນປັດຈຸບັນຖືວ່າມີຄວາມຊັບຊ້ອນກວ່າໃນປີ 2022 ຫຼາຍ ເນື່ອງຈາກການສະໜອງປັດໄຈການຜະລິດກະສິກຳປະມານ 25-30% ຖືກຈຳກັດ ໃນຂະນະທີ່ການສ້າງໂຮງງານຜະລິດຝຸ່ນປຸ໋ຍແຫ່ງໃໝ່ຕ້ອງໃຊ້ເວລາເຖິງ 5 ຫາ 10 ປີ.
ສິ່ງດັ່ງກ່າວເຮັດໃຫ້ຊາວກະກອນຕ້ອງຫຼຸດການໃຊ້ຝຸ່ນຢູເຣຍ ເຊິ່ງອາດເຮັດໃຫ້ຜົນຜະລິດຫຼຸດລົງ ແລະ ຕ້ອງຫັນຈາກການປູກເຂົ້າສາລີມາປູກຖົ່ວເຫຼືອງແທນ. ປະກອບກັບຄ່າຂົນສົ່ງທີ່ແພງຂຶ້ນຈາກຂໍ້ຈຳກັດໃນການເດີນເຮືອຜ່ານຄອງປານາມາ ແລະ ທະເລແດງ.
ເຖິງຢ່າງໃດກໍຕາມ ປະລິມານທັນຍາພືດສຳຮອງຂອງໂລກຍັງຄົງມີພຽງພໍ ແຕ່ບັນຫາໃຫຍ່ທີ່ສຸດຄື “ຄວາມສາມາດໃນການຊື້” ໂດຍສະເພາະປະເທດທີ່ເພິ່ງພາການນຳເຂົ້າອາຫານໃນອາຟຣິກາ, ອາຊີບາງປະເທດ ແລະ ໝູ່ເກາະນ້ອຍໆຈະໄດ້ຮັບຜົນກະທົບກ່ອນໝູ່. ຜູ້ບໍລິໂພກທົ່ວໄປຈະເລີ່ມຮູ້ສຶກເຖິງຜົນກະທົບນີ້ໃນຊ່ວງທ້າຍປີ ເນື່ອງຈາກຕ້ອງໃຊ້ເວລາ 3-6 ເດືອນກວ່າລາຄາສິນຄ້າກະເສດຈະສະທ້ອນເຖິງລາຄາຂາຍຍ່ອຍຕາມທ້ອງຕະຫຼາດ ເຊິ່ງເຖິງແມ່ນວ່າໂລກຈະຍັງບໍ່ທັນຕົກຢູ່ໃນສະພາວະວິກິດການອາຫານ ແຕ່ສະຖານະການກໍພວມຊຸດໂຊມລົງເລື້ອຍໆ.
ເພື່ອຮັບມືກັບວິກິດການນີ້ ທ່ານ ໂຕເຣໂຣ ໄດ້ຍົກຕົວຢ່າງປະເທດຈີນໃນຖານະຜູ້ຜະລິດ, ຜູ້ບໍລິໂພກ ແລະ ຜູ້ນຳເຂົ້າລາຍໃຫຍ່ຂອງໂລກ ທີ່ໄດ້ກຽມພ້ອມຮັບມືກັບຄວາມສ່ຽງທາງທຳມະຊາດ ແລະ ພູມສາດການເມືອງ ໂດຍການກະຈາຍແຫຼ່ງນຳເຂົ້າ, ເປີດກວ້າງຕະຫຼາດ ແລະ ບໍລິຫານການຈຳໜ່າຍຝຸ່ນຢູເຣຍເພື່ອຊ່ວຍດຶງລາຄາໃນຕະຫຼາດໂລກໃຫ້ຫຼຸດລົງ.
ພ້ອມດຽວກັນນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ທະນາຄານເພື່ອການພັດທະນາ, ສະຖາບັນການເງິນ ແລະ ຜູ້ໃຫ້ທຶນ ຮ່ວມມືກັນຢ່າງໃກ້ຊິດ ເພື່ອເພີ່ມການລົງທຶນໃນພະລັງງານທົດແທນສຳລັບການກະເສດ, ການນຳໃຊ້ຝຸ່ນຢ່າງມີປະສິດທິພາບ ແລະ ການພັດທະນາຝຸ່ນທາງເລືອກໃໝ່ ເຊິ່ງສອດຄ່ອງກັບແນວຄວາມຄິດຂອງກອງປະຊຸມອາຫານໂລກ 2026 ທີ່ຈັດຂຶ້ນຢູ່ນະຄອນຫຼວງໂຣມ ພາຍໃຕ້ຫົວຂໍ້ “Innovate Today
Nourish Tomorrow” (ປະດິດສ້າງໃນມື້ນີ້ ເພື່ອລ້ຽງດູໃນວັນໜ້າ).
ທ້າຍສຸດ ທ່ານໄດ້ເນັ້ນຢໍ້າວ່າ ລະບົບອາຫານການກະເສດໄດ້ຜ່ານຜ່າວິກິດມາຫຼາຍຄັ້ງ ແຕ່ຄວາມຢືດຢຸ່ນກໍມີຂີດຈຳກັດ ເຊິ່ງເຖິງແມ່ນວ່າເຮົາຈະຫຼີກລ່ຽງໄພທຳມະຊາດບໍ່ໄດ້ ແຕ່ເຮົາສາມາດຫຼີກລ່ຽງຄວາມຂັດແຍ້ງໄດ້ ແລະ ປັດຈຸບັນນີ້ພວກເຮົາຈຳເປັນຕ້ອງເຝົ້າລະວັງທຸກຄວາມສ່ຽງຢ່າງໃກ້ຊິດ.
#LaoXperts #ຄວາມໝັ້ນຄົງທາງອາຫານ #FAO #ລາຄາອາຫານໂລກ #ເສດຖະກິດໂລກ #FoodSecurity #WorldFoodForum


