ຫວຽດນາມ ກຽມຍົກເວັ້ນພາສີຂະແໜງການສຶກສາ ຊຸກຍູ້ການພັດທະນາແບບບຸກທະລຸ
ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ພວມພິຈາລະນາຮ່າງກົດໝາຍຍົກເວັ້ນພາສີອາກອນໃຫ້ແກ່ຂະແໜງການສຶກສາ ເພື່ອສ້າງບາດກ້າວບຸກທະລຸໃນການພັດທະນາການສຶກສາ. ນະໂຍບາຍນີ້ມຸ່ງຫຼຸດຜ່ອນພາລະຄ່າໃຊ້ຈ່າຍຂອງສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນ ແຕ່ຍັງຕ້ອງວາງມາດຕະການຄຸ້ມຄອງເຂັ້ມງວດ ເພື່ອປ້ອງກັນການສວຍໃຊ້ຊ່ອງໂຫວ່ທາງກົດໝາຍໄປໃນທາງທຸລະກິດ.
ຕາມການລາຍງານຂອງ Vietnam Plus ເມື່ອວັນທີ 22 ກັນຍາ ທີ່ຜ່ານມາ ຄະນະປະຈຳສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບການດັດແກ້ກົດໝາຍວ່າດ້ວຍອາກອນລາຍໄດ້ວິສາຫະກິດ, ອາກອນການນຳໃຊ້ທີ່ດິນນອກກະສິກຳ ແລະ ອາກອນລາຍໄດ້ສ່ວນບຸກຄົນ.
ຂໍ້ສະເໜີດັ່ງກ່າວຂອງລັດຖະບານແມ່ນແນໃສ່ຫັນນະໂຍບາຍຂອງພັກມາເປັນນິຕິກຳ ເພື່ອຊຸກຍູ້ສະຖາບັນການສຶກສາພາຍໃນປະເທດ ໂດຍຄະນະກຳມາທິການດ້ານເສດຖະກິດ ແລະ ການເງິນ ໄດ້ສະໜັບສະໜູນການຍົກເວັ້ນອາກອນລາຍໄດ້ ແລະ ອາກອນທີ່ດິນ ໃຫ້ແກ່ສະຖາບັນການສຶກສາຂອງລັດຢ່າງເຕັມທີ່ໃນພື້ນທີ່ທີ່ນຳໃຊ້ເພື່ອການສຶກສາແທ້ໆ.
ເຖິງຢ່າງໃດກໍຕາມ ປະເດັນທີ່ຍັງເປັນທີ່ຖົກຖຽງກັນຢູ່ແມ່ນຂໍ້ສະເໜີໃນການຍົກເວັ້ນພາສີສຳລັບລາຍຮັບຈາກການສະໜອງອາຫານໃຫ້ແກ່ໂຮງຮຽນ ແລະ ໂຮງໝໍ. ທາງຄະນະກຳມາທິການເຫັນວ່າ ຍັງບໍ່ມີພື້ນຖານທາງກົດໝາຍ ແລະ ພາກປະຕິບັດທີ່ໜັກແໜ້ນພຽງພໍ ເນື່ອງຈາກການຍົກເວັ້ນພາສີນີ້ບໍ່ໄດ້ຮັບປະກັນວ່າຈະເຮັດໃຫ້ຄ່າອາຫານຖືກລົງ, ຄຸນນະພາບດີຂຶ້ນ ຫຼື ໄດ້ມາດຕະຖານຄວາມປອດໄພທາງອາຫານ.
ທ່ານ ເຈິ່ນ ແທງ ເໝີນ ປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ເຖິງແມ່ນວ່ານະໂຍບາຍນີ້ຈະມີຄວາມໝາຍທາງດ້ານມະນຸດສະທຳ ແຕ່ກໍຈຳເປັນຕ້ອງໄດ້ປະເມີນຜົນກະທົບ ແລະ ແຫຼ່ງທຶນໃນການຈັດຕັ້ງປະຕິບັດຢ່າງຮອບຄອບ ໂດຍຕ້ອງເຊື່ອມໂຍງກັບມາດຕະການຍົກເວັ້ນຄ່າຮຽນ ແລະ ການດູແລສຸຂະພາບຮ່ວມນຳ.
ສຳລັບສະຖາບັນການສຶກສາເອກະຊົນທີ່ບໍ່ສະແຫວງຫາຜົນກຳໄລ ທີ່ປະຊຸມໄດ້ຮຽກຮ້ອງໃຫ້ມີການສຶກສາເພີ່ມເຕີມເພື່ອກຳນົດມາດຕະຖານຄຳວ່າ “ບໍ່ສະແຫວງຫາຜົນກຳໄລ” ໃຫ້ຊັດເຈນ. ການຍົກເວັ້ນພາສີຄວນນຳໃຊ້ສະເພາະລາຍຮັບທີ່ເກີດຈາກການສຶກສາໂດຍກົງເທົ່ານັ້ນ ເພື່ອປ້ອງກັນບໍ່ໃຫ້ນຳໄປອ້າງອີງສຳລັບທຸລະກິດອື່ນໆທີ່ບໍ່ກ່ຽວຂ້ອງ ເຊັ່ນ: ການລົງທຶນທາງການເງິນ ຫຼື ການໃຫ້ເຊົ່າອະສັງຫາລິມະຊັບ. ການຍົກເວັ້ນອາກອນທີ່ດິນກໍຕ້ອງມີຂອບເຂດທີ່ຊັດເຈນ ໂດຍສະເພາະທີ່ດິນທີ່ມີການນຳໃຊ້ຫຼາຍຈຸດປະສົງ ເພື່ອຮັບປະກັນຄວາມໂປ່ງໃສທາງການເງິນ.
#LaoX #ການສຶກສາ #ຍົກເວັ້ນພາສີ #ສະພາແຫ່ງຊາດ #ກົດໝາຍອາກອນ #ຂ່າວເສດຖະກິດ


