ປົກເວັບ 2026 09 21T201205 033

ລັດຖະບານລາວ ປະກາດວາລະແຫ່ງຊາດ ດຶງ 1 ແສນຄອບຄົວພົ້ນທຸກ ພາຍໃນປີ 2030

ລັດຖະບານ ສປປ ລາວ ປະກາດວາລະແຫ່ງຊາດສະບັບໃໝ່ ໄລຍະປີ 2027-2030 ເພື່ອແກ້ໄຂຄວາມທຸກຍາກຂັ້ນເດັດຂາດ ໂດຍຕັ້ງເປົ້າດຶງ 100,000 ຄອບຄົວໃຫ້ກາຍເປັນຄອບຄົວພົ້ນທຸກ ແລະ ກົດອັດຕາຄວາມທຸກຍາກໃຫ້ເຫຼືອພຽງຕົວເລກຫຼັກດຽວ ເຊິ່ງເປັນບາດກ້າວສຳຄັນໃນການນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງສົມບູນ.

ຕາມການລາຍງານຂອງ ຂປລ, ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 21 ກັນຍາ 2026 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ. 

ວາລະແຫ່ງຊາດວ່າດ້ວຍການ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ດັ່ງກ່າວ ຖືກຮັບຮອງຢ່າງເປັນທາງການ ໃນກອງປະຊຸມວິສາມັນຂອງສະພາແຫ່ງຊາດ ຊຸດທີ 10 ໃນຕົ້ນເດືອນ ກໍລະກົດທີ່ຜ່ານມາ.

ພາຍໃນງານ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຂຶ້ນລາຍງານລາຍລະອຽດຂອງແຜນງານ 4 ປີຕໍ່ໜ້າ ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X. 

ເປົ້າໝາຍຕົວຊີ້ວັດທີ່ທ້າທາຍທີ່ສຸດຂອງວາລະນີ້ ນອກຈາກການຊ່ວຍເຫຼືອລະດັບຄົວເຮືອນແລ້ວ ຍັງມຸ່ງສ້າງບ້ານພົ້ນທຸກໃຫ້ໄດ້ຫຼາຍກວ່າ 1,000 ບ້ານ, ສ້າງເມືອງພົ້ນທຸກໃຫ້ໄດ້ 25 ເມືອງຂຶ້ນໄປ ແລະ ສ້າງບ້ານຈຸດສຸມຕົວແບບໃຫ້ໄດ້ຢ່າງໜ້ອຍແຂວງລະ 4-5 ບ້ານ ໃນທົ່ວປະເທດ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ວຽກງານດັ່ງກ່າວເປັນບຸລິມະສິດແຖວໜ້າທີ່ຜູກພັນກັບເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDG 1) ໂດຍຈະມີການປັບປ່ຽນວິທີການດຳເນີນງານຂະໜາດໃຫຍ່ ຄືຈະບໍ່ເອື່ອຍອີງແຕ່ງົບປະມານຂອງລັດພຽງດ້ານດຽວອີກຕໍ່ໄປ ແຕ່ຈະຕ້ອງຍາດແຍ່ງແຫຼ່ງທຶນຈາກພາກທຸລະກິດ, ສັງຄົມ ແລະ ສາກົນ. 

ເພື່ອບັນລຸເປົ້າໝາຍອັນຍິ່ງໃຫຍ່ນີ້ ລັດຖະບານຈະສຸມໃສ່ 5 ວຽກຈຸດສຸມ ຄື: ການສ້າງອາຊີບທີ່ໝັ້ນຄົງຜ່ານການຊຸກຍູ້ກະເສດສຸມ ແລະ ຜະລິດເປັນສິນຄ້າ, ເລັ່ງພັດທະນາໂຄງລ່າງພື້ນຖານ, ການສ້າງຄວາມເຂັ້ມແຂງໃຫ້ການປົກຄອງທ້ອງຖິ່ນຕາມທິດນຳ “3 ສ້າງ”, ການລະດົມທຶນຮ່ວມກັນຈາກທຸກພາກສ່ວນ ແລະ ສິ່ງສຳຄັນທີ່ສຸດແມ່ນການສ້າງຖານຂໍ້ມູນຄວາມທຸກຍາກແຫ່ງຊາດທີ່ທັນສະໄໝ ເພື່ອຮັບປະກັນໃຫ້ການຊ່ວຍເຫຼືອລົງເລິກຖືກເປົ້າໝາຍ ແລະ ມີຄວາມໂປ່ງໃສທີ່ສຸດ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນປ່ຽນແປງຈິນຕະນາການ ແລະ ລົງມືເຮັດແທ້ທຳຈິງ ເພາະການແກ້ໄຂຄວາມທຸກຍາກ ບໍ່ແມ່ນໜ້າທີ່ຂອງກະຊວງໃດໜຶ່ງໂດຍສະເພາະ ແຕ່ເປັນຄວາມຮັບຜິດຊອບລວມຂອງທົ່ວພັກ, ລັດ ແລະ ປວງຊົນລາວທັງຊາດ ທີ່ຈະຕ້ອງປະສານງານກັນຢ່າງກົມກຽວ ເພື່ອນຳໃຊ້ຊັບພະຍາກອນທີ່ມີຈຳກັດໃຫ້ເກີດປະສິດທິຜົນສູງສຸດ ອັນຈະເປັນກຸນແຈສຳຄັນ ໃນການຍົກລະດັບຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າ ແລະ ຂັບເຄື່ອນປະເທດຊາດກ້າວສູ່ຄວາມຈະເລີນຮຸ່ງເຮືອງສີວິໄລໃນອະນາຄົດ.

#LaoXperts #ວາລະແຫ່ງຊາດ #ແກ້ໄຂຄວາມທຸກຍາກ #ພັດທະນາຊົນນະບົດ #ລາວພົ້ນທຸກ #LDCGraduation #ເສດຖະກິດລາວ

Comments are disabled