ເລັ່ງເຄື່ອງທ້າຍປີ! ອຸດົມໄຊ ງັດ 4 ທ່າແຮງໃຫຍ່ ດັນເສດຖະກິດເຕີບໂຕ 5.4%
ແຂວງອຸດົມໄຊ ປະກາດຍຸດທະສາດໃຫຍ່ຍູ້ເສດຖະກິດທ້າຍປີ 2026 ໃຫ້ເຕີບໂຕກ້າວກະໂດດເຖິງ 5.4% ໂດຍສຸມໃສ່ 4 ທ່າແຮງຫຼັກເພື່ອກ້າວສູ່ການເປັນສູນກາງໂລຈິສຕິກ ແລະ ພະລັງງານສະອາດຂອງພາກເໜືອ.
ໂດຍເປົ້າໝາຍສຳຄັນແມ່ນການສ້າງເສດຖະກິດເອກະລາດ ໃຫ້ທ້ອງຖິ່ນກຸ້ມຕົນເອງໄດ້ເຖິງ 70% ເຊິ່ງຈະເປັນການພິກໂສມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຢ່າງຍືນຍົງ.
ເຖິງແມ່ນວ່າໃນໄລຍະ 6 ເດືອນຕົ້ນປີ ເສດຖະກິດຂອງແຂວງຈະຂະຫຍາຍຕົວໃນລະດັບ 3.3% ແຕ່ຕົວເລກການຈັດເກັບລາຍຮັບພັດສ້າງຄວາມຮືຮາບບໍ່ໜ້ອຍ ເມື່ອທ່ານ ປອ. ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນແຂວງອຸດົມໄຊ ໄດ້ລາຍງານວ່າ ພຽງແຕ່ຮອດທ້າຍເດືອນສິງຫາ 2026 ແຂວງສາມາດເກັບລາຍຮັບບັນລຸເຖິງ 87.5% ຂອງແຜນການປີ ໂດຍສະເພາະລາຍຮັບພູດສູນກາງທີ່ເຮັດໄດ້ເກືອບ 100% ເຕັມ. ກະຊວງການເງິນລາຍງານ.
ຄວາມສຳເລັດດັ່ງກ່າວໄດ້ກາຍເປັນຖານອັນໜັກແໜ້ນ ທີ່ເຮັດໃຫ້ທາງແຂວງກ້າວາງຄາດໝາຍທີ່ທ້າທາຍກວ່າເກົ່າສຳລັບໄລຍະທ້າຍປີ ໂດຍຈະຂັບເຄື່ອນຜ່ານການຊຸກຍູ້ການຜະລິດກະສິກຳເພື່ອເປັນສິນຄ້າສົ່ງອອກ ແລະ ປ້ອນຕະຫຼາດພາຍໃນ ຄວບຄູ່ໄປກັບການຍົກລະດັບມາດຕະຖານແຫຼ່ງທ່ອງທ່ຽວຊື່ດັງ ເຊັ່ນ: ຣີສອດນໍ້າກັດຢໍລະປ່າ ແລະ ວັດພະເຈົ້າສິງຄຳ ເພື່ອດຶງດູດເມັດເງິນເຂົ້າສູ່ທ້ອງຖິ່ນ.
ເພື່ອຮອງຮັບການເຕີບໂຕດັ່ງກ່າວ ແຂວງອຸດົມໄຊກຳລັງເລັ່ງປັບປຸງຕາໜ່າງຄົມມະນາຄົມ ໂດຍສະເພາະເສັ້ນທາງເລກ 2 ລວມເຖິງການຂະຫຍາຍສະຖານີລົດໄຟເມືອງໄຊ ແລະ ຈຸດຄ່ຽນຖ່າຍສິນຄ້າ ເຊິ່ງຈະເປັນຈິກຊໍຊິ້ນສຳຄັນໃນການເຊື່ອມຈອດພາກພື້ນ ແລະ ສາກົນ.
ພ້ອມດຽວກັນນັ້ນ, ແຂວງຍັງໄດ້ດຶງດູດການລົງທຶນມະຫາສານໃນຂະແໜງພະລັງງານສະອາດ ໂດຍສະເພາະໂຄງການພະລັງງານແສງຕາເວັນຍັກໃຫຍ່ຂອງບໍລິສັດ CGN ທີ່ມີກຳລັງການຜະລິດເຖິງ 1,600 ລ້ານກິໂລວັດໂມງຕໍ່ປີ ພ້ອມທັງເດີນໜ້າສຳຫຼວດພະລັງງານລົມ ແລະ ກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຢູ່ປາກແບງ ເຊິ່ງທັງໝົດນີ້ຈະກາຍເປັນເຄື່ອງຈັກສຳຄັນໃນການປັ່ນລາຍຮັບເຂົ້າແຂວງ.
ສິ່ງທີ່ໜ້າຈັບຕາທີ່ສຸດໃນແຜນການນີ້ຄື ການປະກາດເປົ້າໝາຍສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ຢ່າງຊັດເຈນ ໂດຍຕັ້ງເປົ້າໃຫ້ເມືອງໄຊ, ນາໝໍ້ ແລະ ປາກແບງ ສາມາດກຸ້ມຕົນເອງໄດ້ 50% ແລະ ລະດັບແຂວງຕ້ອງກຸ້ມຕົນເອງໃຫ້ໄດ້ຫຼາຍກວ່າ 70% ພາຍໃນປີນີ້.
ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ທາງແຂວງໄດ້ນຳໃຊ້ລະບົບດິຈິທັລທີ່ທັນສະໄໝ ເຊັ່ນ TaxRIS ແລະ AMIS ເຂົ້າມາອຸດຊ່ອງໂຫວ່ໃນການເກັບລາຍຮັບ ພ້ອມທັງກະຈາຍອຳນາດການຄຸ້ມຄອງລົງສູ່ທ້ອງຖິ່ນເຖິງ 23 ໜ້າວຽກ ເຊິ່ງຖືເປັນບາດກ້າວສຳຄັນທີ່ຈະເຮັດໃຫ້ແຂວງອຸດົມໄຊ ກາຍເປັນຕົ້ນແບບຂອງການພັດທະນາເສດຖະກິດທ້ອງຖິ່ນທີ່ເຂັ້ມແຂງ ແລະ ຍືນຍົງໃນອະນາຄົດອັນໃກ້ນີ້.
#LaoXperts #Oudomxay #ອຸດົມໄຊ #ເສດຖະກິດລາວ #ການລົງທຶນ #ພະລັງງານສະອາດ #ໂລຈິສຕິກ #LaoEconomy


