ນໍ້າມັນລາວປັບຂຶ້ນສູງສຸດ 9.98% ກົດດັນຄ່າຄອງຊີບ ຕາມຮອຍຕະຫຼາດໂລກ
ນໍ້າມັນລາວປັບໂຕຂຶ້ນສູງສຸດ 9.98% ຮັບແຮງສະເທືອນລາຄາໂລກແພງທະລຸ 100 ໂດລາ ຫຼັງຄວາມຂັດແຍ່ງໃນຕາເວັນອອກກາງ ທີ່ກັບມາຮ້ອນແຮງອີກເທື່ອໜຶ່ງໃນໄລຍະ 4-5 ມື້ທີ່ຜ່ານມາ.
ອີງຕາມແຈ້ງການຫຼ້າສຸດຂອງກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ, ລາຄານໍ້າມັນເຊື້ອໄຟໃນລາວໄດ້ຖືກປະກາດປັບຂຶ້ນທຸກຊະນິດ ໂດຍຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 17 ກັນຍາ 2026 ເວລາ 06:00 ໂມງ ເປັນຕົ້ນໄປ. ໃນນັ້ນ, ນໍ້າມັນກາຊວນແມ່ນມີການປັບໂຕຂຶ້ນສູງສຸດເຖິງ 9.98% ຫຼື ເພີ່ມຂຶ້ນ 3,340 ກີບຕໍ່ລິດ ເຮັດໃຫ້ລາຄາໃໝ່ພຸ່ງໄປຢູ່ທີ່ 36,820 ກີບຕໍ່ລິດ.
ສຳລັບນໍ້າມັນແອັດຊັງພິເສດແມ່ນປັບຂຶ້ນ 7.96% (+3,200 ກີບ) ເປັນ 43,380 ກີບຕໍ່ລິດ ແລະ ນໍ້າມັນແອັດຊັງທຳມະດາປັບຂຶ້ນ 7.46% (+2,520 ກີບ) ມາຢູ່ທີ່ 36,280 ກີບຕໍ່ລິດ.
ການຕັດສິນໃຈດັ່ງກ່າວແມ່ນມີຄວາມຈຳເປັນເພື່ອຮັບປະກັນບໍ່ໃຫ້ເກີດສະພາວະຂາດແຄນນໍ້າມັນເຊື້ອໄຟພາຍໃນປະເທດ ຕາມການເໜັງຕີງທີ່ຮຸນແຮງຂອງຕະຫຼາດໂລກ.
ສາເຫດຫຼັກທີ່ເຮັດໃຫ້ລາຄານ້ຳມັນພາຍໃນປະເທດຕ້ອງແບກຮັບພາລະອັນໜັກໜ່ວງນີ້ ແມ່ນມາຈາກວິກິດການຂອງຕະຫຼາດພະລັງງານໂລກທີ່ຍັງຄົງຕຶງຄຽດ ໂດຍລາຄານໍ້າມັນດິບ WTI ຍັງຢືນຢູ່ເໜືອລະດັບ 103 ໂດລາສະຫະລັດຕໍ່ບາເຣລ ແລະ Brent ເໜືອ 106 ໂດລາ ເຊິ່ງເປັນຕົວເລກທີ່ສູງກວ່າປີກ່ອນເຖິງ 55-65%.
ປັດໄຈຫຼັກແມ່ນມາຈາກການຂັດຂວາງລະບົບຕ່ອງໂສ້ການສະໜອງໃນຕາເວັນອອກກາງ, ໂດຍສະເພາະການປິດທໍ່ສົ່ງນ້ຳມັນ East-West Pipeline ຂອງຊາອຸດິອາຣາເບຍ ທີ່ສົ່ງຜົນກະທົບຕໍ່ອຸປະທານໂລກປະມານ 4% ບວກກັບບັນຫາການຜະລິດທີ່ຊັກຊ້າໃນປະເທດລິເບຍ ແລະ ອ່າວເປີເຊຍ.
ຍິ່ງໄປກວ່ານັ້ນ, ຜູ້ຊ່ຽວຊານຈາກ Bank of America Securities ຍັງໄດ້ອອກມາເຕືອນວ່າ ຫາກສະຖານະການຄວາມຂັດແຍ່ງຍັງຄົງຍືດເຍື້ອຕໍ່ໄປ ລາຄານໍ້າມັນດິບ Brent ອາດມີສິດພຸ່ງຂຶ້ນໄປແຕະຈຸດວິກິດທີ່ 150 ໂດລາຕໍ່ບາເຣລ ໄດ້. ແນວໂນ້ມດັ່ງກ່າວຈະກາຍເປັນສິ່ງທ້າທາຍອັນໃຫຍ່ຫຼວງທີ່ທຸກພາກສ່ວນຕ້ອງກຽມຮັບມື ເນື່ອງຈາກມັນຈະກົດດັນຄ່າໃຊ້ຈ່າຍໃນທຸກຂະແໜງການ ທັງພາກອຸດສາຫະກຳ, ການຂົນສົ່ງ ແລະ ຊີວິດປະຈຳວັນຂອງພວກເຮົາຕໍ່ໄປໃນໄລຍະຍາວ.
#LaoXperts #ລາຄານໍ້າມັນ #ນໍ້າມັນລາວ #ເສດຖະກິດລາວ #ອັບເດດລາຄານໍ້າມັນ #ວິກິດພະລັງງານໂລກ #ເງິນເຟີ້


