ກຽມຮັບມື! ນໍ້າມັນໂລກດີດຂຶ້ນແຮງ ຫຼັງສະຫະລັດ-ອີຣ່ານ ເຈລະຈາຫຼົ້ມ
ລາຄານໍ້າມັນດິບໂລກພຸ່ງຂຶ້ນຢ່າງຮຸນແຮງໃນວັນທີ 28 ກັນຍາ 2026 ຫຼັງປະທານາທິບໍດີ ໂດນັລດ໌ ທຣໍາປ໌ ປັດຕົກຂໍ້ສະເໜີເປີດຊ່ອງແຄບຮໍມຸຊຂອງອີຣ່ານ. ສະຖານະການນີ້ໄດ້ດັບຝັນການຟື້ນຟູລະບົບຂົນສົ່ງພະລັງງານໂລກ ສ້າງຄວາມສ່ຽງໂດຍກົງຕໍ່ອັດຕາເງິນເຟີ້ ແລະ ຕົ້ນທຶນການດໍາລົງຊີວິດໃນຫຼາຍປະເທດ ໂດຍສະເພາະກຸ່ມຜູ້ນໍາເຂົ້ານໍ້າມັນ.
ການປະຕິເສດຂໍ້ຕົກລົງດັ່ງກ່າວໄດ້ເຮັດໃຫ້ຕະຫຼາດທີ່ເຄີຍມີຄວາມຫວັງເມື່ອທ້າຍອາທິດຜ່ານມາຕ້ອງຜິດຫວັງຢ່າງໜັກ ໂດຍລາຄານໍ້າມັນດິບ Brent ໄດ້ດີດຕົວຂຶ້ນທະລຸ 106-107 ໂດລາສະຫະລັດຕໍ່ບາເຣວ ຫຼື ເພີ່ມຂຶ້ນເຖິງ 3.3% ໃນຂະນະທີ່ນໍ້າມັນດິບ WTI ປັບຂຶ້ນມາຢູ່ລະດັບ 94.13 ໂດລາຕໍ່ບາເຣວ.
ຕົວເລກນີ້ເປັນການພິກປິ້ນຈາກທີ່ເຄີຍຫຼຸດລົງ 2% ໃນວັນສຸກ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມອ່ອນໄຫວຂອງຕະຫຼາດຕໍ່ຊ່ອງແຄບຮໍມຸຊ ທີ່ປຽບເໝືອນເສັ້ນເລືອດໃຫຍ່ລໍາລຽງນໍ້າມັນກວ່າ 20% ຂອງການຄ້າສາກົນ. ເມື່ອເສັ້ນທາງຫຼັກຍັງຄົງຖືກປິດກັ້ນ ຄວາມບໍ່ແນ່ນອນຈຶ່ງກາຍເປັນແຮງຊຸກຍູ້ໃຫ້ລາຄາພະລັງງານທົ່ວໂລກເໜັງຕີງສູງຂຶ້ນຢ່າງຕໍ່ເນື່ອງ.
ນອກເໜືອຈາກຄວາມເຄັ່ງຕຶງໃນຊ່ອງແຄບຮໍມຸຊແລ້ວ ວິກິດການຄັ້ງນີ້ຍັງຖືກຊໍ້າເຕີມດ້ວຍການໂຈມຕີຂອງກຸ່ມຮູທີຕໍ່ພື້ນທີ່ໃນຊາອຸດິອາຣາເບຍ ລວມເຖິງທ່າທີຂອງສະຫະລັດທີ່ກໍາລັງພິຈາລະນາລະງັບການສົ່ງອອກນໍ້າມັນດີເຊວເພື່ອຄວບຄຸມລາຄາພາຍໃນປະເທດ.
ປັດໄຈເຫຼົ່ານີ້ເມື່ອບວກກັບການທີ່ກຸ່ມ OPEC+ ຍັງຄົງຮັກສາເພີດານການຜະລິດເດີມ ໄດ້ຍູ້ໃຫ້ລາຄານໍ້າມັນທັງ WTI ແລະ Brent ພຸ່ງສູງຂຶ້ນກວ່າໄລຍະດຽວກັນຂອງປີກ່ອນເຖິງ 48% ແລະ 60% ຕາມລໍາດັບ.
ສໍາລັບປະເທດຜູ້ນໍາເຂົ້າພະລັງງານເຊັ່ນ ລາວ ແລະ ກຸ່ມຊາດອາຊຽນ ແຮງກະເພືອມນີ້ຈະສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຕົ້ນທຶນການຂົນສົ່ງ ພາກອຸດສາຫະກໍາ ແລະ ລາຄາສິນຄ້າອຸປະໂພກບໍລິໂພກໃນວົງກວ້າງ. ທິດທາງຂອງເສດຖະກິດໂລກນັບຈາກນີ້ຈຶ່ງແຂວນຢູ່ເທິງເສັ້ນດ້າຍຂອງການເຈລະຈາລະຫວ່າງສະຫະລັດ ແລະ ອີຣ່ານ ທີ່ທຸກຝ່າຍກໍາລັງຈັບຕາເບິ່ງຢ່າງໃກ້ຊິດວ່າ ຈະສາມາດຜ່ອນຄາຍຄວາມຮ້ອນແຮງລົງໄດ້ ຫຼື ຈະຍູ້ໃຫ້ວິກິດພະລັງງານຮ້າຍແຮງຂຶ້ນໄປອີກ.
#LaoXperts #ລາຄານໍ້າມັນໂລກ #ນໍ້າມັນດິບ #Brent #WTI #ສະຖານະການພະລັງງານ #ຕາເວັນອອກກາງ #ຮໍມຸຊ


