ປົກເວັບ 2026 09 28T142914 046

ກະຊວງ ອຄ ຈັບມື ສູນກາງສະຫະພັນແມ່ຍິງ ປັ້ນນັກທຸລະກິດຍິງໜ້າໃໝ່ ຫວັງກະຕຸ້ນເສດຖະກິດຮາກຖານ   

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ສູນກາງສະຫະພັນແມ່ຍິງລາວ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອປ່ຽນສະຖານະພາບແມ່ຍິງລາວ ຈາກຜູ້ອອກແຮງງານທົ່ວໄປ ສູ່ການເປັນ “ຜູ້ປະກອບການ” ຢ່າງເຕັມຕົວ, ໂດຍເນັ້ນການເປີດໂອກາດໃຫ້ເຂົ້າເຖິງແຫຼ່ງທຶນ, ຕະຫຼາດ ແລະ ເຕັກໂນໂລຊີ, ຫວັງກະຕຸ້ນເສດຖະກິດຮາກຖານໃຫ້ແຂງແກ່ນ.

ຕາມການລາຍງານຂອງ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ພິທີລົງນາມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 24 ກັນຍາ 2026 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການຮ່ວມລົງນາມລະຫວ່າງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນາງ ອາລີ ວົງໜໍ່ບຸນທຳ, ປະທານສູນກາງສະຫະພັນແມ່ຍິງລາວ. 

ຈຸດປະສົງຫຼັກຂອງການຮ່ວມມືຄັ້ງນີ້ ແມ່ນການສ້າງກົນໄກທີ່ຕໍ່ເນື່ອງໃນການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ທີ່ບໍລິຫານໂດຍແມ່ຍິງ. 

ສິ່ງທີ່ໜ້າສົນໃຈຂອງ MOU ສະບັບນີ້ ຄືການຫັນປ່ຽນນະໂຍບາຍເທິງໜ້າເຈ້ຍ ໃຫ້ກາຍເປັນການປະຕິບັດຕົວຈິງໃນລະດັບຮາກຖານ ເຊິ່ງກວມເອົາບຸກຄົນ, ຄອບຄົວ, ຊຸມຊົນ ແລະ ທຸລະກິດ. 

ກະຊວງ ອຄ ໄດ້ເຫັນເຖິງທ່າແຮງອັນສຳຄັນຂອງແມ່ຍິງ ໃນການເປັນກຳລັງຂັບເຄື່ອນ MSMEs ທີ່ເປັນກະດູກສັນຫຼັງຂອງການຜະລິດ, ການຄ້າ, ການຈ້າງງານ ແລະ ການສ້າງລາຍຮັບໃຫ້ປະເທດ. ດັ່ງນັ້ນ, ຫົວໃຈສຳຄັນຂອງການຮ່ວມມືຄັ້ງນີ້ ຈຶ່ງປຽບສະເໝືອນການ “ເປີດປະຕູ” ໃຫ້ແມ່ຍິງລາວສາມາດເຂົ້າເຖິງ 4 ປັດໄຈຫຼັກ ຄື: ແຫຼ່ງທຶນ, ຕະຫຼາດ, ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານທີ່ຈຳເປັນ.

ເພື່ອຮັບປະກັນໃຫ້ໂຄງການດັ່ງກ່າວເກີດຜົນເປັນຮູບປະທຳ, ທັງສອງຝ່າຍຈະລົງເລິກໃຫ້ການຊ່ວຍເຫຼືອຕົວຈິງແກ່ຜູ້ປະກອບການຍິງ ເຊັ່ນ: ການໃຫ້ຄຳແນະນຳໃນການຂຽນແຜນທຸລະກິດ, ການຂຽນໂຄງການເພື່ອຂໍທຶນສະໜັບສະໜູນ ແລະ ການແນະນຳແຫຼ່ງທຶນທີ່ຖືກກົດໝາຍ. 

ພ້ອມກັນນີ້, ຄະນະຮັບຜິດຊອບຈະຕ້ອງຊອກຫາກົນໄກ ແລະ ຄູ່ຮ່ວມພັດທະນາ ເພື່ອມາສະໜັບສະໜູນໃຫ້ໂອກາດທີ່ວາງໄວ້ ໄດ້ຮັບການພັດທະນາຢ່າງແທ້ຈິງ. ການຮ່ວມມືລະຫວ່າງກະຊວງ ອຄ ແລະ ສູນກາງສະຫະພັນແມ່ຍິງລາວ ໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຍົກລະດັບບົດບາດຂອງແມ່ຍິງລາວ ໃນເວທີເສດຖະກິດ-ການຄ້າ ເຊິ່ງຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດຂອງຊາດໃນໄລຍະຍາວ.

#LaoXperts #ຜູ້ປະກອບການຍິງ #SMEsລາວ #ກະຊວງອຄ #ສະຫະພັນແມ່ຍິງລາວ #ເສດຖະກິດລາວ

Comments are disabled