ປົກເວັບ 2026 09 17T215734 403

8 ເດືອນ ການຄ້າຕ່າງປະເທດລາວ ບັນລຸ 14,3 ຕື້ໂດລາ ຂາດດຸນ 465 ລ້ານໂດລາ

ມູນຄ່າການຄ້າຕ່າງປະເທດຂອງ ສປປ ລາວ ໃນໄລຍະ 8 ເດືອນ ປີ 2026 ບັນລຸໄດ້ກວ່າ 14,3 ຕື້ໂດລາ ແຕ່ຍັງປະເຊີນພາວະຂາດດຸນ 465 ລ້ານໂດລາ ເຊິ່ງສ້າງແຮງກົດດັນຕໍ່ຄັງສຳຮອງເງິນຕາຕ່າງປະເທດ. ສີນຄ້ານຳເຂົ້າມູນຄ່າສູງທີ່ສຸດໄດເແກ່  ນໍ້າມັນກາຊວນ.

ອີງຕາມຂໍ້ມູນສະຖິຕິການຄ້າຕ່າງປະເທດ, ກົມການຄ້າຕ່າງປະເທດ, ມູນຄ່າການຄ້າລວມທັງໝົດໃນ 8 ເດືອນຜ່ານມາແມ່ນຢູ່ທີ່ 14.322.921.572 ໂດລາສະຫະລັດ. ເຖິງແມ່ນວ່າມູນຄ່າການສົ່ງອອກສິນຄ້າທັງໝົດຈະສາມາດບັນລຸໄດ້ 6.928.732.075 ໂດລາສະຫະລັດ ແຕ່ກໍຍັງໜ້ອຍກວ່າມູນຄ່າການນຳເຂົ້າລວມທີ່ສູງເຖິງ 7.394.189.497 ໂດລາສະຫະລັດ ເຊິ່ງສົ່ງຜົນໃຫ້ ສປປ ລາວ ຂາດດຸນການຄ້າລວມ -465.457.422 ໂດລາສະຫະລັດ. 

ປັດໄຈຫຼັກທີ່ຂັບເຄື່ອນການສົ່ງອອກແມ່ນໝວດສິນຄ້າ ຄຳປະສົມ ແລະ ຄຳແທ່ງ ທີ່ສ້າງລາຍຮັບສູງເຖິງ 1.156.870.348 ໂດລາສະຫະລັດ ປະຕິບັດຕາມດ້ວຍ ເກືອກາລີ ທີ່ 873.444.295 ໂດລາສະຫະລັດ ແລະ ເຄື່ອງໃຊ້ໄຟຟ້າ 712.576.722 ໂດລາສະຫະລັດ. 

ຢ່າງໃດກໍຕາມ, ພາລະການນຳເຂົ້າຕົ້ນຕໍຍັງຄົງແມ່ນ ນໍ້າມັນກາຊວນ ທີ່ມີມູນຄ່າ 1.037.542.387 ໂດລາສະຫະລັດ ແລະ ວັດຖຸມີຄ່າ 1.024.955.389 ໂດລາສະຫະລັດ ທີ່ກົດດັນດຸນການຄ້າຂອງປະເທດຢ່າງຕໍ່ເນື່ອງ. 

ສຳລັບດ້ານຕະຫຼາດຄູ່ຄ້າ, ປະເທດຈີນຍັງຄົງເປັນຕະຫຼາດສົ່ງອອກອັນດັບໜຶ່ງຂອງລາວ ດ້ວຍມູນຄ່າ 2.675.117.758 ໂດລາສະຫະລັດ ຮອງລົງມາແມ່ນຫວຽດນາມ ທີ່ 1.205.521.248 ໂດລາສະຫະລັດ ແລະ ໄທ 855.167.673 ໂດລາສະຫະລັດ. 

ໃນທາງກົງກັນຂ້າມ, ລາວໄດ້ນຳເຂົ້າສິນຄ້າຈາກປະເທດໄທຫຼາຍທີ່ສຸດເຖິງ 3.540.638.968 ໂດລາສະຫະລັດ ຕາມມາດ້ວຍການນຳເຂົ້າຈາກປະເທດຈີນ 2.357.577.102 ໂດລາສະຫະລັດ. 

ສະພາບການນີ້ຊີ້ໃຫ້ເຫັນເຖິງຄວາມຈຳເປັນໃນການເພີ່ມທະວີການຜະລິດພາຍໃນ ເພື່ອທົດແທນການນຳເຂົ້າທີ່ບໍ່ຈຳເປັນ ແລະ ສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າສົ່ງອອກໃນອະນາຄົດ.

#ເສດຖະກິດລາວ #ການຄ້າຕ່າງປະເທດ #ດຸນການຄ້າ #ສົ່ງອອກນຳເຂົ້າ #LaoEconomy #TradeDeficit

Comments are disabled