ໂດລາສະຫະລັດແຂງຄ່າສູງສຸດໃນຮອບ 2 ເດືອນ ຫຼັງຕົວເລກເສດຖະກິດພຸ່ງເກີນຄາດ
ເງິນໂດລາສະຫະລັດພຸ່ງແຕະລະດັບສູງສຸດໃນຮອບ 2 ເດືອນ ຫຼັງຕົວເລກການຜະລິດຂອງສະຫະລັດອອກມາແຂງແກ່ນເກີນຄາດ ຈົນປຸກກະແສຄວາມກັງວົນເລື່ອງເງິນເຟີ້ຮອບໃໝ່ ເຊິ່ງເປັນແຮງຍູ້ດັນສຳຄັນທີ່ອາດເຮັດໃຫ້ທະນາຄານກາງສະຫະລັດຕ້ອງຕັດສິນໃຈຂຶ້ນດອກເບ້ຍອີກຄັ້ງໃນເດືອນຕຸລານີ້ ແລະ ສົ່ງຜົນກະທົບຕໍ່ຄ່າເງິນທົ່ວໂລກ.
ສຳນັກຂ່າວ Reuter ລາຍງານວ່າ ແຮງໜູນສຳຄັນທີ່ເຮັດໃຫ້ຄ່າເງິນໂດລາແຂງຄ່າຂຶ້ນຢ່າງຕໍ່ເນື່ອງ ແມ່ນມາຈາກການປະກາດຕົວເລກດັດຊະນີຜູ້ຈັດການຝ່າຍຈັດຊື້ ຫຼື ທີ່ເອີ້ນກັນວ່າ PMI ເຊິ່ງເປັນຕົວເລກທີ່ໃຊ້ວັດແທກ “ສຸຂະພາບ” ຂອງເສດຖະກິດ.
ປົກກະຕິແລ້ວ ຖ້າຕົວເລກນີ້ແທກອອກມາແລ້ວສູງກວ່າເກນ 50 ແມ່ນໝາຍຄວາມວ່າເສດຖະກິດກຳລັງຂະຫຍາຍຕົວ ທຸລະກິດຂາຍດີ ແລະ ມີການຈ້າງງານເພີ່ມຂຶ້ນ.
ແນວໃດກໍຕາມ, ຕົວເລກ PMI ຂອງສະຫະລັດຫຼ້າສຸດພັດອອກມາສູງກວ່າທີ່ຕະຫຼາດຄາດການໄວ້ຫຼາຍ ເຊິ່ງສະທ້ອນໃຫ້ເຫັນວ່າເສດຖະກິດຂອງເຂົາເຈົ້າກຳລັງຮ້ອນແຮງ ແລະ ເຕີບໂຕໄດ້ດີກວ່າປະເທດອື່ນໆ.
ເຖິງແມ່ນວ່າເສດຖະກິດດີຈະເປັນເລື່ອງບວກ ແຕ່ເມື່ອມັນຮ້ອນແຮງເກີນໄປກໍເຮັດໃຫ້ນັກລົງທຶນເລີ່ມກັງວົນວ່າ ສິນຄ້າຕ່າງໆອາດຈະມີລາຄາແພງຂຶ້ນ ຈົນເກີດພາວະເງິນເຟີ້ທີ່ຄວບຄຸມຍາກ.
ສະຖານະການນີ້ກົງກັບທັດສະນະຂອງ ທ່ານ ໄມເຄິນ ບາຣ໌ ຜູ້ວ່າການທະນາຄານກາງສະຫະລັດ (Fed) ທີ່ອອກມາເຕືອນວ່າ ຄວາມສ່ຽງເງິນເຟີ້ທີ່ເພີ່ມຂຶ້ນອາດບີບໃຫ້ທາງການຕ້ອງເດີນໜ້າປັບຂຶ້ນດອກເບ້ຍເພື່ອສະກັດກັ້ນບໍ່ໃຫ້ຄົນໃຊ້ຈ່າຍຫຼາຍເກີນໄປ.
ເມື່ອດອກເບ້ຍມີທ່າອ່ຽງຈະສູງຂຶ້ນ ນັກລົງທຶນຈຶ່ງແຫ່ກັນເອົາເງິນໄປຊື້ຊັບສິນທີ່ເປັນເງິນໂດລາເພື່ອເກັງກຳໄລ ສົ່ງຜົນໃຫ້ຄ່າເງິນໂດລາແຂງຄ່າຂຶ້ນຢ່າງໄວວາ ແລະ ເຮັດໃຫ້ນັກລົງທຶນເຊື່ອໝັ້ນເກືອບ 70% ວ່າຈະມີການຂຶ້ນດອກເບ້ຍແທ້ໃນການປະຊຸມເດືອນໜ້າ.
ນອກຈາກເລື່ອງດອກເບ້ຍແລ້ວ ຕະຫຼາດຍັງປະເຊີນກັບຄວາມກົດດັນຈາກຫຼາຍປັດໄຈ ບໍ່ວ່າຈະເປັນການປະມູນພັນທະບັດລັດຖະບານສະຫະລັດທີ່ບໍ່ຄ່ອຍໄດ້ຮັບຄວາມສົນໃຈ ລວມເຖິງລາຄານ້ຳມັນດິບໂລກທີ່ປັບຕົວສູງຂຶ້ນເກືອບ 4% ຈາກຄວາມເຄັ່ງຕຶງໃນຕາເວັນອອກກາງ.
ພາບລວມທັງໝົດນີ້ໄດ້ສ້າງແຮງກະທົບໂດຍກົງຕໍ່ສະກຸນເງິນອື່ນໆ ໂດຍສະເພາະເງິນເຢນຂອງຍີ່ປຸ່ນທີ່ອ່ອນຄ່າລົງໃກ້ລະດັບຕ່ຳສຸດໃນຮອບ 3 ອາທິດ ຈົນຫຼາຍຝ່າຍຈັບຕາເບິ່ງວ່າລັດຖະບານຍີ່ປຸ່ນອາດຈະຕ້ອງເຂົ້າມາແຊກແຊງ.
ຂະນະດຽວກັນ ເງິນຢວນຂອງຈີນກໍຍັງຄົງຊົງຕົວ ໂດຍນັກລົງທຶນກຳລັງລໍຖ້າຕິດຕາມຜົນການເດີນທາງຢ້ຽມຢາມສະຫະລັດຂອງປະທານປະເທດ ສີ ຈິ້ນຜິງ ທີ່ຈະມີການປຶກສາຫາລືກ່ຽວກັບບັນຫາການຄ້າ ແລະ ເຕັກໂນໂລຊີທີ່ສຳຄັນ.
#LaoXperts #ໂດລາສະຫະລັດ #ເງິນເຟີ້ #ດອກເບ້ຍFed #ດັດຊະນີPMI #ເສດຖະກິດໂລກ #ຂ່າວເສດຖະກິດ


